ເລີ່ມແລ້ວ! ລາວໂຕໂຢຕ້າ ເອັຟຊີ ເລີ່ມປ່ຽນຊື່ຕາມເມືອງຂອງ ສປປ ລາວ ລຸຍລາວລີກປີນີ້

223

ຖືວ່າເປັນການເອົາໃຈແຟນບານ ແລະ ເປັນກາງຫຼາຍຂຶ້ນສໍາລັບ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ແຊັມລາວລີກ 1 ລະດູການ 2020 ປະກາດປ່ຽນຊື່ເປັນ ເອັຟຊີ ຈັນທະບູລີ ເພື່ອເຂົ້າຮ່ວມ ເປບຊີ ລາວລີກ 1 ລະດູການ 2021 ເຊິ່ງເປັນການເລີ່ມຕົ້ນປ່ຽນຊື່ຕາມເມືອງຂອງ ສປປ ລາວ ເຊັ່ນດຽວກັບວົງການບານເຕະຕ່າງປະເທດ ໂດຍສະເພາະ ພຣີເມຍລີກ ອັງກິດ ທີ່ຕັ້ງຊື່ຕາມເມືອງຕ່າງໆເປັນຕົ້ນແມ່ນ ເມືອງແມນເຊັສເຕີ ແລະ ອື່ນໆ.

ໃນຕອນເຊົ້າຂອງວັນທີ 25 ກຸມພາ 2021 ລາວໂຕໂຢຕ້າ ເອັຟຊີ ( LAO Toyota F.C.) ປະກາດຜ່ານເວັບໄຊທ໌ທາງການຂອງສະໂມສອນວ່າ: ແຈ້ງປ່ຽນຊື່ສະໂມສອນໃໝ່ ເພື່ອໃຫ້ທີມສະໂມສອນສາກົນຫຼາຍຂຶ້ນ ໃຫ້ສອດຄ່ອງກັບລະບຽບການແຂ່ງຂັນສາກົນ ແລະ ເພື່ອໃຫ້ທຸກຄົນສາມາດເຂົ້າເຖິງໄດ້ຫຼາຍຂຶ້ນ ຕາມຈຸດປະສົງທີ່ກໍ່ຕັ້ງສະໂມສອນປີ 2013 ຕາມແນວທາງທີ່ຕ້ອງການສ້າງສະໂມສອນ ແລະ ຕະຫຼອດໄລຍະ 8 ປີທີ່ຜ່ານມາ ກໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ຈິງໃຈຕໍ່ວົງການບານ ເພື່ອພັດທະນາປ່ຽນແປງຢ່າງແທ້ຈິງ ພັດທະນາໃນທຸກດ້ານໃຫ້ວົງການບານ ແລະເປັນທີມສະໂມສອນຊັ້ນນຳຕົວແທນຂອງປະເທດລາວ.

ສະໂມສອນດັ່ງກ່າວ ຍັງລະບຸອີກວ່າ: ການປ່ຽນແປງຊື່ສະໂມສອນໃນຄັ້ງນີ້ ອ້າງອີງການພັດທະນາຈາກປະຫວັດສາດ ການສະຖາປານາວຽງຈັນເປັນເມືອງຫຼວງ ໂດຍວີລະກຳຂອງນັກຮົບຜູ້ຍິ່ງໃຫຍ່ ທີ່ຂະໜານນາມນະຄອນຫຼວງໃໝ່ວ່າ “ພະນະຄອນຈັນທະບູລີສີສັດຕະນາຄະນະຫຸດ ອຸດຕະມະລາຊະທານີ ” ກໍ່ເປັນສ່ວນໜຶ່ງໃນການແນມເຫັນການໄກ ວິໃສທັດ ເພື່ອການພັດທະນາປະເທດ ເຮົາກໍ່ມຸ້ງເຫັນມຸມມອງເຊັ່ນດຽວກັນທີ່ຕ້ອງການປັບປ່ຽນພັດທະນາວົງການບານລາວໃຫ້ເປັນທີ່ຍອມຮັບ ເປັນກິລາອາຊີບຢ່າງແທ້ຈິງ.

ຈຶ່ງໄດ້ນຳຊື່ໃນປະຫວັດສາດ ເພື່ອເປັນການຍົກຍ່ອງ ແລະໃຫ້ກຽດໂດຍນຳຊື່ດັ່ງເດີມ “ ພະນະຄອນຈັນທະບູລີສີສັດຕະນາຄະນະຫຸດ ອຸດຕະມະລາຊະທານີ ” ຫຼື “ ຈັນທະບູລີ ” ກ່ອນທີ່ມາເປັນຊື່ “ ວຽງຈັນ ” ( ວຽງ (ກໍາແພງນະຄອນ) + ຈັນ (ຈັນທະບູລີ) ) ເພື່ອສຶບທອດ ເຜີຍແຜ່ໃຫ້ຄົນລຸ້ນຫຼັງ ແລະ ຊາວຕ່າງຊາດໄດ້ຮັບຮູ້ທີ່ມາສະໂມສອນຈຶ່ງໃຊ້ ຈັນທະບູລີ ເປັນຊື່ສະໂມສອນ ໃນນາມວ່າ “ ເອຟຊີ ຈັນທະບູລີ ” ຫຼື “ FC CHANTHABOULY ” ຊື່ຂະໜານນາມຄື “ KING of CHANTHABOULY ”