ຜົນກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 4 ເອກະສານສໍາຄັນ

219

ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ໄດ້ຈັດຂຶ້ນໃນວັນທີ 25 ກຸມພາ 2021 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 4 ເອກະສານສໍາຄັນ ຄື:


1. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຮ່າງແຜນງົບປະມານແຫ່ງຊາດ 5 ປີ (2021-2025) ທີ່ສະເໜີໂດຍທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຊຶ່ງແຜນງົບປະມານດັ່ງກ່າວ ແມ່ນການຜັນຂະ ຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໂດຍກຳນົດທິດທາງລວມ ຖືເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກການຈັດຕັັ້ງຂອງພັກ, ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທົ່ວສັງຄົມ ປະກອບສ່ວນ ເຂົ້າໃນການຈັດຕັັ້ງປະຕິບັດວາລະແຫ່ງຊາດ ຕາມພາລະບົດບາດຂອງຕົນ ແນໃສ່ແກ້ໄຂສະພາບເສດຖະກິດ-ການເງິນ ທີ່ມີຄວາມສ່ຽງສູງ ໃຫ້ສາມາດກ້າວເຂົ້າສູ່ສະພາບປົກກະຕິ. ຜ່ານການປຶກສາຫາລື, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດແຈ້ງຕື່ມ ກ່ຽວກັບວິທີການ ແລະ ມາດຕະການ ໃນການອັດຊ່ອງວ່າງການຮົ່ວໄຫຼ ຂອງງົບປະມານ, ມາດຕະການປະຢັດມັດທະຍັດ, ການປະຕິບັດວິໄນແຜນການ-ການເງິນ, ການກຳນົດຈຸດສຸມ ການນຳໃຊ້ງົບປະມານລົງທຶນຂອງລັດ, ການສ້າງຖານລາຍຮັບໃໝ່ ແລະ ອື່ນໆ, ລວມທັງ ຕົວເລກຄາດໝາຍຕ່າງໆ ໃຫ້ແທດເໝາະກັບສະພາບເງື່ອນໄຂ ແລະ ຄວາມສາມາດຕົວຈິງ, ຫຼັງຈາກນັ້ນ ສົ່ງໃຫ້ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ທ່ານ ນາຍົກລັດຖະມົນຕີ ພິຈາລະນາ ເປັນຄັ້ງສຸດທ້າຍ ກ່ອນຈະນຳໄປສະເໜີຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງ .


2. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການປັບປຸງຮ່າງດຳລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະ ການຄວບຄຸມ ແລະ ກິດຈະການສຳປະທານ ທີ່ສະເໜີໂດຍທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ. ຜ່ານການປຶກສາຫາລື, ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງຮ່າງດຳລັດສະບັບປັບປຸງ ດັ່ງກ່າວ ແລະ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການແບ່ງຄວາມຮັບຜິດຊອບ ລະຫວ່າງສູນການ ແລະ ທ້ອງຖິ່ນ, ກົນໄກການພິຈາລະນາອະນຸມັດກິດຈະການສຳປະທານ, ການອຳນວຍຄວາມສະດວກດ້ານຕ່າງໆ ໃນການຄຸ້ມຄອງການດຳເນີນກິດຈະການສຳປະທານ, ລວມທັງ ການກຳນົດບັນຊີກິດຈະການຄວບຄຸມ ແລະ ກິດຈະກຳສຳປະທານ ໃຫ້ມີຄວາມເໝາະສົມ, ລະອຽດຈະແຈ້ງ ແລະ ຄົບຖ້ວນ ກວ່າເກົ່າ.


3. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຮ່າງດຳລັດ ວ່າດ້ວຍເຂດສະຫງວນແຮ່ທາດ ທີ່ສະເໜີໂດຍທ່ານຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແນໃສ່ຮັບປະກັນຄວາມສົມດຸນ ລະຫວ່າງ ການສະຫງວນ ແລະ ການນຳໃຊ້, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ, ຍືນຍົງ ແລະ ເປັນເຈົ້າການ. ຜ່ານການປຶກສາຫາລື, ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດ ດັ່ງກ່າວ ແລະ ຊີ້ນຳໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ປັບປຸງເນື້ອໃນຮ່າງດຳລັດ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການເສີມຂະຫຍາຍບົດຮຽນ ທີ່ຖອດຖອນໄດ້ ຈາກການຄຸ້ມຄອງແຮ່ທາດ ໃນໄລຍະຜ່ານມາ ເພື່ອກຳນົດ ແລະ ປັບປຸງຮ່າງດຳລັດສະບັບນີ້ ໃຫ້ມີຄວາມສົມບູນຍິ່ງຂຶ້ນ ເປັນຕົ້ນ ການກຳນົດຈຳນວນເຂດ ແລະ ເນື້ອທີ່ ໃຫ້ຊັດເຈນ, ການແຍກເຂດ ທີ່ມີອົງປະກອບ ແລະ ເງື່ອນໄຂແຕກຕ່າງກັນ; ບ່ອນອີງທາງດ້ານກົດໝາຍ ໃນການກຳນົດລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ ໃຫ້ລະອຽດ ແລະ ແທດຕົວຈິງກັບແຕ່ລະເຂດ.

  1. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII ໄລຍະ 5 ປີ (2016-2020) ທີ່ສະເໜີໂດຍ ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ຜ່ານການພິຈາລະນາ, ກອງປະຊຸມ ໄດ້ຊີ້ນຳໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປັບປຸງຮ່າງບົດລາຍງານ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ເປັນຕົ້ນ ວຽກງານພົ້ນເດ່ນໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການບໍລິຫານລັດ ຕິດພັນກັບການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລວມທັງ ຂໍ້ຄົງຄ້າງຈຳນວນໜຶ່ງ ເພື່ອເປັນຂໍ້ມູນໃຫ້ລັດຖະບານ ຊຸດທີ IX ໃນການຈັດຕັ້ງປະຕິບັດວຽກງານຕໍ່ໄປ.

ຂ່າວ,ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ