ຫາລືແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເປັນດ່ານສາກົນທັນສະໄໝ ຫຼັງສ້າງມາໄດ້ 82,96% ແລ້ວ

341

ຫຼາຍພາກສ່ວນຮ່ວມຫາລືແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເປັນດ່ານສາກົນທັນສະໄໝ ໂດຍເລີ່ມປະຕິບັດມາແຕ່ປີ 2013 ແລະ ໃນປີ 2018 ຄືບໜ້າແລ້ວ 82,96% ແຕ່ກໍ່ຕ້ອງໄດ້ຢຸດການກໍ່ສ້າງໄປກ່ອນ ຍ້ອນພົບຄວາມຫຍຸ້ງຍາກດ້ານງົບປະມານ.

ວັນທີ 24 ກຸມພາ 2021, ທີ່ຫ້ອງວ່າການແຂວງຈຳປາສັກ, ມີກອງປະຊຸມປຶກສາຫາລື ແຜນທີ່ຈະສືບຕໍ່ການຈັດຕັ້ງປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ໂດຍການເປັນປະທານຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ໄດ້ຮັບການຈັດຕັ້ງປະຕິບັດ ມາແຕ່ຕົ້ນປີ 2013, ມູນຄ່າກໍ່ສ້າງໂຄງການ 98,3 ຕື້ກີບ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ພົງຊັບ ທະວີ ເປັນຜູ້ຮັບເໝົາກໍ່ສ້າງ ໃນສັນຍາ 36 ເດືອນ ປະກອບມີ 7 ໜ້າວຽກໃຫຍ່ຄື: ວຽກກໍ່ສ້າງອາຄານດ່ານ; ວຽກກໍ່ສ້າງອາຄານຫໍພັກ; ວຽກກໍ່ສ້າງທາງເບຕົງ; ວຽກກໍ່ສ້າງຫ້ອງນ້ຳ; ວຽກກໍ່ສ້າງອາຄານສີດພົ່ນ-ຂ້າເຊື້ອ; ເຄື່ອງເຟີນິເຈີຄົບຊຸດ, ກ້ອງວົງຈອນ ແລະລະບົບ IT ແລະລະບົບດັບເພີງ ແລະນ້ຳປະປາຮັບໃຊ້ດ່ານ.

ໂຄງການດັ່ງກ່າວ ດຳເນີນມາຈົນຮອດ ປີ 2018, ຈາກການກວດກາປະເມີນ ຄວາມຄືບໜ້າຂອງໂຄງການຫຼ້າສຸດ ປະຕິບັດສຳເລັດ 82,96%, ຍ້ອນພົບຄວາມຫຍຸ້ງຍາກດ້ານງົບປະມານ ປັດຈຸບັນຈຶ່ງເຮັດໃຫ້ໂຄງການກໍ່ສ້າງດັ່ງກ່າວໄດ້ ຢຸດຕິການກໍ່ສ້າງ.

ທັ້ງນີ້, ເພື່ອສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ໃຫ້ເປັນດ່ານສາກົນທີ່ທັນສະໄໝໃຫ້ສຳເລັດ ກອງປະຊຸມຈຶ່ງໄດ້ມີການຄົ້ນຄວ້າ ແລກປ່ຽນຄຳຄິດຄຳເຫັນຈາກຜູ້ຕາງໜ້າຈາກກະຊວງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕົກລົງເຫັນດີໃຫ້ມີການກວດກາ, ປະເມີນຄືນໃໝ່ ຄວາມຄືບໜ້າຂອງໂຄງການ ແລະ ເປັນການຊຸກຍູ້ໃຫ້ໂຄງການໄດ້ສຳເລັດຕາມແຜນການກໍຄືການຊອກແຫຼ່ງທຶນຈາກບ້ວງໃດໜຶ່ງ, ຈັດສັນງົບປະມານ ຊ່ວຍໃນການຊຳລະສະສາງໂຄງການ ໃຫ້ເໝາະສົມກັບໜ້າວຽກທີ່ປະຕິບັດສຳເລັດຕາມແຜນການ ປະກອບສ່ວນເຂົ້າໃນແຜນພັດທະນາພື້ນຖານໂຄງລ່າງຂອງແຂວງຈຳປາສັກ, ຍຸດທະສາດການພັດທະນາພື້ນຖານໂຄງລ່າງ ໂຍທາທິການ ແລະຂົນສົ່ງ ເພື່ອການເຊື່ອມໂຍງ ແລະເຊື່ອມຈອດ ເປັນສູນກາງທາງຜ່ານ ຂອງບັນດາປະເທດໃນພາກພື້ນ ແລະສາກົນ ເປັນທ່າແຮງສຳຄັນຕໍ່ການເຊື່ອມໂຍງດ້ານການຄ້າ, ການລົງທຶນ ແລະການທ່ອງທ່ຽວ.