ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບປຶ້ມ, ປຶ້ມຄູ່ມືຄູ ແລະ ອຸປະກອນສຳລັບການຮຽນຮູ້ອື່ນໆ ມູນຄ່າ 3,6 ລ້ານກວ່າໂດລາ

771

ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບປຶ້ມ, ປຶ້ມຄູ່ມືຄູ ແລະ ອຸປະກອນສຳລັບການຮຽນຮູ້ອື່ນໆ ມູນຄ່າ 3,6 ລ້ານກວ່າໂດລາ ຈາກອົງການຢູນີເຊັບ ປະຈຳສປປ ລາວ ເຊິ່ງຈະປະກອບສ່ວນສຳຄັນຕໍ່ແຜ່ນການຕອບໂຕ້ໂຄວິດ-19 ໃນຂະແໜງການສຶກສາ.


ພິທີມອບຽຮັບຈັດຂຶ້ນວັນທີ 22 ກຸມພາ 2021 ທີ່ກະຊວງສຶກສາທິການ ແລະ ກິລາ ກ່າວມອບໂດຍ ທ່ານ ນາງ ເພຍ ເຣເບນ ໂລບຣິໂຕ ຜູ້ຕາງໜ້າອົງການຢູນີເຊັບ ປະຈຳລາວ ແລະ ກ່າວຮັບໂດຍ ທ່ານ ພຸດ ສິມມະລາວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໂດຍມີທ່ານ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳລາວ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ, ພ້ອມດ້ວຍຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ຕາງໜ້າອົງການຊ່ວຍເຫຼືອເດັກໃນນາມຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ການມອບອຸປະກອນຄັ້ງນີ້ກໍເພື່ອຮັບປະກັນໃຫ້ນັກຮຽນແຕ່ລະຄົນມີປື້ມແບບຮຽນເປັນຂອງຕົນເອງ ໂດຍສະເພາະແມ່ນໂຮງຮຽນເຂດຫ່າງໄກສອກຫຼີກ ເພື່ອຮັບປະກັນວ່ານັກຮຽນສາມາດນຳເອົາອຸປະກອນຕ່າງໆ ກັບເມື່ອເຮືອນໄດ້ໃນກໍລະນີທີ່ຕ້ອງມີການຢຸດການຮຽນຍ້ອນເຫດສຸກເສີນຕ່າງໆ.
ສຳລັບອຸປະກອນຕ້ານໂຄວິດ-19 ແມ່ນຈະນຳໄປແຈກຢາຍໃນທົ່ວປະເທດຕາມທີ່ໄດ້ກຳນົດໃນແຜນການຕອບໂຕ້ຂອງຂະແໜງການສຶກສາ ສຳລັບນັກຮຽນປະມານ 7,6 ແສນຄົນ ນັບແຕ່ຊັ້ນກຽມປະຖົມຈົນຮອດຊັ້ນມັດທະຍົມ ແລະ ສຳລັບຄູສອນ 35 ພັນກ່ວາຄົນ ໃນທົ່ວປະເທດລວມມູນຄ່າທັງໝົດ 2,2 ລ້ານໂດລາ. ນອກຈາກນັ້ນນັກຮຽນເກືອບ 1 ລ້ານຄົນ ໃນໂຮງຮຽນອະນຸບານ, ໂຮງຮຽນກຽມປະຖົມ ແລະ ໂຮງຮຽນປະຖົມຈະໄດ້ຮັບສະບູ, ອຸປະກອນຮັກສາຄວາມສະອາດ ແລະ ອະນາໄມອື່ນໆ ເພື່ອສະໜັບສະໜູນມາດຕະການປ້ອງກັນພະຍາດໂຄວິດ-19 ໃນໂຮງຮຽນລວມມູນຄ່າ 1,4 ລ້ານໂດລາ; ການຈັດຊື້ອຸປະກອນຕ່າງໆ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກອົງການຮ່ວມມືສາກົນເພື່ອການສຶກສາ (GPE).


ທ່ານ ພຸດ ສິມມະລາວົງ ໄດ້ກ່າວຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ອົງການດັ່ງກ່າວ ພ້ອມທັງຢືນຢັນວ່າຈະນຳໃຊ້ໃຫ້ເກີດປະໂຫຍດສູງສຸດ “ດ້ວຍອຸປະກອນເພີ່ມຕື່ມເຫຼົ່ານີ້” ຈະເຮັດໃຫ້ການພົວພັນລະຫວ່າງພະແນກ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອຮັບປະກັນໃຫ້ນັກຮຽນແຕ່ລະຄົນມີປຶ້ມແບບຮຽນ ແລະ ອຸປະກອນການຮຽນເປັນຂອງຕົນເອງ ພ້ອມດ້ວຍຄຳແນະນຳກ່ຽວກັບວິທີການເບິ່ງແຍງຮັກສາປຶ້ມໃຫ້ດີ.


ທ່ານຍັງກ່າວຕື່ມວ່າ: ການຊ່ວຍເຫຼືອໃນຄັ້ງນີ້ ຍັງໄດ້ມີການພິມປຶ້ມແບບຮຽນ ປ1 ແລະ ປ2 ເປັນອັກສອນນູນ (Braille) ສຳລັບເດັກພິການສາຍຕາຕື່ມອີກຍ້ອນວ່າປື້ມແບບຮຽນສາມາດໃຊ້ໄດ້ກຸ້ມຮອດ 2-3 ສົກຮຽນ ສະນັ້ນຈິ່ງຄາດວ່ານັກຮຽນ ແລະ ຄູສອນຈະໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ.

ພາບຈາກ: ໜັງສືພິມສຶກສາກິລາ