ຕາມຄາດ! ເອັຟຊີ ຈັນທະບູລີ ແຕ່ງຕັ້ງຄູຝືກລະດັບໂປຣລາຍເຊັນ 1 ຈາກ 29 ຄົນໃນປະເທດໄທ ຄຸມທີມ

270

ເປັນໄປຕາມຄາດ ເມື່ອ ລາວໂຕໂຢຕ້າ ເອັຟຊີ ທີ່ຫາກໍປ່ຽນຊື່ເປັນ ເອັຟຊີ ຈັນທະບູລີ ປະກາດແຕ່ງຕັ້ງ ທ່ານ ປະຈັກ ວຽງສົງ (Prajak Weangsong) ຄູຝຶກຊາວໄທ ເປັນຫົວໜ້າຄູຝືກແທນ ທ່ານ ຈູນ ຟູກຸດາ ( Jun Fukuda ) ຄູຝືກຊາວຍີ່ປຸ່ນ ທີ່ອໍາລາສະໂມສອນ ລາວໂຕໂຢຕ້າ ເອັຟຊີ ໄປກ່ອນໜ້ານີ້ ກຽມພາທີມລຸຍຄວາມທ້າທາຍໃໝ່ໃນລາວລີກ 1 ລະດູການ 2021.

ຫຼ້າສຸດສະໂມສອນ ເອຟຊີ ຈັນທະບູລີ ຫຼື ສະໂມສອນ ລາວໂຕໂຢຕ້າ ເອຟຊີ (ຊື່ເກົ່າ) ປະກາດຢ່າງເປັນທາງການແຕ່ງຕັ້ງ ທ່ານ ປະຈັກ ວຽງສົງ (Prajak Weangsong) ຄູຝຶກລະດັບໂປຣ 1 ໃນ 29 ຄູຝຶກຄົນໄທ ທີ່ໄດ້ຮັບ PROFESSIONAL License ຈາກ AFC ຢ່າງເປັນທາງການ, ໂຄ໊ສ ຈັກ ມີປະສົບການການຄຸມທີມສະໂມສອນຊື່ດັງຂອງໄທ ແລະ ທີມຊາດໄທ ຊຸດເຍົາວະຊົນ ຖືວ່າການທີ່ສະໂມສອນໄດ້ ໂຄ໊ສ ຈັກ ຜູ້ທີ່ມີປະສົບການເປັນໂຄ໊ສທີ່ມີຄຸນນະວຸດ ແລະ ຊ່ຽວຊານໃນການຝຶກສອນ ຈະຊ່ວຍພັດທະນາສັກກະຍະພາບຂອງນັກເຕະລາວ ແລະ ນັກເຕະເຍົາວະຊົນຂອງສະໂມສອນ ເອັຟຊີ ຈັນທະບູລີ ຫຼື ລາວໂຕໂຢຕ້າ ເອັຟຊີ.

ສໍາລັບ ທ່ານ ປະຈັກ ວຽງສົງ ລະດັບທີມຊາດ ໃນປີ 2014 ພາທີມຊາດໄທ ຢູ 16 ລຸຍລາຍການ ຊີງແຊັມອາຊຽນ ທີ່ຫວຽດນາມ ແລະ ລຸຍລາຍການຊີງແຊັມອາຊີ ທີ່ມຽນມາ ລວມເຖິງເຄີຍພາທີມຊາດໄທ ຢູ 17 ອີກດ້ວຍ, ສ່ວນຜົນງານໃນສະໂມສອນ ລະດັບສະໂມສອນ 2005 THAI FARMERS BANK FC U-19, 2008 THAI TOBACCO MONOPOLAY FC, 2011 TOT SC, 2015 OSOTSAPA M150 SAMUTPRAKARN FC, 2016 THAI PORT FC ແລະ 2019 THAI UNION SAMUTSAKHON FC.