ການສົ່ງອອກເດືອນມັງກອນເພີ່ມຂຶ້ນເລັກໜ້ອຍ ບັນລຸ 482 ລ້ານໂດລາ

421

ມູນຄ່າການນໍາເຂົ້າ ແລະ ສົ່ງອອກເດືອນ 1 ປີ 2021 ບັນລຸໄດ້ປະມານ 975 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ 482 ລ້ານໂດລາ ເພີ່ມຂຶ້ນຈາກ 468 ລ້ານໂດລາ ໃນເດືອນທັນວາປີຜ່ານມາ, ຂະນະທີ່ການນໍາເຂົ້າ 492 ລ້ານໂດລາ ຫຼຸດລົງຈາກ 546 ລ້ານໂດລາໃນເດືອນທັນວາ ແລະ ຂາດດຸນການຄ້າປະມານ 10 ລ້ານໂດລາ.

ອີງຕາມເວັບໄຊສູນຂໍ້ມູນຂ່າວສານດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການສົ່ງອອກ ມີປະມານ 482 ລ້ານໂດລາ, ສິນຄ້າສົ່ງອອກຫຼັກມີມັນຕົ້ນ ມູນຄ່າປະມານ 56 ລ້ານໂດລາ, ຄຳປະສົມ ( ຄຳແທ່ງ ) ມູນຄ່າປະມານ 56 ລ້ານໂດລາ, ແຮ່ທອງ ມູນຄ່າ 49 ລ້ານໂດລາ. ນອກນັ້ນ, ກໍມີໝາກກ້ວຍ ມູນຄ່າ 23 ລ້ານໂດລາ, ຢາງພາລາ 15 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 15 ລ້ານໂດລາ, ໂຄງຮ່າງ ( ຊິ້ນສ່ວນກ້ອງບັນທຶກພາບ ) ມູນຄ່າ 14 ລ້ານໂດລາສະຫະລັດ, ກາເຟ ( ບໍ່ທັນໄດ້ປຸງແຕ່ງ ) ມີ 13 ລ້ານໂດລາ, ນໍ້າຕານ 10 ລ້ານໂດລາ ແລະ ຢາສູບ ມູນຄ່າປະມານ 3 ລ້ານໂດລາສະຫະລັດ.

ไม่มีคำอธิบายรูปภาพ

ສ່ວນສິນຄ້ານໍາເຂົ້າຫຼັກມີ ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 42 ລ້ານໂດລາ; ຮອງມາແມ່ນນ້ຳມັນກາຊວນ 38 ລ້ານໂດລາ, ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) ມູນຄ່າ 35 ລ້ານໂດລາ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) 35 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 24 ລ້ານໂດລາ ແລະ ສິນຄ້າອື່ນໆອີກ.

ไม่มีคำอธิบายรูปภาพ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີ: ຈີນ 167 ລ້ານໂດລາ, ຫວຽດນາມ 121 ລ້ານໂດລາ, ໄທ 89 ລ້ານໂດລາ, ອິນເດຍ 14 ລ້ານໂດລາ ແລະ ຍີ່ປຸ່ນ 7 ລ້ານໂດລາ.

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີ: ໄທ 266 ລ້ານໂດລາ, ຈີນ 115 ລ້ານໂດລາ, ຫວຽດນາມ 59 ລ້ານໂດລາ, ຍີ່ປຸ່ນ 7 ລ້ານໂດລາ ແລະ ອາເມຣິກາ 13 ລ້ານໂດລາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 1 ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.