ໄອ ສະປອດ ລົ້ມ ທີມແຊັມຟຸດຊໍທົ່ວນະຄອນຫຼວງ ເກັບໂອກາດເຂົ້າຮອບສູງໃນຟຸດຊໍ ຣີໄວ ຄັບ (ຄລິບ)

166

ການແຂ່ງຂັນຟຸດຊໍລາຍການ ຣີໄວ ຄັບ ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ ( REVIVE FUTSAL President LFF Cup 2021 ) ອາທິດທີ 3 ຈັດການແຂ່ງຂັນຂຶ້ນລະຫວ່າງວັນທີ 27-28 ກຸມພາ 2021 ໂດຍມີການແຂ່ງຂັນ 6 ຄູ່ປົກກະຕິແບ່ງເປັນກຸ່ມ A ແຂ່ງ 3 ຄູ່ ແລະ ກຸ່ມ B ແຂ່ງ 3 ຄູ່.

ຄູ່ທີ່ໜ້າສົນໃຈເປັນການພົບກັນລະຫວ່າງ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ພົບກັບ ໄອ ສະປອດ ທີ່ລຸ້ນຂຶ້ນນໍາຕາຕະລາງກຸ່ມ B ຫຼັງມີ 6 ຄະແນນເທົ່າກັນ ປາກົດວ່າ ເຄິ່ງເວລາທໍາອິດ ໄອ ສະປອດ ຂຶ້ນນໍາໄປກ່ອນ 4-3, ສ່ວນເຄິ່ງເວລາທີ 2 ຫຼິ້ນກັນໄດ້ຢ່າງສູສີ ກ່ອນທີ່ ໄອ ສະປອດ ຈະປິດບັນຊີດ້ວຍການເອົາຊະນໄປ 6-5.

ນັດດັ່ງກ່າວ ໄອ ສະປອດ ໄດ້ປະຕູຈາກ ອານຸລັກ ມີໄລທອງ 2 ປະຕູ, ຄໍາແພງ ພັນທອງຄໍາ 2 ປະຕູ ແລະ ນິລັນ 2 ປະຕູ, ສ່ວນ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ໄດ້ປະຕູຈາກ ສົມພອນ ສໍາເພົານົນ 1 ປະຕູ, ວັນນະສອນ ລໍາໄຊ 2 ປະຕູ, ນິດນິລັນ ຈັນຈະເລີຍ 1 ປະຕູ ແລະ ຄໍາຜາ ພິພັກຂະວົງ 1 ປະຕູ.

ຈາກຜົນດັ່ງກ່າວເຮັດໃຫ້ ໄອ ສະປອດ ເກັບເພີ່ມເປັນ 9 ຄະແນນຈາກ 3 ນັດຢຶດທີມນໍາກຸ່ມ B ແບບດ່ຽວໆພ້ອມໂອກາດເຂົ້າຮອບສູງລຸ້ນອີກ 2 ນັດສຸດທ້າຍ, ອັນດັບ 2 ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ຕົກລົງຢູ່ອັນດັບ 2 ຈາກການມີ 6 ຄະແນນເທົ່າກັບ ອັນດັບ 3 ເຄພີທີ, ສ່ວນ ທີມຮ້ານນໍ້າເຕົາຮູ້ ຕຸ້ຍ-ຈ່ອຍ ກັບ ຈັນສີ ຂົນສົ່ງ CST ມີ 3 ຄະແນນເທົ່າກັນ ແລະ ອໍນິວ ຍັງບໍ່ມີຈັກຄະແນນ.

ສ່ວນສະຖານະການຂອງກຸ່ມ A ທະເວັ້ນຕີ ຊິກ ຊະນະ 3 ນັດລວດມີ 9 ຄະແນນຢຶດທີມນໍາກຸ່ມ, ອັນດັບ 2 ນະຄອນຫຼວງ ຟຸດຊໍ ມີ 6 ຄະແນນເທົ່າກັບ ອັນດັບ 3 ຄິງດອມ, ສ່ວນອັນດັບ 4 ເໜືອ-ໃຕ້ ມີ 3 ຄະແນນເທົ່າກັບ ເອັສວີເອັສ ເອັຟຊີ ແລະ ໂນ ອາ ບໍ່ມີຈັກຄະແນນຈາກ 3 ນັດເທົ່າກັນ.

ຂ່າວ: ຄໍາສອນ; ຮູບ: ສອນໄຊ