ລາວໄດ້ຮັບເຄື່ອງຊ່ວຍເຫຼືອຊຸດກວດໂຄວິດ-19 ຈາກໄທ 10ພັນຊຸດ

280

ສປປ ລາວ ໄດ້ຮັບເຄື່ອງຊ່ວຍເຫຼືອ ດ້ານວິເຄາະ ໂດຍມີນໍ້າຢາ ແລະ ຊຸດກວດວິເຄາະຫາເຊື້ອໂຄວິດ-19 ຈາກລັດຖະບານ ແຫ່ງຣາຊະອານາຈັກໄທ ຈໍານວນ 10.000 ຊຸດ ລວມມູນຄ່າ 15ພັນກວ່າໂດລາສະຫະລັດ.

ໃນວັນທີ 26 ກຸມພາ 2021 ທີ່ສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ມີພິທີມອບ-ຮັບ ເຄື່ອງຊຸດກວດພະຍາດໂຄວິດ-19 ທີ່ໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານ ແຫ່ງຣາຊາອານາຈັກໄທ, ຕາງໜ້າຮັບຝ່າຍລາວ ໂດຍທ່ານ ສົມຈິດ ພາວິໄລ ຮອງຫົວໜ້າຫ້ອງການ ກະຊວງສາທາລະນະສຸກ, ຕາງໜ້າມອບຝ່າຍໄທ ໂດຍທ່ານ ນາງ ອຸຣະວະດີ ສິພິຣົມ ອັກຄະຣາຊາທູດ ແຫ່ງຣາຊາອານັກໄທ ປະຈໍາ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ຮອງຫົວໜ້າຫ້ອງການກະຊວງ ສາທາລະນະສຸກ ກ່າວວ່າ: ຕໍ່ກັບເຄື່ອງຊ່ວຍເຫຼືອທີ່ໄດ້ຮັບ ກໍ່ຄືຊຸດກວດຫາເຊື້ອໂຄວິດ-19ໂດຍແມ່ນການນໍາໃຊ້ເຕັກນິກ Real-Time PCR ທີ່ຜະລິດໃນປະເທດໄທ ແລະ ໄດ້ຜ່ານການກວດສອບແລ້ວວ່າເປັນໄປຕາມມາດຕະຖານສາກົນ. ຊຸດກວດໂຄວິດດັ່ງກ່າວແມ່ນຈະຖືກນໍາໄປມອບຊ່ວຍເຫຼືອ ບັນດາປະເທດສະມາຊິກອາຊຽນ ປະເທດລະ 10.000 ຊຸດ ໜຶ່ງໃນນັ້ນ ກໍແມ່ນ ສປປ ລາວ ທີ່ໄດ້ຮັບຊຸດກວດດັ່ງກ່າວເມື່ອທ້າຍປີ 2020 ທີ່ຜ່ານມາ ມູນຄ່າ 15.625ໂດລາສະຫະລັດ.

ຂະນະດຽວກັນ ທ່ານ ນາງ ອຸຣະວະດີ ສິພິຣົມ ກ່າວວ່າ: ເຄື່ອງຊ່ວຍເຫຼືອ ຊຸດກວດຫາເຊື້ອໂຄວິດ-19 ຈໍານວນ 10.000 ຊຸດນີ້ ແມ່ນນໍ້າໃຈຈາກໄທ ເຊິ່ງເປັນການປະຕິບັດຕາມຄໍາໝັ້ນສັນຍາຂອງທ່ານ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງຣາຊາອານາຈັກໄທ ທີ່ໄດ້ປະກາດໄວ້ກອງປະຊຸມສຸດຍອດອາຊຽນສະໄໝພິເສດວ່າດ້ວຍການລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ, ເຊິ່ງເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນມາຮອດລາວຕັ້ງແຕ່ວັນທີ 17 ທັນວາ 2020 ຜ່ານມາ ແຕ່ຫາກໍມີພິທີມອບ-ຮັບເປັນທາງການໃນມື້ນີ້.