ຂັ້ນຕອນການປູກ ແລະ ບົວລະບັດໝາກຖົ່ວ

150

ໝາກຖົ່ວເປັນພືດທີ່ໃຊ້ບໍລິໂພກໝາກສົດ, ພືດທີ່ປູກງ່າຍ ປະຊາຊົນລາວສ່ວນຫຼາຍມັກປູກໄວ້ກິນເອງ ແລະ ປູກຂາຍ ສາມາດສ້າງລາຍໄດ້ເປັນຢ່າງດີ ເຊິ່ງຄົນນິຍົມບໍລິ¬ໂພກ, ສາມາດນໍາໄປປະກອບອາຫານໄດ້ຫຼາຍຊະນິດ ເຊັ່ນ: ຕົ້ມ, ຂົ້ວ, ລວກຈ້ຳແຈ່ວ, ກິນກັບຕໍາສົ້ມ, ກິນກັບລາບຕ່າງໆ. ນອກຈາກຈະເປັນພືດຜັກທີ່ມີຄຸນຄ່າທາງອາ¬ຫານແລ້ວ ການປູກຖົ່ວຍັງຊ່ວຍປັບປຸງສະພາບຂອງດິນໃຫ້ດີຂຶ້ນອີກດ້ວຍ ເພາະຮາກຂອງໝາກຖົ່ວສາມາດເກັບໄນໂຕຣເຈນຈາກອາກາດໄວ້ໃນດິນ. ຄໍລຳກະສິກຳມື້ນີ້ຜູ້ຂຽນຈະນຳສະເໜີວິທີການປູກໝາກຖົ່ວ.

1. ການກະກຽມດິນ

ກ່ອນຈະປູກໝາກຖົ່ວຄວນໄຖ ແລະ ຂຸດເລັກໜ້ອຍ ປະມານ 25 – 30 ຊັງຕີແມັດ ແລ້ວໄຖ ແລະ ຄາດໃຫ້ລະອຽດ, ຕາກແດດໄວ້ປະມານ 7 – 10 ວັນ, ຈາກນັ້ນຄາດດິນໃຫ້ລະອຽດ, ເຮັດເປັນໜານກວ້າງ 20 ຊັງຕີແມັດ, ເຮັດໜານຕ່ຳກວ່າໜ້າດິນ ປະມານ 5 – 10 ຊັງຕີແມັດ, ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມຮອງພື້ນທົ່ວໜານຫຼາຍສົມຄວນ, ແປງໜານກວ້າງ, ຍາວຕາມຄວາມເໝາະສົມ.

อาจเป็นรูปภาพของ ดอกไม้ และกลางแจ้ง

2. ວິທີການປູກ

ຫຼັງຈາກແປງໜານເປັນທີ່ຮຽບຮ້ອຍແລ້ວຢາຍເມັດຖົ່ວໃສ່ຕາມວ່າງຮ່ອງທີ່ກຽມໄວ້ໃນໜານໃສ່ 2 ເມັດຕໍ່ຂຸມ ຫ່າງກັນປະມານ 20 – 30 ຊັງຕີແມັດ, ລະຫວ່າງແຖວ 60 – 80 ຊັງຕີແມັດ, ຈາກນັ້ນໃຫ້ນຳເອົາແກບ ຫຼື ເຟືອງປົກໃຫ້ບາງໆແລ້ວຫົດນ້ຳໃຫ້ຊຸ່ມ ສັງເກດເບິ່ງຖ້າມີແມງໄມ້ ຫຼື ມົດມາລົບກວນຄວນສີດຢາປ້ອງກັນ ເມື່ອເຄືອຖົ່ວຍາວ 30 – 40 ຊັງຕີແມັດ, ແລ້ວກໍເຮັດຄ້າງໃສ່ໃຫ້ເຄືອຖົ່ວຂຶ້ນໄປ.

อาจเป็นรูปภาพของ ดอกไม้ และธรรมชาติ

3. ການບົວລະບັດຮັກສາ

ເປັນບັນຫາທີ່ຜູ້ປູກຕ້ອງໄດ້ເອົາໃຈໃສ່ ຖ້າຫາກການບົວລະບັດຮັກສາດີກໍຈະເຮັດໃຫ້ຕົ້ນຖົ່ວງອກງາມໃຫ້ຜົນຜະລິດສູງ, ການບົວລະບັດຮັກສາຕ້ອງເລີ່ມຈາກການເຮັດຮົ້ວປ້ອງກັນສັດທີ່ເຂົ້າມາທຳລາຍ ເຊັ່ນ: ແບ້, ງົວ, ຄວາຍ. ຈາກນັ້ນ, ກໍແມ່ນການເບິ່ງແຍງປະຈຳວັນ ເຊັ່ນ: ການໃສ່ຝຸ່ນ, ຫົດນ້ຳ, ເສຍຫຍ້າ. ດັ່ງນັ້ນ, ເຮົາຈຶ່ງຕ້ອງບົວລະບັດຮັກສາຕາມແຕ່ລະອາຍຸຂອງຕົ້ນໝາກຖົ່ວໄດ້ດັ່ງນີ້:

อาจเป็นรูปภาพของ กลางแจ้ง

ເມື່ອປູກໄດ້ 15 – 20 ວັນ ຫຼັງຈາກແຕກງອກໃຫ້ໃສ່ຝຸ່ນຄອກ ຫຼື ຝຸ່ນວິທະຍາສາດໂຮຍໃສ່ຕາມຮ່ອງເບົາໆ, ຫົດນ້ຳໃຫ້ຊຸ່ມເພື່ອຝຸ່ນລະລາຍ ແລະ ເຮົາຄວນປັກຄ້າງໃຫ້ເຄືອຖົ່ວເລືອຂຶ້ນ. ຖ້າສັງເກດເຫັນແມງໄມ້ ຫຼື ເກີດເປັນເພ້ຍ ເຮົາຄວນສີດຢາຂ້າທັນທີ.

ເມື່ອຕົ້ນໝາກຖົ່ວມີອາຍຸໄດ້ 30 ວັນ ກໍຈະອອກດອກໃສ່ຝຸ່ນຄອກ ຫຼື ຝຸ່ນວິທະຍາສາດສູດ 46:00:00 ປະສົມປຸ໋ຍ 15:15:15 ຝັງໃສ່ຕາມວ່າງຕົ້ນຫ່າງກັນລະຫວ່າງ 1 – 2 ຊັງຕີແມັດ.

ການໃຫ້ນ້ຳ: ໃຫ້ນ້ຳຢ່າງສະໝ່ຳສະເໝີ ແລະ ພຽງພໍບໍ່ຄວນໃຫ້ຂາດນ້ຳໃນໄລຍະກຳລັງອອກດອກ ແລະ ໝາກ.

ไม่มีคำอธิบายรูปภาพ

4. ການເກັບກ່ຽວ

ອາຍຸການເກັບກ່ຽວໝາກຖົ່ວແຕ່ລະຊະນິດບໍ່ຄືກັນ, ແຕ່ໂດຍທົ່ວໄປແລ້ວປະມານ 80 ຫາ 90 ວັນ ຫຼັງຈາກການປູກ, ການເກັບກ່ຽວໝາກຖົ່ວສົດຄວນເກັບທຸກໆ 3 ວັນ, ເລືອກເກັບເອົາແຕ່ໝາກທີ່ໄດ້ຂະໜາດອ່ອນພໍດີ. ການເກັບກ່ຽວໃຊ້ເວລາປະມານ 30 – 60 ວັນ ຕັ້ງແຕ່ວັນເລີ່ມຕົ້ນເກັບຈົນເຖິງວັນທີ່ເກັບສຸດທ້າຍ ), ໃນໄລຍະການເກັບກູ້ບໍ່ຄວນສີດຢາຂ້າແມງໄມ້, ສີດຢາ 13 – 15 ວັນ ຈຶ່ງເກັບມາບໍລິໂພກໄດ້, ຖ້າບໍ່ດັ່ງນັ້ນສານພິດຍັງຕົກຄ້າງໃນຟັກຖົ່ວອາດຈະເປັນອັນຕະລາຍແກ່ຜູ້ບໍລິໂພກໄດ້, ເວັ້ນເສຍແຕ່ຢາທີ່ນຳມາເປັນຢາທີ່ຜະລິດຈາກສະໝຸນໄພບໍ່ເປັນອັນຕະລາຍ.

อาจเป็นรูปภาพของ ข้อความ

( ຂໍ້ມູນ: ກະເສດຍຸກໃໝ່ )