ອາກາດແປປວນດຽວຮ້ອນດຽວໜາວ! ແຕ່ອຸຕຸເຕືອນວັນທີ 25 ຫາ 28ກຸມພານີ້ ຈະຮ້ອນຂຶ້ນ 1-3ອົງສາ

274

ໄລຍະວັນທີ 25 ຫາ 28 ກຸມພານີ້ ອາກາດຮ້ອນຂຶ້ນ 1 ຫາ 3 ອົງສາ ຢູ່ທົ່ວໄປໃນແຕ່ລະພາກ ເນື່ອງຈາກຄວາມກົດດັນສູງຂອງອາກາດໜາວເຢັນຈະອ່ອນກໍາລັງລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ.

ພາບປະກອບຂ່າວເທົ່ານັ້ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 22 ຫາ 28 ກຸມພາ 2021 ວ່າ: ໃນໄລຍະວັນທີ 22 – 24 ກຸມພານີ້ ຄວາມກົດດັນສູງຂອງອາກາດໜາວທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງອ່ອນ ຊຶ່ງຈະເຮັດໃຫ້ອາກາດໜາວເຢັນ ຫາ ໜາວຫຼາຍ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ, ສ່ວນພາກກາງ ແລະ ພາກໃຕ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນ.

ພາບປະກອບຂ່າວເທົ່ານັ້ນ

ຈາກນັ້ນໃນໄລຍະວັນທີ 25 ຫາ 28 ກຸມພາ 2021 ຄວາມກົດດັນສູງຂອງອາກາດໜາວເຢັນຈະອ່ອນກໍາລັງລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ 1 ຫາ 3 ອົງສາ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ.

ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງແຈ້ງການລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕ່ຳ ສູດ 10 – 12 ອົງສາ ແລະ ສູງສຸດ 28 – 30 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າໂດຍສະເພາະຢູ່ເຂດພູດອຍ ແລະ ພູສູງ, ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງອຸດົມໄຊ, ບໍ່ແກ້ວ ແລະຫຼວງນ້ຳທາ, ອຸນຫະພູມຕໍ່າສຸດ 12 – 14 ອົງສາ ແລະ ສູງສຸດ 30 - 32 ອົງສາ.

ພາກກາງ: ອາກາດໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງບໍລິຄຳໄຊ, ຄຳມ່ວນ, ສະຫັວນນະເຂດ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນ. ອຸນຫະພູມຕໍ່າສຸດ 16 – 18 ອົງສາ ແລະ ສູງສຸດ 31 - 33 ອົງສາ. ສະເພາະແຂວງໄຊສົມບູນ: ອາກາດໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 08 – 10 ອົງສາ ແລະ ສູງສຸດ 22 – 24 ອົງສາ.

ພາກໃຕ້: ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແລະ ອາກາດຈະຮ້ອນຂຶ້ນໃນຕອນບ່າຍ. ອຸນຫະພູມຕ່ຳສຸດ 19 – 21 ອົງສາ ແລະ ສູງສຸດ 31 – 34 ອົງສາ. ສະເພາະເຂດພູພຽງບໍລະເວນ: ອາກາດໜາວເຢັນຫຼາຍພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 08 – 10 ອົງສາ ແລະ ສູງສຸດ 23 – 25 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 18 – 20 ອົງສາ ແລະ ສູງສຸດ 32 – 34 ອົງສາ.