ຜ່ານໄປ 2 ອາທິດ ສົມພອນ ນໍາດາວຍິງສູງສຸດໃນຟຸດຊໍ ຣີໄວ ຄັບ, ອາທິດນີ້ແຂ່ງ 6 ຄູ່ຕາມປົກກະຕິ

166

ການແຂ່ງຂັນກີລາຟຸດຊໍ ລາຍການ ຣີໄວ ຄັບ 2021 ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ ຜ່ານໄປແລ້ວ 2 ອາທິດ ປາກົດວ່າ: ສົມພອນ ສໍາເພົານົນ ນັກຟຸດຊໍອະດີດທີມຊາດລາວ ຈາກທີມ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ຍັງຢຶດຜູ້ນໍາດາວຍິງສູງສຸດ ລົງສະໜາມ 2 ນັດຍິງໄປ 8 ປະຕູ, ສ່ວນອາທິດນີ້ແຂ່ງຂັນກັນ 6 ຄູ່ປົກກະຕິ.

ການແຂ່ງຂັນກີລາຟຸດຊໍ ລາຍການ ຣີໄວ ຄັບ 2021 ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ ແຂ່ງຂັນໄປແລ້ວ 2 ອາທິດ ( 24 ນັດ ) ປາກົດວ່າ: ມີປະຕູເກີດຂຶ້ນເຖິງ 94 ປະຕູ, ສ່ວນທີມທີ່ຍິງປະຕູຫຼາຍທີ່ສຸດເປັນຂອງ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ຍິງໄປ 29 ປະຕູ ແລະ ເສຍພຽງ 3 ປະຕູ, ອັນດັບ 2 ນະຄອນຫຼວງ ຟຸດຊໍ ຍິງໄປ 16 ປະຕູ ແລະ ບໍ່ເສຍຈັກປະຕູ ແລະ ອັນດັບ 3 ຄິງດອມ ກັບ ໄອສະປອດ ຍິງໄດ້ 10 ປະຕູເທົ່າກັນ.

ໃນນັ້ນຜູ້ນໍາດາວຍິງສູງສຸດເປັນຂອງ ສົມພອນ ສໍາເພົານົນ ຈາກຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ລົງສະໜາມ 2 ນັດຍິງ 8 ປະຕູ, ອັນດັບ 2 ທິບພະສົງ ຄໍາມົນຕີ ຈາກນະຄອນຫຼວງ ຟຸດຊໍ ຍິງ 7 ປະຕູ, ສ່ວນ ອັນດັບ 3 ນິດນິລັນ ຈັນຈະເລີນ ກັບ ອັນດັບ 4 ຄໍາຜາ ພິພັກຂະວົງ ຍິງ 6 ແລະ 5 ປະຕູຕາມລຳດັບ.

ສະຖານະການກຸ່ມ A ນະຄອນຫຼວງ ຟຸດຊໍ ຂຶ້ນນໍາກຸ່ມຈາກການມີ 6 ຄະແນນຍິງໄປ 16 ປະຕູ ແລະ ບໍ່ເສຍຈັກປະຕູ, ອັນດັບ 2 ຄິງດອມ ຢູໄນເຕັດ ມີ 6 ຄະແນນຍິງໄປ 10 ປະຕູ ແລະ ເສຍ 8 ປະຕູ, ອັນດັບ 3 ທະເວັ້ນຕີ ຊິກ ຢູໄນເຕັດ ມີ 6 ຄະແນນຍິງໄດ້ 9 ປະຕູ ແລະ ເສຍ 3 ປະຕູ, ສ່ວນອັນດັບ 4, 5 ແລະ 6ເປັນຂອງ ເໜືອ-ໃຕ້, ເອັສວີເອັສ ແລະ ໂນອາ ຢູໄນເຕັດ ຕາມລໍາດັບບໍ່ມີຈັກຄະແນນ.

ສ່ວນກຸ່ມ B ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ມີ 6 ຄະແນນຍິງໄປ 29 ປະຕູ ແລະ ເສຍ 3 ປະຕູ, ອັນດັບ 2 ໄອສະປອດ ມີ 6 ຄະແນນຍິງໄປ 10 ປະຕູ ແລະ ເສຍ 4 ປະຕູ, ສ່ວນອັນດັບ 3 ກັບ ອັນດັບ 4 ເປັນຂອງ ເຄພີທີ ກັບ ຮ້ານເຕົາຮູ ຕຸ້ຍ-ຈ່ອຍ ຕາມລໍາດັບຈາກການມີ 3 ຄະແນນເທົ່າກັນ, ສ່ວນອັນດັບ 5 ແລະ 6 ຈັນສີ ຂົນ-ສົ່ງ ກັບ ອໍນິວ ເອັຟຊີ ບໍ່ມີຈັກຄະແນນ.

ສໍາລັບ ຕາຕະລາງການແຂ່ງຂັນດັ່ງຕາຕະລາງລຸ່ມນີ້: