ບອກສູດ ຂົ້ວສະເຕັກງົວແຊບໆ

395

ຂົ້ວສະເຕັກງົວເປັນອາຫານ ທີ່ໃຜກໍແຕ່ງເອງໄດ້, ມັນແຊບ ແລະ ກໍ ຄລາສສິກ ຕະຫຼອດການ. ຈະລາດໜ້າເຂົ້າຈ້າວ ຫຼື ເອົາເຂົ້າໜຽວມາຈ້ຳກໍບໍ່ວ່າກັນ ແຊບໄດ້ທຸກແບບ.


ເຄື່ອງປຸງ
ຊີ້ນຂາລາຍຊອຍ 300 ກຣາມ
ຫອມບົ່ວໃຫຍ່ 1 ໜ່ວຍ, ຊອຍເປັນຕ່ອນ
ກະທຽມ 6 ກີບ, ທຸບພໍແຕກ
ໝາກເລັນ 2 ໜ່ວຍ, ຊອຍເປັນຕ່ອນ
ຫອມບົ່ວໃບ 3 ຕົ້ນ, ຕັດຍາວປະມານຂໍ້ມື
ນ້ຳມັນຫອຍ 2 ບ່ວງແກງ
ສະອິວ ½ ບ່ວງແກງ
ນ້ຳຕານ 1 ບ່ວງກາເຟ
ຄະນໍຜົງ 1 ບ່ວງກາເຟ
ພິກໄທດຳປົ່ນ ½ ບ່ວງກາເຟ
ນ້ຳມັນພືດ 1.5 ບ່ວງແກງ


ວິທີເຮັດ
ຂັ້ນຕອນ 1: ເອືອບຊີ້ນດ້ວຍນ້ຳມັນຫອຍ, ສະອິວ, ນ້ຳຕານ, ຄະນໍ ແລະ ພິກໄທ ຄົນໃຫ້ເຂົ້າກັນປະໄວ້ 10 ນາທີ.
ຂັ້ນຕອນ 2: ຄ້າງໝໍ້ຂາງ ໃສ່ນ້ຳມັນພືດໃຊ້ໄຟແຮງ, ເອົາກະທຽມລົງຂົ້ວໃຫ້ຫອມ ແລະ ເອົາຊີ້ນລົງ ຄົນໄວໆ ປະມານ 2 ນາທີ, ແລ້ວເອົາຫອມບົ່ວ ແລະ ໝາກເລັນລົງຂົ້ວປະມານ 1 ນາທີ, ແລ້ວເອົາຫອມບົ່ວລົງ, ຄົນ ແລະ ປິດໄຟ ພ້ອມເສີບ ກິນກັບເຂົ້າຈ້າວຮ້ອນໆ.

ຮຽບຮຽງ: ສຸພາລັກ