ອີກບໍ່ດົນຈະມີໜ່ວຍກູ້ໄພສຸກເສີນເຂດພູເກົ້າຫຼັກ

202

ພູເກົ້າຫຼັກເປັນເສັ້ນທາງຕັດໃໝ່ຈາກແຂວງວຽງຈັນຫາຫຼວງພະບາງທີ່ໃກ້ທີ່ສຸດ ໄລຍະຫຼາຍປີມານີ້ປະຊາຊົນຜູ້ທຽວທາງສ່ວນໃຫຍ່ທີ່ໄປດ້ວຍລົດສ່ວນຕົວມັກຈະໃຊ້ເສັ້ນນີ້(ກາສີ-ເມືອງນານ) ນອກຈາກນີ້ຍັງມີລົດບັນທຸກຈຳນວນໜຶ່ງທຽວຜ່ານເສັ້ນດັ່ງກ່າວເນື່ອງຈາກປະຢັດເວລາເດີນທາງໄດ້ຫຼາຍຊົ່ວໂມງເມື່ອທຽບໃສ່ເສັ້ນທາງ 13 ເໜືອ, ແນວໃດກໍ່ດີທີ່ຜ່ານມາແມ່ນເກີດອຸບັດຕິເຫດຫຼາຍຕໍ່ຫຼາຍຄັ້ງໃນຈຸດພູເກົ້າຫຼັກ ແຂວງວຽງຈັນຈິ່ງເຫັນວ່າຄວນມີສູນກູ້ໄພສຸກເສີນໃນເຂດດັ່ງກ່າວ.


ເຊິ່ງແຂວງວຽງຈັນ ມີແຜນສ້າງສູນກູ້ໄພສຸກເສີນຢູ່ເຂດຕີນພູເກົ້າຫລັກ, ເມືອງກາສີ ເພື່ອຊ່ວຍເຫລືອຄົນເຈັບສຸກ ເສີນ ໂດຍສະເພາະຈາກອຸບັດຕິ ເຫດທີ່ເກີດຂຶ້ນຢູ່ເຂດພູເກົ້າຫລັກ ເພື່ອເຮັດໃຫ້ການຊ່ວຍເຫລືອສຸກເສີນໃຫ້ດີຂື່ນ ແລະ ວ່ອງໄວກວ່າເກົ່າ.


ອີງຕາມແຫຼ່ງຂ່າວຈາກວິທະຍຸກະຈາຍສຽງແຫ່ງຊາດ ໂດຍອ້າງອີງການໃຫ້ສຳພາດຂອງ ທ່ານ ດຣ ອິນປອນ ມະນີແສງ ຫົວໜ້າພະແນກສາທາລະນະສຸກແຂວງວຽງ ຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ມີແຜນສ້າງເມືອງກາສີ ເປັນເມືອງຊ່ວຍເຫລືອກຸ້ໄພສຸກເສີນທາງຖະໜົນ ໂດຍສະເພາະຢູ່ເຂດພູເກົ້າຫລັກ ເພາະໄລຍະຜ່ານມາຢູ່ເຂດດັ່ງກ່າວມີອຸບັດຕິເຫດເກີດຂຶ້ນຢ່າງຕໍ່ເນື່ອງ ແຕ່ການຊ່ວຍເຫລືອສຸກເສີນຂອງໜ່ວຍງານກ່ຽວຂ້ອງເປັນໄປໄດ້ຍາກ ແລະ ບໍ່ທັນໄດ້ດີເທົ່າທີ່ຄວນຍ້ອນພູເກົ້າຫລັກຢູ່ໄກຈາກຕົວເມືອງກາສີ.

ດັ່ງນັ້ນ, ພະແນກສາທາລະນະສຸກແຂວງ ມີແຜນການຈະສ້າງສູນກູ້ໄພສຸກເສີນຢູ່ເຂດຕີນພູດັ່ງກ່າວຂຶ້ນ ໂດຍຈະສະໜອງອຸປະກອນກູ້ໄພ, ລົດກູ້ໄພ, ສົ່ງແພດໝໍ ແລະ ອາສາສະໝັກຈາກອົງການກາແດງແຂວງໄປປະຈຳຢູ່ສູນແຫ່ງນີ້. ນອກຈາກນີ້ ຈະຕັ້ງຕູ້ເລືອດຢູ່ໂຮງໝໍເມືອງກາສີ ເພື່ອນຳໃຊ້ໃນກໍລະນີສຸກເສີນທີ່ເກີດຂຶ້ນ.


ປັດຈຸບັນ ພະແນກສາທາລະນະສຸກແຂວງ ພວມຢູ່ໃນຂັ້ນຕອນຊອກຫາເນື້ອທີ່ດິນທີ່ເໝາະສົມເພື່ອປຸກສ້າງສູນ, ຖ້າຫາກໄດ້ເນື້ອທີ່ດິນຮຽບ ຮ້ອຍແລ້ວ ຈະສະເໜີຂໍງົບປະ ມານຈາກກະຊວງສາທາລະນະສຸກ ແລະ ພາກສ່ວນຕ່າງໆ ໃນສັງຄົມເພື່ອນໍາໃຊ້ເຂົ້າໃນການປຸກສ້າງສູນດັ່ງກ່າວໃຫ້ສໍາເລັດໄວເທົ່າທີ່ຈະໄວໄດ້.
Cr: ບຸນຕຽງ ຈັນທະວົງ Lao National Radio