ວຽງຈັນ ເອັຟຊີ ສະໂມສອນໜຶ່ງດຽວຈາກຕ່າງແຂວງກໍຄືຈາກ ແຂວງວຽງຈັນ ເປີດເຜີຍ 23 ລາຍຊື່ນັກເຕະທີ່ຈະສົ່ງເຂົ້າຮ່ວມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2021 ທີ່ຈະເປີດສາກຂຶ້ນໄວໆນີ້ ນໍາໂດຍ 2 ດາວຍິງສູງສຸດໃນການແຂ່ງຂັນບານເຕະທົ່ວປະເທດ 2020 ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 45 ປີ.
ຫຼ້າສຸດ ທ່ານ ພູເງິນ ບົວທອງ ຮອງເລຂາສະຫະພັນບານເຕະແຂວງວຽງຈັນ ທັງເປັນຄະນະທີມຂອງ ວຽງຈັນ ເອັຟຊີ ເປີດເຜີຍວ່າ: ສໍາລັບ ວຽງຈັນ ເອັຟຊີ ໄດ້ເລີ່ມຝຶກຊ້ອມ ແລະ ຄັດຕົວນັກກີລາມາແຕ່ຕົ້ນເດືອນມັງກອນ ແລະ ໄດ້ເສີ່ມນັກເຕະໃໝ່ຫຼາຍຄົນ ໂດຍສະເພາະແມ່ນ 2 ນັກເຕະເປັນສ້າງຜົນງານໂດດເດັ່ນໃນການແຂ່ງຂັນບານເຕະທົ່ວປະເທດ ຊີງຂັນວັນຊາດທີ 2 ທັນວາ 2020 ກໍຄື: ກີຕ້າ ສີສະຫວາດ ແລະ ສີນວນ ຊາມຸນຕີ.
ສໍາລັບ ກີຕ້າ ສີສະຫວາດ ແມ່ນຫຼິ້ນໃຫ້ກັບແຂວງຜົ້ງສາລີ ແລະ ສີນວນ ຊາມຸນຕີ ຫຼິ້ນໃຫ້ກັບແຂວງຊຽງຂວາງ ເປັນ 2 ນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດ ໃນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຕ້ອນວັນຊາດທີ 2 ທັນວາ ໃນລະຫວ່າງເດືອນພະຈິກ – ເດືອນທັນວາ 2020 ໂດຍຍິງໄປ 5 ປະຕູເທົ່າກັບ ທິບພະຈັນ ຄໍາໃບອ່ອນ ກັບ ສັງວອນ ພິມມະເສນ 2 ນັກເຕະຈາກທີມແຂວງຈໍາປາສັກ ເຮັດໃຫ້ທັງ 4 ຄົນຄວ້າລາງວັນນັກເຕະດາວຍິງສູງສຸດປະຈໍາການແຂ່ງຂັນບານເຕະທົ່ວປະເທດ 2020 ຮ່ວມກັນ.
ສ່ວນ 23 ນັກເຕະຂອງ ວຽງຈັນ ເອັຟຊີ ຊຸດປີ 2021 ປະກອບມີດັ່ງຮູບລຸ່ມນີ້:
ສໍາລັບ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 2021 ມີທັງໝົດ 6 ສະໂມສອນເຂົ້າຮ່ວມປະກອບມີ : ເອັຟຊີ ຈັນທະບູລີ ( ລາວໂຕໂຢຕ້າ ເອັຟຊີ ຊື່ເກົ່າ ), ປກສ ເອັຟຊີ, ຊ້າງນ້ອຍ ເອັຟຊີ, ເອັສຣາ ເອັຟຊີ, ວຽງຈັນ ເອັຟຊີ ແລະ ກອງທັບ ເອັຟຊີ (ເລື່ອນຊັ້ນຈາກການເປັນ ແຊ້ມລາວລີກ 2 ລະດູການ 2020 ) ເຊິ່ງກໍານົດການແຂ່ງຂັນໃນເບື້ອງຕົ້ນແມ່ນຈະເປີດສາກໃນວັນທີ 6 ມີນາ 2021 ແຕ່ຫຼ້າສຸດໄດ້ມີການປະກາດເລື່ອນໄປຈັດໃສ່ໃນວັນທີ 27 ມີນາ 2021 ແລະ ຮູບແບບການແຂ່ງຂັນແມ່ນຈະແຂ່ງແບບ 3 ຮອບຄື: ຮອບຂາໄປ, ຮອບຂາກັບ ແລະ ຮອບ 3.
ຂ່າວ: ຄໍາສອນ; ຮູບ: ສອນໄຊ, VFC Viengchanh Football Club ແລະ The 45th Lao National Day’s Football Championship