Monthly Archives: February, 2021

ຊຽງຂວາງແຕ່ງຕັ້ງຮອງເຈົ້າແຂວງ 2 ທ່ານພ້ອມໂຍກຍ້າຍພະນັກງານຫຼັກແຫຼ່ງຫຼາຍຕຳແໜ່ງ

ພິທີປະກາດການນຳພັກການ-ເຂົ້າຮັບອຸດໜູນບຳນານ ແລະ ຍົກຍ້າຍຮັບໜ້າທີ່ໃໝ່ ໄດ້ຈັດຂຶ້ນໃນວັນທີ23ກຸມພາ2021 ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ ຮອງຫົວໜ້າພະແນກການ, ກອງບັນຊາການ, ອົງການເຂົ້າຮ່ວມ. ໃນພິທີ ທ່ານ ສູນທອນ ພັນມີໄຊ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງສະບັບເລກທີ289/ຄລສພ ລົງວັນທີ18ທັນວາ2020 ວ່າດ້ວຍການອະນຸມັດໃຫ້ການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຕົກລົງໃຫ້ທ່ານ...

ລາວໄດ້ຮັບເຄື່ອງຊ່ວຍເຫຼືອຊຸດກວດໂຄວິດ-19 ຈາກໄທ 10ພັນຊຸດ

ສປປ ລາວ ໄດ້ຮັບເຄື່ອງຊ່ວຍເຫຼືອ ດ້ານວິເຄາະ ໂດຍມີນໍ້າຢາ ແລະ ຊຸດກວດວິເຄາະຫາເຊື້ອໂຄວິດ-19 ຈາກລັດຖະບານ ແຫ່ງຣາຊະອານາຈັກໄທ ຈໍານວນ 10.000 ຊຸດ ລວມມູນຄ່າ 15ພັນກວ່າໂດລາສະຫະລັດ. ໃນວັນທີ 26 ກຸມພາ 2021 ທີ່ສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ມີພິທີມອບ-ຮັບ ເຄື່ອງຊຸດກວດພະຍາດໂຄວິດ-19 ທີ່ໄດ້ຮັບການຊ່ວຍເຫຼືອຈາກ...

ເລີ່ມປັບປຸງເສັ້ນທາງ ແຕ່4ແຍກໄຟອຳນາດດົງນາໂຊກ ຫາໄຟອຳນາດ4ແຍກດົງປ່າສັກ ເປັນທາງເບຕົງ ທັງກວ້າງຂຶ້ນກວ່າເກົ່າ

ເລີ່ມລົງມືປັບປຸງເສັ້ນທາງເຊື່ອມຕໍ່ລະຫວ່າງຖະໜົນສີທອງ ແລະ ຖະໜົນອາຊຽນ ແຕ່ສີ່ແຍກໄຟອຳນາດດົງນາໂຊກ ຫາໄຟອຳນາດສີ່ແຍກດົງປ່າສັກ  ນະຄອນຫຼວງວຽງຈັນ ມາເປັນທາງເບຕົງທີ່ມີຄວາມໜາ 23 ຊັງຕີແມັດ ແລະ ຂະຫຍາຍໜ້າທາງອອກຕື່ມ 3 ແມັດ ລວມເປັນ 9 ແມັດ ໂດຍຈະໃຫ້ສຳເລັດພາຍໃນເດືອນທ້າຍເດືອນມີນາ. ທ່ານ ອຳຄາ ວົງພະຈັນ ຮອງຫົວໜ້າຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຜ່ານໄປ 2 ອາທິດ ສົມພອນ ນໍາດາວຍິງສູງສຸດໃນຟຸດຊໍ ຣີໄວ ຄັບ, ອາທິດນີ້ແຂ່ງ 6 ຄູ່ຕາມປົກກະຕິ

ການແຂ່ງຂັນກີລາຟຸດຊໍ ລາຍການ ຣີໄວ ຄັບ 2021 ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ ຜ່ານໄປແລ້ວ 2 ອາທິດ ປາກົດວ່າ: ສົມພອນ ສໍາເພົານົນ ນັກຟຸດຊໍອະດີດທີມຊາດລາວ ຈາກທີມ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ຍັງຢຶດຜູ້ນໍາດາວຍິງສູງສຸດ ລົງສະໜາມ 2 ນັດຍິງໄປ 8 ປະຕູ,...

ການສົ່ງອອກເດືອນມັງກອນເພີ່ມຂຶ້ນເລັກໜ້ອຍ ບັນລຸ 482 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກເດືອນ 1 ປີ 2021 ບັນລຸໄດ້ປະມານ 975 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ 482 ລ້ານໂດລາ ເພີ່ມຂຶ້ນຈາກ 468 ລ້ານໂດລາ ໃນເດືອນທັນວາປີຜ່ານມາ, ຂະນະທີ່ການນໍາເຂົ້າ 492 ລ້ານໂດລາ ຫຼຸດລົງຈາກ 546 ລ້ານໂດລາໃນເດືອນທັນວາ ແລະ...

ແກ້ວວຽງເພັດ ຕັດສິນໃຈເລືອກ ຊ້າງນ້ອຍ ເອັຟຊີ ລຸຍລາວລີກ1

ພາຍຫຼັງທີ່ ມາສເຕີ 7 ເອັຟຊີ ຕົ້ນສັງກັດຂອງ ແກ້ວວຽງເພັດ ລິດທິເດດ ປະກາດຖອນຕົວຈາກການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ເນື່ອງຈາກສະໂມສອນດັ່ງກ່າວບໍ່ມີຄວາມພ້ອມທີ່ຈະເຂົ້າຮ່ວມແຂ່ງຂັນ ເຮັດໃຫ້ແຟນບານຕ່າງຕິດຕາມວ່າ ແກ້ວວຽງເພັດ ເຈົ້າຂອງດາວຍິງສູງສຸດລີກສູງສຸດຂອງ ສປປ ລາວ 2019 ແລະ 2020 ຈະເລືອກໄປຢູ່ກັບທີມໃດ?, ຫຼ້າສຸດ ແກ້ວວຽງເພັດ ໄດ້ເລືອກໄປຢູ່ກັບ...

ເຈົ້າແຂວງຄຳມ່ວນ ຖະແຫລງຜົນການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງຊຸດທີ II

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄຳມ່ວນ ໄດ້ຖະແຫລງຂ່າວຜ່ານສື່ມວນຊົນ ຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 25 ກຸມພາ 2021 ກ່ຽວກັບຜົນສຳເລັດຂອງການເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ(ສສຂ) ຊຸດທີ II ວ່າ : ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ແກ່ຄະນະກໍາມະການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໃນນາມປະທານ ໄດ້ມາຖະແຫຼງຂ່າວຕໍ່ສື່ມວນຊົນ...

ເມືອງໄຊພູທອງ ເປີດງານບຸນນະມັດສະການຜາສາດເຮືອນຫີນປະຈໍາປີ 2021

ພິທີເປີດງານບຸນນະມັດສະການຜາສາດເຮືອນຫີນ ປະຈໍາປີ 2021 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນແລງຂອງ ວັນທີ 24 ກຸມພາ 2021 ຢູ່ທີ່ເດີ່ນວັດ ບ້ານ ເຮືອນຫີນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຫ່ວນ ຮັງບົວສອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ພັກພະນັກງານ ມີບັນດາທ່ານຄະນະປະຈໍາພັກເມືອງ​-ກໍາມະການພັກເມືອງ, ຫົວຫ້ອງການ- ຄະນະຫ້ອງການ ອອ້ມຂ້າງເມືອງ, ບັນດາເລຂາໜ່ວຍພັກ-ນາຍບ້ານ, ອົງ​ການຈັດຕັ້ງມະຫາຊົນ,...

ຜົນກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 4 ເອກະສານສໍາຄັນ

ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ໄດ້ຈັດຂຶ້ນໃນວັນທີ 25 ກຸມພາ 2021 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ....

ຂັ້ນຕອນການປູກ ແລະ ບົວລະບັດໝາກຖົ່ວ

ໝາກຖົ່ວເປັນພືດທີ່ໃຊ້ບໍລິໂພກໝາກສົດ, ພືດທີ່ປູກງ່າຍ ປະຊາຊົນລາວສ່ວນຫຼາຍມັກປູກໄວ້ກິນເອງ ແລະ ປູກຂາຍ ສາມາດສ້າງລາຍໄດ້ເປັນຢ່າງດີ ເຊິ່ງຄົນນິຍົມບໍລິ¬ໂພກ, ສາມາດນໍາໄປປະກອບອາຫານໄດ້ຫຼາຍຊະນິດ ເຊັ່ນ: ຕົ້ມ, ຂົ້ວ, ລວກຈ້ຳແຈ່ວ, ກິນກັບຕໍາສົ້ມ, ກິນກັບລາບຕ່າງໆ. ນອກຈາກຈະເປັນພືດຜັກທີ່ມີຄຸນຄ່າທາງອາ¬ຫານແລ້ວ ການປູກຖົ່ວຍັງຊ່ວຍປັບປຸງສະພາບຂອງດິນໃຫ້ດີຂຶ້ນອີກດ້ວຍ ເພາະຮາກຂອງໝາກຖົ່ວສາມາດເກັບໄນໂຕຣເຈນຈາກອາກາດໄວ້ໃນດິນ. ຄໍລຳກະສິກຳມື້ນີ້ຜູ້ຂຽນຈະນຳສະເໜີວິທີການປູກໝາກຖົ່ວ. 1. ການກະກຽມດິນ ກ່ອນຈະປູກໝາກຖົ່ວຄວນໄຖ ແລະ ຂຸດເລັກໜ້ອຍ ປະມານ 25 –...
- Advertisment -
Slide
Slide

Most Read

error: Content is protected !!