ເຕືອນ! 4 ອາຫານທີ່ສາວໜ້າມັນຕ້ອງຫຼີກ ຖ້າບໍ່ຢາກໝົດງາມ

292

ຮູ້ ຫຼື ບໍ່ວ່າ ຜິວໜ້າທີ່ມີນ້ຳມັນສ່ວນເກີນຫຼາຍເກີນໄປນັ້ນ ມີສາເຫດສຳຄັນມາຈາກການກິນທີ່ຮັບປະທານເຂົ້າໄປ ເພາະອາຫານບາງຊະນິດ ມີຄຸນນະສົມບັດໃນການເພີ່ມຄວາມມັນເທິງຊັ້ນຜິວ ຍິ່ງກິນຫຼາຍ ຜິວກໍຈະຍິ່ງມັນຫຼາຍກວ່າເກົ່າ ດັ່ງນັ້ນສາວໆ ໜ້າມັນທັ້ງຫຼາຍຄວນຕ້ອງລະມັດລະວັງເລື່ອງການກິນເປັນພິເສດ ດ້ວຍການຫຼີກລຽງ 4 ອາຫານຕ້ອງຫ້າມດັ່ງຕໍ່ໄປນີ້ ທີ່ຈະກິນແລ້ວເຮັດໃຫ້ຜິວສາວໆມັນຫຼາຍກວ່າເກົ່າ ມີຫຍັງແນ່ນັ້ນໄປເບິ່ງນຳກັນເລີຍ.

  1. ຂອງຫວານ
    ຂອງຫວານປະເພດ ເຂົ້າໜົມເຄັກ, ເບເກີຣີ້, ຊັອກໂກແລັດຫຼືອາຫານທີ່ມີປະລິມານນ້ຳຕານເປັນສ່ວນປະກອບສູງນັ້ນ ເປັນອາຫານທີ່ສາວໆ ໜ້າມັນຄວນງົດເປັນຢ່າງຍິ່ງ ເພາະເມື່ອໃດກໍ່ຕາມທີ່ຮ່າງກາຍຮັບນ້ຳຕານໃນປະລິມານສູງ ກໍຈະມີຜົນໃນການເຮັດໃຫ້ການຜະລິດນ້ຳມັນເທິງຜິວໜ້າຂອງສາວໆ ຫຼາຍຂຶ້ນກວ່າເກົ່າອີກ ອີກທັງຍັງເຮັດໃຫ້ຜິວໜ້າເບິ່ງແກ່ກ່ອນໄວ ແລະ ມີນ້ຳໜັກໂຕເພີ່ມຫຼາຍຂຶ້ນ.


2. ເຄື່ອງດື່ມແອວກໍຮໍ
ເຄື່ອງດື່ມແອວກໍຮໍປະເພດ ເຫຼົ້າ, ໄວນ໌, ເບຍ ມີສ່ວນປະກອບເປັນນ້ຳຕານໃນປະລິມານທີ່ສູງ ເຊິ່ງເປັນປັດໄຈສຳຄັນທີ່ເຮັດໃຫ້ການຜະລິດຄວາມມັນຂອງຜິວໜ້າສູງຂຶ້ນ ທັງເປັນຕົວແປທີ່ຈະເຮັດໃຫ້ເກີດສິວເທິງໜ້າໄດ້ຫຼາຍກວ່າອີກ.


3. ອາຫານລົດຊາດເຜັດຮ້ອນ
ອາຫານລົດຊາດເຜັດຮ້ອນທີ່ມີສ່ວນປະກອບເປັນໝາກເຜັດຈຳພວກ ຕຳສົ້ມ, ຕົ້ມຍຳ,ແຈ່ວ ແລະ ອື່ນໆ ເປັນອາຫານທີ່ຈະກະຕຸ້ນການຜະລິດນ້ຳມັນໃນຮ່າງກາຍໃຫ້ອອກມາໃນປະລິມານທີ່ສູງຫຼາຍກວ່າເກົ່າ ເຊິ່ງຈະສັງເກດໄດ້ວ່າຄົນທີ່ຮັບປະທານອາຫານປະເພດນີ້ເປັນປະຈຳນັ້ນມັກຈະມີສິວຂຶ້ນມາຕະຫຼອດ ດັ່ງນັ້ນໃຜທີ່ບໍ່ຢາກເປັນສິວ ຫຼື ມີຜິວທີ່ມັນ ແມ່ນໃຫ້ຫຼຸດ ລະ ເຊົາ ອາຫານຈຳພວກນີ້ຈັກໜ້ອຍກໍຈະເປັນການດີ.


4. ອາຫານທີ່ມີສ່ວນປະສົມຂອງນົມ ມີຄຸນນະສົມບັດໃນການເພີ່ມລະດັບຮໍໂມນພາຍໃນຮ່າງກາຍ ຈຶ່ງເປັນສາເຫດໃຫ້ຜິວຖືກກະຕຸ້ນຈາກຕ່ອມໄຂມັນຫຼາຍຂຶ້ນ ເຮັດໃຫ້ຜິວໜ້າມັນຫຼາຍກວ່າເກົ່າ ສຳລັບສາວໆທີ່ຮັກການດື່ມນົມ ຫຼື ຮັບປະທານອາຫານປະສົມຂອງນົມເປັນຊີວິດຈິດໃຈ ລອງຫັນມາດື່ມນ້ຳຫຼາຍໆ ສະລັບກັນແນ່ກໍຈະດີຕໍ່ສຸຂະພາບໜ້າຫຼາຍຂຶ້ນ.


ຮູ້ແບບນີ້ແລ້ວ ສາວໆທີ່ມີໜ້າມັນທັງຫຼາຍກໍບໍ່ຄວນຖືເບົາ ໃຜທີ່ມັກຮັບປະທານອາຫານເຫຼົ່ານີ້ຫຼີກລຽງໄວ້ຈະດີທີ່ສຸດ ເພາະຍິ່ງຮັບປະທານຫຼາຍເທົ່າໃດກໍຈະຍິ່ງເຮັດໃຫ້ສາວໆ ທີ່ມີໃບໜ້າງາມ ຕ້ອງມານັ່ງກຸ້ມໃຈກັບບັນຫາຜິວໜ້າມັນ ແລະ ສິວທີ່ເກີດຂຶ້ນມາໂດຍບໍ່ໄດ້ນັດໝາຍຫຼາຍຂຶ້ນເທົ່ານັ້ນ ຫັນມາຮັບປະທານອາຫານທີ່ມີປະໂຫຍດຕໍ່ຜິວໜ້າເຊັ່ນ ຜັກ, ໝາກໄມ້, ທັນຍາພືດ, ຊີ້ນສັດບໍ່ຕິດມັນຈະດີກວ່າຢ່າງແນ່ນອນ.