ຊຽງຂວາງແຕ່ງຕັ້ງຮອງເຈົ້າແຂວງ 2 ທ່ານພ້ອມໂຍກຍ້າຍພະນັກງານຫຼັກແຫຼ່ງຫຼາຍຕຳແໜ່ງ

345

ພິທີປະກາດການນຳພັກການ-ເຂົ້າຮັບອຸດໜູນບຳນານ ແລະ ຍົກຍ້າຍຮັບໜ້າທີ່ໃໝ່ ໄດ້ຈັດຂຶ້ນໃນວັນທີ23ກຸມພາ2021 ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ ຮອງຫົວໜ້າພະແນກການ, ກອງບັນຊາການ, ອົງການເຂົ້າຮ່ວມ.
ໃນພິທີ ທ່ານ ສູນທອນ ພັນມີໄຊ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງສະບັບເລກທີ289/ຄລສພ ລົງວັນທີ18ທັນວາ2020 ວ່າດ້ວຍການອະນຸມັດໃຫ້ການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຕົກລົງໃຫ້ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ອອກພັກການ-ຮັບອຸດໜູນບຳນານໃນງວດ1ປີ2021, ມະຕິຕົກລົງ ສະບັບເລກທີ292/ຄລສພ ລົງວັນທີ18ທັນວາ2020 ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ຕົກລົງໃຫ້ ທ່ານ ຄຳພູ ຈັນທະວົງ ຫົວໜ້າຫ້ອງວ່າການແຂວງ ອອກພັກການ-ຮັບອຸດໜູນບຳນານໃນງວດ1ປີ2021, ຂໍ້ຕົກລົງສະບັບເລກທີ47/ຈຂ.ຊຂ ລົງວັນທີ20ມັງກອນ2021 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການ-ຮັບອຸດໜູນບຳນານ ອະນຸມັດໃຫ້ທ່ານນາງ ຄຳໄສ ທິບດາລາ ວ່າການປະທານສະຫະພັນແມ່ຍິງແຂວງ ອອກພັກການ-ຮັບອຸດໜູນບຳນານໃນງວດ1ປີ2021, ຂໍ້ຕົກລົງສະບັບເລກທີ670/ຈຂ.ຊຂ ລົງວັນທີ15ທັນວາ2020 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນອອກພັກການ-ຮັບອຸດໜູນບຳນານ ອະນຸມັດໃຫ້ທ່ານ ສີທອນ ສໍບົວລະພາ ຫົວໜ້າພະແນກພາຍໃນແຂວງ ອອກພັກການ-ຮັບອຸດໜູນບຳນານໃນງວດ1ປີ2021.


ຈາກນີ້ແມ່ນໄດ້ມີມະຕິຕົກລົງ ສະບັບເລກທີ21/ຄປພຂ.ຊຂ ລົງວັນທີ15ກຸມພາ2021 ວ່າດ້ວຍການຍົກຍ້າຍພະນັກງານ ໂດຍໄດ້ຍົກຍ້າຍທ່ານ ບົວເງິນ ຫຸມໄຊຍະພົມ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄປປະຕິບັດໜ້າທີ່ຢູ່ແຂວງ, ມະຕິຕົກລົງ ສະບັບເລກທີ19/ຄປພຂ.ຊຂ ລົງວັນທີ11ກຸມພາ2021 ວ່າດ້ວຍການຍົກຍ້າຍພະນັກງານ ຍົກຍ້າຍທ່ານ ສີວິໄລ ແສງຈະເລີນ  ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ໄປປະຕິບັດໜ້າທີ່ວຽກງານຢູ່ແຂວງ, ມະຕິຕົກລົງສະບັບເລກທີ20/ຄປພຂ.ຊຂ ລົງວັນທີ11ກຸມພາ2021 ວ່າດ້ວຍການຍົກຍ້າຍພະນັກງານ ຍົກຍ້າຍທ່ານ ບຸນເລື່ອນ ວັນນາຮັກ  ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄປປະຕິບັດໜ້າທີ່ວຽກງານຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີ

ແຂວງ, ມະຕິຕົກລົງສະບັບເລກທີ16/ຄປພຂ.ຊຂ ລົງວັນທີ9ກຸມພາ2021 ວ່າດ້ວຍການຍົກຍ້າຍພະນັກງານ ຍົກຍ້າຍທ່ານນາງ ຈັນທະສອນ ພູນສຸກ ຮອງຫົວໜ້າຫ້ອງວ່າການແຂວງໄປປະຕິບັດໜ້າທີ່ວຽກງານຢູ່ສະຫະພັນແມ່ຍິງແຂວງ,

ຂໍ້ຕົກລົງສະບັບເລກທີ87/ຈຂ.ຊຂ ລົງວັນທີ1ກຸມພາ2021 ວ່າດ້ວຍການແຕ່ງຕັ້ງຮອງເຈົ້າແຂວງໆຊຽງຂວາງ ຕົກລົງແຕ່ງຕັ້ງບັນດາທ່ານຮອງເຈົ້າແຂວງຊຽງຂວາງດັ່ງນີ້: 1, ທ່ານ ບົວເງິນ ຫຸມໄຊຍະພົມ ເປັນຮອງເຈົ້າແຂວງ, 2, ທ່ານ ສີວິໄລ ແສງຈະເລີນ ເປັນຮອງເຈົ້າແຂວງ

ຂໍ້ຕົກລົງສະບັບເລກທີ88/ຈຂ.ຊຂ ລົງວັນທີ1ກຸມພາ2021 ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງວ່າການແຂວງຊຽງຂວາງ ຕົກລົງແຕ່ງຕັ້ງທ່ານ ສົມພອນ ສີອາໄພ ເປັນຫົວໜ້າຫ້ອງວ່າການແຂວງ, ຂໍ້ຕົກລົງສະບັບເລກທີ101/ຈຂ.ຊຂ ລົງວັນທີ11ກຸມພາ2021 ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ແຕ່ງຕັ້ງທ່ານ ບຸນເລື່ອນ ວັນນາຮັກ  ເປັນຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຂຽງຂວາງ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວງໆຊຽງຂວາງໄດ້ມີຄຳຄິດເຫັນແລກປ່ຽນ ຜູ້ທີ່ພັກການ ແລະ ຜູ້ຮັບໜ້າທີ່ໃໝ່ ໃຫ້ເອົາໃຈໃສ່ຮັກສາສຸຂະພາບ, ສຸມຫົວຄິດ ສະຕິປັນຍາເຂົ້າໃນການສ້າງສາພັດທະນາແຂວງຊຽງຂວາງໃຫ້ຈະເລີນຂື້ນເລືອຍໆ
ຂ່າວ: ບຸນມີ ແສງທຸມມີ