ຮອງນາຍົກ ລົງຕິດຕາມຊຸກຍູ້ການເຝົ້າ ລະວັງພະຍາດໂຄວິດ – 19 ຢູ່ແຂວງບໍ່ແກ້ວ

85

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ຂັ້ນສູນກາງ ໄດ້ລົງຕິດຕາມຊຸກຍູ້ການເຝົ້າລະວັງພະຍາດໂຄວິດ – 19ຢູ່ແຂວງບໍ່ແກ້ວ ໃນລະຫວ່າງວັນທີ 1 – 3 ມີນາ 2021.

ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດວັດທະນະທຳ – ສັງຄົມ ກ່າວວ່າ: ແຂວງບໍ່ແກ້ວ ໄດ້ປະຕິບັດມາດຕະການຜ່ອນຜັນການປະຕິບັດ 6 ເງື່ອນໄຂ 5 ມາດຕະການ ໂດຍໄດ້ລົງປະເມີນຢ່າງຕໍ່ເນື່ອງ ແລະ ໄດ້ກໍານົດເອົາໂຮງແຮມ, ເຮືອນພັກເປັນບ່ອນກັກຕົວຂອງຄົນຕ່າງປະເທດທີ່ມີເງື່ອນໄຂອໍານວຍຄວາມສະດວກໃຫ້ຂະແໜງວິຊາການອົງການສາກົນປະຈໍາລາວ ມາສົມທົບພະແນກສາທາລະນະສຸກແຂວງຊ່ວຍແກ້ໄຂ ແລະ ເຮັດມາດຕະການໂຕ້ຕອບດ່ວນຕໍ່ເຫດການທີ່ເກີດຂຶ້ນໃນເຂດເສດຖະກິດພິເສດ 3 ຫຼ່ຽມຄໍາ.

ຕິດຕາມ ແລະ ປະສານງານກ່ຽວກັບການເຂົ້າ – ອອກຂອງຄົນຕ່າງປະເທດຜ່ານສາຍການບິນຍົນເຊົ່າເໝົາລໍາຢ່າງເຄັ່ງຄັດ, ຄວບຄຸມຈໍາກັດຕໍ່ຄົນເຂົ້າ – ອອກເມືອງທີ່ຜິດກົດໝາຍຢ່າງເຂັ້ມງວດ, ກະກຽມບຸກຄະລາກອນ, ແພດໝໍຢູ່ຂັ້ນໂຮງໝໍແຂວງ, ໂຮງໝໍເມືອງ, ກຽມສະຖານທີ່ສໍາລັບການປິ່ນປົວ, ກຽມຫ້ອງແຍກປ່ຽວຄົນເຈັບຢູ່ໂຮງໝໍແຂວງ ພ້ອມອຸປະກອນຊູຊີບການປ້ອງກັນການແຜ່ເຊື້ອຢ່າງຄົບຊຸດໄວ້ໃນໂຮງໝໍແຂວງ, ໂຮງໝໍເມືອງ ( ໂຮງໝໍແຂວງ 4 ຫ້ອງ 8 ຕຽງ, ເມືອງຕົ້ນເຜິ້ງ 2 ຫ້ອງ ແລະ ຜາອຸດົມ 2 ຫ້ອງ ) ແລະ ກຽມລົດນໍາສົ່ງຄົນເຈັບສຸກເສີນ 24 ຊົ່ວໂມງ.

อาจเป็นรูปภาพของ 1 คน

ຜ່ານມາໄດ້ຮັບຄົນເຈັບກໍລະນີສົງໄສມາເຂົ້າສູ່ການຄຸ້ມຄອງ 40 ກໍລະນີ, ໃນນັ້ນຢູ່ໂຮງໝໍແຂວງ 34 ຄົນ, ເມືອງຕົ້ນເຜິ້ງ 2 ຄົນ, ເມືອງປາກທາ 2 ຄົນ, ເມືອງຜາອຸດົມ 2 ຄົນ. ທົ່ວແຂວງມີ 5 ສູນ ໃນການຕິດຕາມຄົນທີ່ມາຈາກບ່ອນສ່ຽງ ເພື່ອມາຈໍາກັດບໍລິເວນຢູ່ສູນກັກກັນ, ຢູ່ເຮືອນພັກ – ໂຮງແຮມທີ່ກຽມໄວ້ເປັນເວລາ 14 ວັນ ໄດ້ 933 ຄົນ ຍິງ 309 ຄົນ.

ການເຝົ້າລະວັງ ແລະ ການວິເຄາະໄດ້ຈັດໃຫ້ມີການຕັ້ງດ່ານກວດອຸນຫະພູມຄົນເຂົ້າ – ອອກຜ່ານດ່ານສາກົນຂົວມິດຕະພາບ 4, ດ່ານສາກົນຝ່າຍດຽວບ້ານມອມ ເຊິ່ງໄດ້ຕິດຕາມອຸນຫະພູມທັງໝົດ 120.774 ຄົນ.

ໃນໄລຍະທີ່ມີເຫດການສຸກເສີນ ໄດ້ຕັ້ງຈຸດກວດກາຄົນເຂົ້າ – ອອກເມືອງ ລະຫວ່າງແຂວງ ຫາ ແຂວງ, ແຂວງ ຫາ ເມືອງ ເພື່ອຕິດຕາມຈໍາກັດການເຂົ້າ – ອອກ ການໄປ – ມາຂອງຄົນທີ່ມາຈາກບ່ອນສ່ຽງ, ການເອົາໃຈໃສ່ໃນການຕິດຕາມກວດວັດອຸນຫະພູມຢູ່ທາງເຂົ້າໂຮງໝໍແຂວງ, ໂຮງໝໍເມືອງ ເພື່ອເຝົ້າລະວັງຕິດຕາມອຸນຫະພູມຄັດແຍກຄົນເຈັບທີ່ມີອາການສ່ຽງໃຫ້ເຂົ້າສູ່ການປິ່ນປົວໃນສະຖານທີ່ສະເພາະທີ່ກຽມໄວ້ໄດ້ທັງໝົດ 349.963 ເທື່ອຄົນ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຄະນະສະເພາະກິດຂັ້ນແຂວງ, ຂະແໜງການທີ່ກ່ຽວຂ້ອງມີສະຕິໃນການພົວພັນຮ່ວມມືກັບປະເທດອ້ອມຂ້າງ, ຄຸ້ມຄອງເຂດເສດຖະກິດໃຫ້ເຂັ້ມງວດ, ການກວດກາຄົນເຂົ້າ – ອອກເມືອງແບບຊະຊາຍ, ການຈຳກັດດ້ານວິຊາສະເພາະໃຫ້ເປັນລະບົບ, ການຂົນສົ່ງສິນຄ້າຜ່ານແດນ, ການຄົມມະນາຄົມ, ເອົາໃຈໃສ່ປຸກລະດົມປະຊາຊົນບັນດາເຜົ່າ ແລະ ນັກທຸລະກິດຜູ້ປະກອບການພາຍໃນແຂວງ ຈົ່ງມີສ່ວນຮ່ວມໃນການປ້ອງກັນສະກັດກັ້ນການລະບາດໂຄວິດ – 19 ໃຫ້ເຂັ້ມງວດ ແນໃສ່ເຮັດໃຫ້ແຂວງບໍ່ແກ້ວ ມີຄວາມປອດໄພຈາກເຊື້ອພະຍາດໂດຍພື້ນຖານ.

[ ຂ່າວ: ຄໍາພັນ ແກ້ວມະນີ ]