ແກ້ວວຽງເພັດ ຕັດສິນໃຈເລືອກ ຊ້າງນ້ອຍ ເອັຟຊີ ລຸຍລາວລີກ1

154

ພາຍຫຼັງທີ່ ມາສເຕີ 7 ເອັຟຊີ ຕົ້ນສັງກັດຂອງ ແກ້ວວຽງເພັດ ລິດທິເດດ ປະກາດຖອນຕົວຈາກການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ເນື່ອງຈາກສະໂມສອນດັ່ງກ່າວບໍ່ມີຄວາມພ້ອມທີ່ຈະເຂົ້າຮ່ວມແຂ່ງຂັນ ເຮັດໃຫ້ແຟນບານຕ່າງຕິດຕາມວ່າ ແກ້ວວຽງເພັດ ເຈົ້າຂອງດາວຍິງສູງສຸດລີກສູງສຸດຂອງ ສປປ ລາວ 2019 ແລະ 2020 ຈະເລືອກໄປຢູ່ກັບທີມໃດ?, ຫຼ້າສຸດ ແກ້ວວຽງເພັດ ໄດ້ເລືອກໄປຢູ່ກັບ ຊ້າງນ້ອຍ ແລະ ຝຶກຊ້ອມຢ່າງເປັນທາງການໃນອາທິດ ທີ່ຜ່ານມາ.

ແກ້ວວຽງເພັດ ເປີດເຜີຍຕໍ່ທີມຂ່າວເສດຖະກິດ-ການຄ້າ ວ່າ: ປະສົບການໃນລາວລີກ 2020 ທີ່ຜ່ານມາກະເປັນອີກລະດູການທີ່ຕື່ນເຕັ້ນ ແລະ ເປັນປີທີ່ດີສຳລັບຟອມການຫຼິ້ນຂອງຕົວເອງ ສະພາບໂດຍລວມອັນດັບສອງກະເປັນຜົນງານທີ່ພໍໃຈຂອງທີມທີ່ຕັ້ງເປົ້າໝາຍໄວ້ຢູ່ແລ້ວ ແນ່ນອນວ່າການບໍ່ສົ່ງທີມເຂົ້າຮ່ວມຂອງ ມາສເຕີ 7 ເອັຟຊີ ກະຮູ້ສຶກເຂົ້າໃຈເຖິງບັນຫາສະພາບຂອງທີມທີ່ບໍ່ສາມາດໄປຕໍ່ໄດ້ກະເຫັນໃຈທາງຫົວໜ້າບໍລິຫານທີ່ຕັ້ງໃຈ ແລະ ເອົາໃຈໃສ່ມາໂດຍຕະຫຼອດ ແຕ່ກະຕ້ອງອີງໃສ່ສະພາບຄວາມເປັນຈິງກະຄືເລື່ອງງົບປະມານຄ່າໃຊ້ຈ່າຍທີ່ຕອ້ງແບກຫາບ ແລະ ຍາກຫຼາຍສະນັ້ນທີ່ບໍ່ໄດ້ສົ່ງທີມເຂົ້າຮ່ວມປີນີ້ຫວັງວ່າທາງຜູ້ໃຫຍ່ ແລະ ແຟນບານທຸກຄົນຄົງຈະເຂົ້າໃຈ.

“ ສໍາລັບ ການຕັດສິນໃຈຍ້າຍໄປຮ່ວມທີມ ຊ້າງນ້ອຍ ເອັຟຊີ ກໍເປັນຄວາມທ້າທາຍໃໝ່ ແລະ ເປັນໂອກາດຈະໄດ້ຮ່ວມກັບທີມທີ່ດີ ແລະ ມີຄຸນນະພາບ, ມີອົງປະກອບໂຄງສ້າງທີມທີ່ສົມບູນ, ມີຄູຝຶກທີ່ມີຄຸນນະພາບ, ມີນັກເຕະທີມຊາດທີ່ມີຄວາມສາມາດຫຼາຍໆຄົນ; ແນ່່ນອນເປົ້າໝາຍໃນປີນີ້ຢາກພາທີມຄວ້າແຊັມ ເພື່ອສ້າງປະຫວັດສາດ ແລະ ຢາກເປັນສ່ວນໜຶ່ງໃນການສ້າງຄວາມສຳເລັດ ” ແກ້ວວຽງເພັດ ກ່າວ.

ແກ້ວວຽງເພັດ ລິດທິເດດ ກາງກອງຊາວລາວ ສ້າງຜົນງານໂດດເດັ່ນໃນລະດູການ 2020 ລົງສະໜາມໄປ 12 ນັດຍິງໄດ້ 12 ປະຕູ ຊ່ວຍໃຫ້ ມາສເຕີ 7 ເອັຟຊີ ລົງສະໜາມ 12 ນັດຊະນະ 7, ສະເໝີ 4 ແລະ ເສຍ 1 ນັດມີ 25 ຄະແນນຄວ້າຮອງແຊັມລາວລີກ 1 ລະດູການ 2020 ຕາມຫຼັງແຊັມຢ່າງ ລາວໂຕໂຢຕ້າ ເອັຟຊີ 7 ຄະແນນ ແລະ ໜີຫ່າງອັນດັບ 3 ຊ້າງນ້ອຍ ເອັຟຊີ 8 ຄະແນນ ພ້ອມທັງຄວ້າລາງວັນດາວຍິງສູງສຸດໃນລີກສູງສຸດຂອງ ສປປ ລາວ ເປັນປີທີ 2 ປີລຽນຕິດຕໍ່ຈາກປີ 2019.

ໄປເບິ່ງປະຕູສຸດງາມຂອງ ແກ້ວວຽງເພັດ ໃນລາວລີກ 1 ລະດູການ 2020 ໄດ້ທີ່ຄລິບລຸ່ມນີ້:

ຂ່າວ: ຄໍາສອນ; ຮູບຈາກ: Lao Premier League ແລະ ຂ່າວເສດຖະກິດ-ການຄ້າ