ໂຕມິວ ພັດທະນາ ຄິດາພອນ ສານຕໍ່ຄວາມຝັນ ເປັນຕົວແທນສາວງາມຈາກປະເທດລາວໄປປະກວດ Miss Grand International ໃນນາມ Miss Grand Laos 2020

371

ເປັນເລື່ອງທີ່ໜ້າຍິນດີອີກເລື່ອງໃນວົງການປະກວດ ທີ່ທາງກອງປະກວດ Miss Grand Laos ໄດ້ປະກາດຢ່າງເປັນທາງການແລ້ວວ່າ ພັດທະນາ ຄິດາພອນ ຫຼື ໂຕມີວ ໄດ້ຖືກແຕ່ງຕັ້ງເປັນ Miss Grand Laos 2020 ເພື່ອຈະເປັນໂຕແທນແມ່ຍິງລາວ ກ້າວຂຶ້ນສູ່ເວທີລະດັບໂລກ ເພື່ອເຂົ້າຮ່ວມປະກວດ Miss Grand International ທີ່ປະເທດໄທ ຮ່ວມກັບສາວງາມອີກຫລາຍໆປະເທດ.


ໂຕມິວ ພັດທະນາ ຄິດາພອນ ຫຼາຍຄົງຄົງຮູ້ຈັກກັນໃນນາມ ຮອງ Miss Grand Laos 2019 ຈາກເວທີປະກວດໃນປີ ເວທີ Miss World Laos 2019 ຜ່ານມາໂຕມີວເຄີຍປະກວດເວທີນາງສາວນະຄອນຫລວງປີ 2019 ນຳອີກ

.


ເຮັດໃຫ້ໂຕມິວເປັນທີ່ຮູ້ຈັກ ແລະ ກໍມີຜົນງານຫຼາຍໆຢ່າງໃນວົງການບັນເທີງ ບໍ່ວ່າຈະເປັນ ເດີນແບບ, ຖ່າຍແບບຂຶ້ນວາລະສານ ລວມທັງການສະແດງ MV ເພງຂອງປະເທດໄທ ທີ່ໂຕມີວໄດ້ເປັນນາງເອກ ໃນ MV ເພງ (Feedback ຈາກອ້າຍ).

.

ນອກນັ້ນ, ສາວງາມຄົນນີ້ກໍໄດ້ໄປເປັນແຂກຮັບເຊີນ ໃນລາຍການຫມາກນັດພາລົມ, ແຂກຮັບເຊີນໃນລາຍການ Wow Magazine Live, ມີງານຖ່າຍແບບ ແລະ ພຣີເຊັນເຕີ້ອີກດ້ວຍ.

.


ໂຕມິວ ໄດ້ໃຫ້ສຳພາດວ່າ ຮູ້ສຶກດີໃຈ ແລະ ພູມໃຈຫລາຍທີ່ຈະເປັນຄົນໃສ່ສາຍສະພາຍລາວໄປເວທີ່ສາກົນ ມີວຢາກຂອບໃຈຜູ້ໃຫຍ່ທີ່ໃຫ້ໂອກາດ ແລະ ສະຫນັບສະຫນູນນ້ອງຕະຫລອດມາ

.


ສຳລັບການເດີນທາງໄປຄັ້ງນີ້ແມ່ນວັນທີ 28 ມີວອອກເດີນທາງໄປທີ່ປະເທດໄປເພື່ອໄປກັກໂຕຮ່ວມກັບທາງກອງໃຫຍ່ ເຊິ່ງການເດີນທາງຫລາຍໆຄົນກະຫນ້າຈະຮູ້ດີກັບສະຖານະການຕອນນີ້ ມີວເອງຈະໄດ້ເດີນທາງໄປປະເທດໄທໂດຍໄປທາງລົດ ເພາະຊ່ວງທີ່ມີວໄປແມ່ນບໍ່ມີຍົນໄປກຸງເທບເລີຍ
ການກຽມໂຕແມ່ນເຮົາກຽມພ້ອມທຸກຢ່າງທັງຖ່າຍວິທີອາຊຸດລອຍນໍ້າຊຸດລາຕີ ແລະ ຊຸດປະຈຳຊາດ ທີ່ໃຫ້ທຸກຄົນລຸ້ນເອົາເດີ້ວ່າເປັນຊຸດແບບໃດ ເພາະມີວຈະໄປນຸ່ງຊຸດທີ່ປະເທດໄທ ແລະ ເປີດເຜີຍພາບໃນຊ້ວງທີ່ມີວປະກວດເລີຍ

.


ຄັ້ງນີ້ ໂຕມິວ ຫວັງສູງເລີຍ ເພາະເຮົາມີໂອກາດແລ້ວກໍຈະເຮັດໃຫ້ເຕັມທີ່ ໃຫ້ດີທີ່ສຸດ

.


ເມື່ອໄປເຖິງ ເລີ່ມກັກໂຕແມ່ນວັນທີ 1-14 ມີນາ ແຕ່ໃນຊ່ວງກັກໂຕແມ່ນຈະເຮັດກິດຈະກຳກັນທາງອອນລາຍຫລັງຈາກທີ 15-26 ແມ່ນເຮັດກິດຈະກຳກາງແຈ້ງ ແລະມື້ ປະກວດໃຫຍ່ແມ່ນວັນທີ່ 27 ມີນາ 2021

.

ຝາກຕິດຕາມເຊີຍ ໃຫ້ກຳລັງໃຈ ໂຕມິວແນ່ເດີ້ ຕິດຕາມໄດ້ທີ່ Tomew Phatthana

.