ເຂົ້າປຸ້ນນ້ຳຊີ້ນເມືອງຫຼວງ ລອງໄປເຮັດກິນເດີ້

353

ເຂົ້າປຸ້ນນ້ຳຊີ້ນເມືອງຫຼວງ ແມ່ນຕົ້ນຕຳລັບມາຈາກເມືອງຫຼວງ, ບໍ່ເວົ້າຫຼາຍເຮົາໄປເບິ່ງເຄື່ອງປຸງແລະ ວິທີເຮັດພ້ອມກັນເລຍ.
ເຄື່ອງປຸງ
ຊີ້ນງົວຂາລາຍ 500 ກຣາມ
ກະດູກງົວ 500 ກຣາມ
ຂ່າຊອຍ 20 ປ່ຽງ
ນ້ຳປາ 6 ບ່ວງແກງ
ນ້ຳຕານແດງ 4 ບ່ວງແກງ
ເກືອ 1 ບ່ວງກາເຟ
ແປ້ງນົວ 1 ບ່ວງກາເຟ, ຕົວເລືອກ
ກະທຽມ 10 ກີບ
ເຜັດດິບ 10 ໜ່ວຍ
ເຂົ້າປຸ້ນ 500 ກຣາມ
ເຜັດຜົງ 4 ບ່ວງກາເຟ, ເພີ່ມລົດໄດ້

ນ້ຳໝາກນາວ 4 ບ່ວງກາເຟ
ໜໍ່ໄມ້ຕົ້ມສຸກ 4 ບ່ວງແກງ, ໜໍ່ໄມ້ຕົ້ມສຸກ
ຖົ່ວຍາວ 4 ບ່ວງແກງ, ໝາກຖົ່ວຍາວ
ກະລ່ຳປີຊອຍ 4 ບ່ວງແກງ
ຫອມບົ່ວໃບຊອຍ 4 ບ່ວງແກງ
ຫອມປ້ອມ 4 ບ່ວງແກງ
ຫອມເປ 4 ບ່ວງແກງ

ວິທີເຮັດ
ຂັ້ນຕອນ 1: ໝົກຂ່າ, ກະທຽມ ແລະ ໝາກເຜັດໃສ່ກະທະ ຫຼື ປີ້ງໃສ່ເຕົາຖ່ານໃຫ້ສຸກເປັນສີນ້ຳຕານແລ້ວ ພັກໄວ້.
ຂັ້ນຕອນ 2: ປີ້ງຊີ້ນ ແລະ ກະດູກ ໃຫ້ເປັນສີນ້ຳຕານທາງນອກແຕ່ບໍ່ໃຫ້ສຸກ ແລ້ວພັກໄວ້.
ຂັ້ນຕອນ 3: ຈຽວນ້ຳຕານໃສ່ໝໍ້ທີ່ຈະຕົ້ມຊີ້ນນັ້ນໃຫ້ແດງ ໃສ່ເກືອ ແລະ ເທນ້ຳລົງໄປ ຕາມດ້ວຍຂ່າທີ່ປີ້ງໄວ້ນັ້ນລົງໄປ.
ຂັ້ນຕອນ 4: ພໍນ້ຳຟົດ ໃຫ້ໃສ່ຊີ້ນ ແລະ ກະດູກລົງໄປ ປຸງເຄື່່ອງດ້ວຍນ້ຳປາ ແລະ ຕົ້ມໄຟອ່ອນ ຈົນເປື່ອຍ ປະມານ 2 ຊມ. ໝັ່ນຕັກຟອງໄຂມັນອອກນ້ຳຊຸບຈະໃສດີ.
ຂັ້ນຕອນ 5: ຊອຍເຫຍື່ອເຂົ້າປຸ້ນໄວ້ ເຊັ່ນ: ກະລ່ຳ, ໝາກຖົ່ວ, ຫອມປ້ອມ, ຫອມເປ, ຫອມບົ່ວ.
ຂັ້ນຕອນ 6: ເມື່ອຊີ້ນເປື່ອຍແລ້ວໃຫ້ເອົາຊີ້ນອອກມາຊອຍໄວ້ ແລ້ວເອົາກະທຽມຫໝົກລົງໄປຕົ້ມປະມານ 10 ນາທີ ໄຟຄ່ອຍ.
ຂັ້ນຕອນ 7:
– ຕຽມຖ້ວຍເຂົ້້າປຸ້ນ1 ຖ້ວຍ: ໃສ່ເຂົ້າປຸ້ນລົງໄປສອງຫົວ(ປະມານ 100 ກຣາມ), ໝາກຖົ່ວ, ກະລ່ຳປີ, ໜໍ່ໄມ້, ຫອມປ້ອມ, ຫອມບົ່ວ ແລະ ຫອມເປລົງໄປຕາມໃຈ.
– ຕັກນ້ຳແກງໃສ່ຖ້ວຍເຂົ້າປຸ້ນ, ປຸງລົດດ້ວຍໝາກເຜັດຜົງ ແລະ ໝາກນາວ ຕາມໃຈ.
– ເສີບພ້ອມ ໝາກຖົ່ວຍາວ ແລະ ໝາກເຜັດດິບ ກັບ ກະປິ
ທີ່ມາ: https://www.zap.la/lo/recipe-7-khao-poon-luang-prabang
ຮຽບຮຽງ: ສຸພາລັກ