ເມື່ອຮູ້ສຶກບໍ່ມີຄວາມສຸກກັບການເຮັດວຽກ ແກ້ບັນຫາແນວໃດດີ?

161

ກ່ອນເຮົາຈະຫາຄຳຕອບວ່າຄວນເຮັດແນວໃດດີເມື່ອເລີ່ມຮູ້ສຶກວ່າເຮັດວຽກແລ້ວບໍ່ມີຄວາມສຸກ ຢາກໃຫ້ທ່ານລອງກວດເຊັກກັນກ່ອນວ່າ ອັນທີ່ຈິງແລ້ວເປັນເພາະສາເຫດໃດກັນແທ້ ທີ່ເຮັດໃຫ້ເຮົາບໍ່ຢາກໄປເຮັດວຽກ ເພື່ອຫາທາງອອກໃນການຮັບມືໄດ້ຢ່າງຖືກຈຸດ.
1. ບໍ່ມັກຫົວໜ້າ/ເຈົ້ານາຍ
ບໍ່ວ່າໃຜກໍຫວັງວ່າຈະໄດ້ພົບຫົວໜ້າ ຫຼື ເຈົ້ານາຍດີໆ ກັນແນ່ນອນ ແຕ່ຄວາມເປັນຈິງອາດຕ່າງຈາກທີ່ຝັນ ເພາບໍ່ມີໃຜສົມບູນແບບໄປທັງໝົດ ຫຼາຍຄົນຈຶ່ງຕ້ອງທົນເຮັດວຽກຕໍ່ໄປທັງທີບໍ່ມັກເຈົ້ານາຍ.
ວິທີຮັບມື
– ລົມບັນຫາທີ່ເກີດຂຶ້ນກັບຫົວໜ້າແບບກົງໆ ແລະ ພະຍາຍາມຫາທາງອອກຮ່ວມກັນ.
– ປັບທັດສະນະໃນການສື່ສານກັບຫົວໜ້າ ລອງຫາວິທີທີ່ເຮັດໃຫ້ພວກເຂົາເຈົ້າຍອກຮັບຟັງ ແລະ ເຂົ້າໃຈ.

2. ບໍ່ມັກເພື່ອຮ່ວມງານ
ຄວາມສຸກໃນການເຮັດວຽກຍ່ອມຂຶ້ນຢູ່ກັບສະພາບແວດລ້ອມທີ່ເຮົາຢູ່ນຳ ຖ້າຫາກຕ້ອງພົບເພື່ອນຮ່ວມວຽກທີ່ຮູ້ສຶກບໍ່ມັກຢູ່ທຸກມື້ ສິ່ງເຫຼົ່ານີ້ກໍບັ່ນທອນພະລົງງານໃນການເຮັດວຽກຂອງເຮົາໄດ້ໂດຍບໍ່ຮູ້ໂຕເຊັ່ນກັນ.
ວິທີຮັບມື
– ປັບທັດສະນະຄະຕິທີ່ມີຕໍ່ຄົນເຫຼົ່ານັ້ນ ເພາະບາງເທື່ອອາດເກີດຈາກອັກຄະຕິສ່ວນຕົວຂອງເຮົາເອງ.
– ຖ້າຫາກຮູ້ວ່າເຖິງແນວໃດກໍປ່ຽນນິໄສພວກເຂົາບໍ່ໄດ້ ພະຍາຍາມຫາທາງຢູ່ຫ່າງຈາກຄົນເຫຼົ່ານັ້ນໃຫ້ຫຼາຍທີ່ສຸດ.

3. ບໍ່ມ່ວນກັບວຽກງານແລ້ວ
ຫຼາຍຄົນເບື່ອວຽການທີ່ເຮັດຢູ່ ເພາະຮູ້ສຶກວ່າເລີ່ມບໍ່ມ່ວນກັບວຽກເຫຼົ່ານີ້ອີກຕໍ່ໄປແລ້ວ ຍິ່ງເຮັດກໍຍິ່ງເບື່ອ ຍິ່ງຂາດແຮງຈູງໃຈໃນການເຮັດວຽກມີແຕ່ຄວາມຮູ້ສຶກຢາກຈະຂຽນໃບລາອອກ ຫຼື ຫາວຽກໃໝ່ຢູ່ເລື່ອຍໆ.
ວິທີຮັບມື
– ສ້າງເງື່ອນໄຂໃນການໃຫ້ລາງວັນຕົວເອງເລັກໜ້ອຍໆ ໃນແຕ່ລະມື້ ເພື່ອເປັັນແຮງຈູງໃຈໃນການເຮັດວຽກ.
– ຕັ້ງເປົ້າໝາຍທີ່ເປັນຈິງໄດ້ໃນແຕ່ລະມື້ ເພື່ອຈະໄດ້ມີກຳລັງໃຈໃນການເຮັດວຽກໃຫ້ສຳເລັດຕາມເປົ້າໝາຍທີ່ຕັ້ງໄວ້.

  1. ເງິນເເດືອນໜ້ອຍ
    ເມື່ອໃດກໍ່ຕາມທີ່ເລີ່ມຮູ້ສຶກວ່າວຽກທີ່ເຮັດຢູ່ໄດ້ຮັບເງິນເດືອນບໍ່ຄຸ້ມຄ່າເມື່ອຍ ຈະສົ່ງຜົນໃຫ້ເຮົາບໍ່ມີຄວາມສຸກກັບການເຮັດວຽກໄປໂດຍບໍ່ມີເຫດຜົນ ແຕ່ຕ້ອງແຍກໃຫ້ອອກກ່ອນວ່າໄດ້ຮັບເງິນເດືອນໜ້ອຍແທ້ໆ ຫຼື ພຽງແຕ່ຮູ້ສຶກໄປເອງ.
    ວິທີຮັບມື

– ແຈ້ງໃຫ້ຫົວໜ້າວຽກຮັບຮູ້ເພື່ອຂໍປັບເງິນເດືອນຂຶ້ນ ຫາກໝັ້ນໃຈວ່າຕົນເອງເຮັດວຽກນັ້ນໆ ໄດ້ດີແທ້.
– ຖ້າຫາກໂອກາດຂຶ້ນເງິນເດືອນເປັນສູນ ນອກຈາກຍອມຮັບຄວາມຈິງໃຫ້ໄດ້ແລ້ວ ລອງຫາວິທີຫຼຸດລະດັບຄວາມຄຽດລົງດ້ວຍການນັ່ງສະມາທິ ຫຼື ອອກກຳລັງກາຍ.

5. ວຽກໜັກຈົນໝົດໄຟ
ພາວະໄຟໃນການເຮັດວຽກສາມາດເກີດຂຶ້ນໄດ້ກັບທຸກຄົນ ໂດຍສະເພາະກັບຄົນທີ່ຮູ້ສຶກວ່າຕົນເອງເຮັດວຽກໜັກເກີນໄປ ຈົນເກີດທັງຄວາມຄຽດ ແລະ ຄວາມກົດດັນ ແຖມບາງເທື່ອກໍບໍ່ແມ່ນວຽກໃນໜ້າທີ່ຂອງຕົນເອງ.
ວິທີຮັບມື
– ຫັດປະຕິເສດວຽກທີ່ບໍ່ຈຳເປັນ ຫຼື ຢູ່ນອກເໜືອຈາກຄວາມຮັບຜິດຊອບຂອງຕົນເອງ.
– ກຳໜົດຂອບເຂດໃນການເຮັດວຽກ ແລະຈັດລະບົບການເຮັດວຽກໃໝ່ໃຫ້ເຂົ້າທີ່ເຂົ້າທາງ.
– ວຽກບໍ່ແມ່ນທຸກສິ່ງທຸກຢ່າງໃນຊີວິດ ຈຶ່ງຄວນໃຫ້ເວລາຕົນເອງໄດ້ຜ່ອນຄາຍ ຫຼື ໄດ້ພັກຜ່ອນແນ່.

ຮຽບຮຽງ: ສຸພາລັກ