ເມືອງໄຊພູທອງ ເປີດງານບຸນນະມັດສະການຜາສາດເຮືອນຫີນປະຈໍາປີ 2021

368

ພິທີເປີດງານບຸນນະມັດສະການຜາສາດເຮືອນຫີນ ປະຈໍາປີ 2021 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນແລງຂອງ ວັນທີ 24 ກຸມພາ 2021 ຢູ່ທີ່ເດີ່ນວັດ ບ້ານ ເຮືອນຫີນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຫ່ວນ ຮັງບົວສອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ພັກພະນັກງານ ມີບັນດາທ່ານຄະນະປະຈໍາພັກເມືອງ​-ກໍາມະການພັກເມືອງ, ຫົວຫ້ອງການ- ຄະນະຫ້ອງການ ອອ້ມຂ້າງເມືອງ, ບັນດາເລຂາໜ່ວຍພັກ-ນາຍບ້ານ, ອົງ​ການຈັດຕັ້ງມະຫາຊົນ, ຕະຫລອດເຖິງປະຊາຊົນຜູ້ມາທ່ຽວງານບຸນເຂົ້າຮ່ວມ.


ໃນພິທີ ທ່ານ ອຸດອນ ບຸດຕະນະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັທະນະທໍາ ແລະ ທອງທ່ຽວ ເມືອງກໍ່ໄດ້ຂຶ້ນກ່າວ ເປີດງານຢ່າງເປັນທາງການ ເຊິ່ງບາງຕອນສໍາຄັນກ່າວວ່າ: ຜາສາດເຮືອນຫີນ ຖືວ່າເປັນສະຖາປັດຕິຍະກໍາທີ່ໂດດເດັ່ນລໍ້າຄ່າ ຊຶ່ງບົ່ງບອກເຖິງຄວາມ ເກັ່ງກ້າສາມາດສະຫຼາດຫຼັກແຫຼມ ແລະ ມີຫົວຄິດປະດິດສ້າງຂອງປະຊາຊົນລາວບັນດາເຜົ່າໃນ ຍຸກສະໄຫມບູຮານ(ອານາຈັກຂອມເຮືອງອໍານາດໃນສະໄຫມສີໂຄດຕະບູນໂຍນົກເງິນຍາງ) ແລະ ຍັງເປັນຕົວຊີ້ວັດໃຫ້ແກ່ລຸ້ນຄົນພວກເຮົາໃນປະຈຸບັນເຫັນໄດ້ ຕັ້ງແຕ່ສະໄຫມບູຮານເປັນຕົ້ນມາ ລາວເຮົາກໍ່ເປັນຊາດຫນຶ່ງທີ່ມີຄວາມຈະເລີນຮຸ່ງເຮືອງສີວິໄລທາງດ້ານອະລິຍະທໍາ ຊຶ່ງບັນພະບຸລຸດລາວແຕ່ລະຍຸກແຕ່ລະສະໄໝ ໄດ້ປົກປັກຮັກສາ ແລະ ສ້າງສາພັດທະນາມາ ໂດຍ ບໍ່ໄດ້ຫນ້ອຍຫນ້າຊາດອື່ນໃດໃນໂລກ ແຕ່ເນື່ອງຈາກວ່າ ການເວລາໄດ້ຜ່ານພົ້ນໄປນັບເປັນພັນປີ ແລະໂລກຂອງເຮົາກໍ່ມີການເຄື່ອນໝູນໄປຢ່າງບໍ່ຢຸດຢັ້ງ ຊຶ່ງເປັນເຫດໃຫ້ສິ່ງກໍ່ສ້າງເຫຼົ່ານີ້ ມີການ ຊໍາລຸດຊຸດໂຊມ, ແຕ່ເຖິງປານນັ້ນກໍຕາມ ສີໄມ້ລາຍມືອັນປານີດໂດດເດັ່ນຂອງຄົນລາວບູຮານ ກໍຍັງຕັ້ງປະດິດສະຖານໄວ້ຢ່າງຫມັ້ນຄົງ ແລະ ສັກສິດມາເຖິງທຸກວັນນີ້. ຜາສາດເຮືອນຫີນແຫ່ງນີ້ຖືວ່າ ເປັນແຫ່ງທີ 2 ຂອງປະເທດລາວຖັດຈາກວັດພູຈໍາປາສັກ.

ຕາມການສັນນິຖານວ່າ ຖືກສ້າງຕັ້ງ ຂື້ນໃນຊ່ວງທ້າຍສັດຕະວັດທີ 11 ຫາຕົ້ນສັດຕະວັດທີ 12 ແລະ ຢູ່ໃນຍຸກດຽວກັນກັບໂຮງນາງ ສີດາ ທີ່ຕັ້ງຢູ່ເມືອງ ຈໍາປາສັກ ແຂວງ ຈໍາປາສັກ ພາກໃຕ້ຂອງລາວ,ໃນຍຸກດຽວກັນກັບຜາສາດພິມາຍ, ຜາສາດພະນົມລຸ້ງຢູ່ປະເທດໄທ ແລະ ຜາສາດອີກຫຼາຍແຫ່ງຢູ່ປະເທດກໍາປູເຈຍເຊັ່ນ: ອັງກໍວັດ, ເຂົາພະວິຫານ ແລະ ບ່ອນອື່ນໆອີກ ຕາມການສັນນິຖານແລ້ວ ເຫັນວ່າ ມີໂຄງສ້າງ ສະຖາປັດຕິຍະກໍາຄ້າຍຄືກັນ ສະຖາປັດຕິຍະກຳແຫ່ງນີ້ ຖືວ່າ ເປັນມູນມໍລະດົກອັນລໍ້າຄ່າທີ່ບັນພະບຸລຸດ ໄດ້ສ້າງຂຶ້ນ ແລະ ຕົກທອດສືບຕໍ່ໆກັນມາເຖິງລຸ້ນພວກເຮົາໃນປະຈຸບັນ. ນັບໄດ້ວ່າ ເປັນສະຖານທີ່ແຫ່ງຫນຶ່ງທີ່ມີ ຄວາມສັກສິດ ແລະ ສັກກາລະບູຊາຂອງປະຊາຊົນລາວບັນດາເຜົ່າ. ສະນັ້ນ ແຕ່ລະປີພໍເຖິງເດືອນ 4 ເພັງປະຊາຊົນພາຍໃນທ້ອງຖິ່ນໂດຍສະເພາະ ຊາວເມືອງໄຊພູທອງ ກໍຄື ຊາວພຸດທະບໍລິສັດ ທັງຫລາຍນັບທັງຜູ້ຢູ່ໃກ້ ແລະ ຢູ່ໄກທີ່ມີຄວາມເຫລື້ອມໃສ, ມີໃຈໃສສັດທາກໍໄດ້ພ້ອມພຽງກັນຈັດ ງານບຸນສະເຫລີມສະຫລອງຜາສາດຫີນແຫ່ງນີ້ເປັນປົກກະຕິຕະຫຼອດມາ, ເຊິ່ງການຈັດງານສະເຫລີມສະຫລອງນີ້ ດ້ານຫນຶ່ງກໍເປັນການສັກກາລະບູຊາສິ່ງສັກສິດໃນສະຖານທີ່ແຫ່ງນີ້, ເພື່ອເປັນການຈົດຈຳລໍ້າລຶກເຖິງຄຸນງາມຄວາມດີຂອງບັນພະບຸລຸດທີ່ໄດ້ສ້າງປັດຕິຍະກອັນລໍ້າເລີດ ນີ້ຂຶ້ນມາ.

ຖືເອົາສະຖານທີ່ແຫ່ງນີ້ເປັນສູນລວມທາງດ້ານຈິດໃຈ ແລະ ເຕົ້າໂຮມຄວາມສາມັກຄີ ປະຊາຊົນບັນດາເຜົ່າ ແລະ ໃນໂອກາດງານດັ່ງກ່າວນີ້ ກໍ່ຍັງໄດ້ເປັນບ່ອນແລກປ່ຽນຊື້ – ຂາຍຜົນ ຜະລິດກະສິກໍາ,ຫັດຖະກໍາ,ອຸດສະຫະກໍາ ສ້າງເງື່ອນໄຂໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ສະແດງ ອອກຊຶ່ງຄວາມເບີກບານມ່ວນຊື່ນລື້ນເລິງ,ພົບປະສ້າງສັນດ້ວຍກິດຈະກໍາແຂ່ງຂັນກິລາ ສິນລະ ປະວັນນະຄະດີປະເພດຕ່າງໆຕາມວິຖີຊີວິດຂອງປະຊາຊົນ ແລະ ຂໍຮຽກຮອ້ງມາຍັງທຸກພາກສ່ວນນັບທັງພາກລັດ ແລະ ເອກະຊົນ ຕະຫລອດຮອດເຖິງຊາວພຸດທະສາສະນິກະຊົນທັງປວງ ຈົ່ງໄດ້ພ້ອມກັນປົກປັກຮັກສາ ແລະ ຮ່ວມແຮງ-ຮ່ວມໃຈກັນໃນການພັດທະນາຜາສາດເຮືອນຫີນແຫ່ງນີ້ ໃຫ້ກາຍເປັນສິ່ງສັກກາລະ ບູຊາທີ່ສັກສິດ,ກາຍເປັນບ່ອນບໍາເພັນທາງດ້ານຈິດໃຈ ,ກາຍເປັນແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງ ແລະ ຍືນຄົງຢູ່ຄູ່ກັບຊາດລາວ,ຄົນລາວຕະຫຼອດໄປ.


ໃນພິທີ ທ່ານ ຫ່ວນ ຮັງບົວສອນ ຮອງເລຂາພັກເມືອງ ພ້ອມຄະນະກໍ່ໄດ້ ໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກແຫ່ງການກ່າວ ເປີດງານຂຶ້ນຢ່າງເປັນທາງການ.ຈາກນັ້ນການນໍາພັກ-ລັດກໍໄດ້ເຂົ້າຮ່ວມແຫ່ 4 ໂຕສັດຄື : ງົວໂທນ,ເຕົ່າຄໍາ,ງູຊວງ ແລະ ໝາຫຍຸຍ ພ້ອມນັ້ນການນໍາກໍ່ໄດ້ຖວາຍຕົ້ນກາລະພຶກ ເພື່ອເປັນການສັກກາລະບູຊາເປັນການສືບສານວັດທະນະທໍາລາວທີ່ເຄີຍປະຕິບັດກັນມາ.

ຂ່າວ-ພາບ:ພັນທະມິດ ວົງສຸທິ