ເຈົ້າແຂວງຄຳມ່ວນ ຖະແຫລງຜົນການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງຊຸດທີ II

367

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄຳມ່ວນ ໄດ້ຖະແຫລງຂ່າວຜ່ານສື່ມວນຊົນ ຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 25 ກຸມພາ 2021 ກ່ຽວກັບຜົນສຳເລັດຂອງການເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ(ສສຂ) ຊຸດທີ II ວ່າ : ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ແກ່ຄະນະກໍາມະການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໃນນາມປະທານ ໄດ້ມາຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອແຈ້ງມາຍັງສະມາຊິກພັກ, ພະນັກງານ, ທະຫານ-ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ນັກຮຽນ-ນັກສຶກສາ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນແຂວງຄໍາມ່ວນ ໄດ້ຮັບຊາບ ກ່ຽວກັບ ຜົນຂອງການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຕໍ່ບັນດາທ່ານ ຄືດັ່ງນີ້:


ການປ່ອນບັດເລືອກຕັ້ງສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ແມ່ນໄດ້ເລີ່ມແຕ່ເວລາ 7:00 ໂມງເຊົ້າ ຂອງວັນທີ 21 ກຸມພາ 2021.
ພາຍຫຼັງທີ່ໄດ້ປິດຫີບບັດເລືອກຕັ້ງ ແຕ່ລະໜ່ວຍເລືອກຕັ້ງກໍໄດ້ນັບຄະແນນ ແລະ ສົ່ງໃຫ້ຄະນະກຳມະການເລືອກຕັ້ງຂັ້ນເມືອງກວດກາຄວາມຖືກຕ້ອງ, ປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງເຊັນຢັ້ງຢືນ ສົ່ງໃຫ້ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ການລວບລວມສະຫຼຸບຄະແນນໃນ 10 ເຂດເລືອກຕັ້ງ (ໃນ 10 ເມືອງ) ໄດ້ສຳເລັດໃນເວລາ 23 ໂມງ 00 ຂອງວັນທີ 21 ກຸມພາ 2021. ການກວດນັບຄະແນນໄດ້ດຳເນີນໄປຢ່າງຖືກຕ້ອງ ແລະ ໂປ່ງໃສ.
ຜົນການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ມີດັ່ງນີ້:
– ເຂດເລືອກຕັ້ງເມືອງທ່າແຂກ: ຈໍານວນຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ທ່ານ, ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີຈໍານວນ 3 ທ່ານ. ເຊິ່ງມີລາຍຊື່ດັ່ງນີ້:
1. ທ່ານ ນັນທະໄຊ ອິນທະສອນ
2. ທ່ານ ບຸນເກີດ ດາລາສຸກ
3. ທ່ານ ນາງ ຫອມມະລາ ສີພະບົດ
– ເຂດເລືອກຕັ້ງເມືອງໜອງບົກ: ຈໍານວນຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ທ່ານ, ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີຈໍານວນ 3 ທ່ານ. ເຊິ່ງມີລາຍຊື່ດັ່ງນີ້:
1. ທ່ານ ສຸວັນໂນ ວິໄລວັນ
2. ທ່ານ ນາງ ດາລາມິນ ສີສະຫວ່າງ
3. ທ່ານ ນາງ ສາທິດ ຈັນສີ
– ເຂດເລືອກຕັ້ງເມືອງຫີນບູນ: ຈໍານວນຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ທ່ານ, ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີຈໍານວນ 3 ທ່ານ. ເຊິ່ງມີລາຍຊື່ດັ່ງນີ້:
1. ທ່ານ ສະຫວັດ ໄຟມະສານ
2. ທ່ານ ນາງ ວຽງສະຫວັນ ທິບພະໄກສອນ
3. ທ່ານ ໂຮມມາ ສີບຸນເຮືອງ
– ເຂດເລືອກຕັ້ງເມືອງເຊັ້ງໄຟ: ຈໍານວນຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ທ່ານ, ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີຈໍານວນ 3 ທ່ານ. ເຊິ່ງມີລາຍຊື່ດັ່ງນີ້:
1. ທ່ານ ວິໄລ ພົມມະຈັກ
2. ທ່ານ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ
3. ທ່ານ ພັທ ຈັນເພັງ ແກ້ວມະນີ


– ເຂດເລືອກຕັ້ງເມືອງມະຫາໄຊ: ຈໍານວນຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ທ່ານ, ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີຈໍານວນ 3 ທ່ານ. ເຊິ່ງມີລາຍຊື່ດັ່ງນີ້:
1. ທ່ານ ບົວພັນ ແສງຈັນ
2. ທ່ານ ອິນທະວົງ ພົມມະຈັນ
3. ທ່ານ ນາງ ຄໍາສອນ ວົງຊະນະ
– ເຂດເລືອກຕັ້ງເມືອງຍົມມະລາດ: ຈໍານວນຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ທ່ານ, ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີຈໍານວນ 3 ທ່ານ. ເຊິ່ງມີລາຍຊື່ດັ່ງນີ້:
1. ທ່ານ ບຸນຖັນ ໂພທິລາດ
2. ທ່ານ ນາງ ອຸບົນລັດ ບົວຈູມ
3. ທ່ານ ຄໍາສຸກ ວັນທະວົງສາ
– ເຂດເລືອກຕັ້ງເມືອງນາກາຍ: ຈໍານວນຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ທ່ານ, ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີຈໍານວນ 3 ທ່ານ. ເຊິ່ງມີລາຍຊື່ດັ່ງນີ້:
1. ທ່ານ ຄໍາໝັ້ນ ອິນທະວົງ
2. ທ່ານ ບຸນສະຫວ່າງ ສີສຸຂະລາດ
3. ທ່ານ ນາງ ທິບສະຫວັນ ອານຸວົງ
– ເຂດເລືອກຕັ້ງເມືອງໄຊບົວທອງ: ຈໍານວນຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ທ່ານ, ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີຈໍານວນ 3 ທ່ານ. ເຊິ່ງມີລາຍຊື່ດັ່ງນີ້:
1. ທ່ານ ບຸນທະວີ ພິລະວັນ
2. ທ່ານ ສາຍຄໍາ ພະໄຊສິດທິເດດ
3. ທ່ານ ນາງ ຖາວອນ ໄຊຍະສອນ


– ເຂດເລືອກຕັ້ງເມືອງບົວລະພາ: ຈໍານວນຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ທ່ານ, ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີຈໍານວນ 3 ທ່ານ. ເຊິ່ງມີລາຍຊື່ດັ່ງນີ້:
1. ທ່ານ ນາງ ກົງໃຈ ໄຊປັນຍາ
2. ທ່ານ ນາງ ວົງພະຈັນ ສີບຸນເຮືອງ
3. ທ່ານ ຄໍາຮູ້ ວົງພະຈັນ
– ເຂດເລືອກຕັ້ງເມືອງຄູນຄໍາ: ຈໍານວນຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ທ່ານ, ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີຈໍານວນ 3 ທ່ານ. ເຊິ່ງມີລາຍຊື່ດັ່ງນີ້:
1. ທ່ານ ແກ້ວວັນໄຊ ສຸກແສນທອງ
2. ທ່ານ ສົມແຖວ ສີສຸກລາດ
3. ທ່ານ ເພັດວິສັກ ອິນນຸລາ