ສະໂມສອນ ເຈ ບຣາເທີ ຄອງແຊ້ມກີລາເບສບອນລີກ ຊີງຂັນທ່ານທູດ ສ.ເກົາຫຼີ ປະຈຳລາວ 2021

5

ການແຂ່ງຂັນກີລາເບສບອນລີກ ຊີງຂັນທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 1 ປີ 2021 ( The First Korea Ambassador’s Cup 2021 ) ໄດ້ແຊັມຢ່າງເປັນທາງການຄື: ສະໂມສອນ ລາວ ເຈ ບຣາເທີ (Lao J-Brothers) ທັງທີມຊາຍ ແລະ ຍິງ.

ພິທີມອບ-ຮັບ ຂັນລາງວັນ ແລະ ປີດການແຂ່ງຂັນໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍເຂົ້າຮ່ວມຂອງ ທ່ານ IM MU Hong ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະນໍາ, ຄູຝຶກ ແລະ ນັກກີລາເບສບອນ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ IM MU Hong ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບັນດານັກກີລາເບສບອນທຸກຄົນ ທີ່ໄດ້ເຂົ້າຮ່ວມແຂ່ງຂັນກີລາເບສບອນເປັນເວລາ 2 ເດືອນ ແລະ ໄດ້ແຂ່ງຂັນທັງໝົດ 25 ນັດ ແລະ ຈະສືບຕໍ່ຈັດງານການແຂ່ງຂັນກີລາເບສບອນນີ້ຕໍ່ໄປເປັນປະຈຳ ເພື່ອສົ່ງເສີມ ແລະ ສ້າງໂອກາດໃຫ້ແກ່ບັນດາຊາວໝຸ່ມ-ເຍົາວະຊົນ ທີ່ຈະກາຍເປັນກຳລັງແຮງຂອງ ສປປ ລາວ ໃນອະນາຄົດໃຫ້ໄດ້ຮຽນຮູ້ ແລະ ສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ.

ທ່ານ ນາງ ຂັນທະລີ ສິລິພົງພັນ ກ່າວວ່າ: ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍມາຍັງຄະນະຮັບຜິດຊອບຈັດງານທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດການແຂ່ງຂັນໃນຄັ້ງນີ້ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ, ທາງດ້ານເຕັກນິກ ກໍໄດ້ເປັນໄປຕາມລະບຽບທີ່ວາງໄວ້ ແລະ ມີຄວາມສະຫງົບປອດໄພຕະຫຼອດການແຂ່ງຂັນ. ພິເສດແມ່ນໄດ້ເອົາໃສ່ຮ່ວມກັນໃນການປະຕິບັດລະບຽບຕ້ານພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ພ້ອມຊົມເຊີຍປີແຫ່ງການສະເຫຼີມສະຫຼອງສາຍພົວພັນທາງດ້ານການທູດລະຫວ່າງ 2 ປະເທດ ສປປ ລາວ ແລະ ສ.ເກົາຫຼີ ຄົບຮອບ 25 ປີຢ່າງສຸດໃຈ.

ສໍາລັບລາຍການແຂ່ງຂັນແມ່ນໄດ້ເລີ່ມແຕ່ວັນທີ 9 ມັງກອນ ຫາ 27 ກຸມພາ 2021 ເຊິ່ງມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ, ໃນນັ້ນ ທີມຊາຍມີ 3 ທີມ ແລະ ທີມຍິງມີ 3 ທີມປາກົດວ່າ:
-ລາງວັນທີ 1 ແມ່ນສະໂມສອນ ລາວ ເຈ ບຣາເທີ້ ເປັນຜູ້ຊະນະ ທັງທີມຊາຍ ແລະ ຍິງ ໄດ້ຮັບຂັນ
-ອັນດັບທີ 2 ແມ່ນສະໂມສອນ ມີຣາໂຄ ມະຫາວິທະຍາໄລແຫ່ງຊາດ ຊາຍ ແລະ ຍິງ
-ອັນດັບ 3 ສະໂມສອນ ມສ.ວຽງຈັນ