ຂະແໜງກະສິກຳ ແລະ ປ່າໄມ້ ຕັ້ງເປົ້າສູ້ຊົນ ປະກອບສ່ວນໃນ GDP ໃຫ້ໄດ້ 15 – 17% ຕໍ່ປີ

594

ຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕັ້ງເປົ້າສູ້ຊົນປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນ ( GDP ) ໃຫ້ໄດ້ 15 – 17% ຕໍ່ປີ.

ອີງຕາມບົດສະຫຼຸບການຈັດຕັ້ງປະຕິບັດແຜນວຽກງານໂພຊະນາການຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2020 ແລະ ທິດທາງແຜນການປີ 2021 ໃຫ້ຮູ້ວ່າ: ເປົ້າໝາຍລວມໃນປີ 2021 ແມ່ນຈະສຸມທຸກກໍາລັງແຮງ ເພື່ອຊຸກຍູ້ການຜະລິດກະສິກໍາໃຫ້ເປັນສິນຄ້າທີ່ຫຼາກຫຼາຍ, ມີຄຸນນະພາບ ແລະ ປະຊາຊົນມີລາຍຮັບຕົວຈິງ, ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ມີໂພຊະນາການເປັນກ້າວໆ, ຄວາມທຸກຍາກ ແລະ ຊີວິດການເປັນຢູ່ຂອງປະຊາຊົນເຂດຊົນນະບົດ ຈະໄດ້ຮັບການປັບປຸງດີຂຶ້ນ; ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ຮັບການປົກປັກຮັກສາ, ພັດທະນາສ້າງມູນຄ່າ ແລະ ລາຍຮັບເຂົ້າໃນເສດຖະກິດແຫ່ງຊາດຢ່າງໜັກແໜ້ນ.

อาจเป็นรูปภาพของ สัตว์

ຄາດໝາຍລວມການຜະລິດສະບຽງອາຫານ ແລະ ການຜະລິດສິນຄ້າກະສິກຳທີ່ມີທ່າແຮງ ມີການຂະຫຍາຍຕົວຫຼາກຫຼາຍ, ສະອາດ, ປອດໄພ, ປະຊາຊົນມີລາຍຮັບທັງຮັບປະກັນລະບົບນິເວດກະສິກຳຂອງທ້ອງຖິ່ນໃຫ້ມີຄວາມຂຽວງາມ ແລະ ຍືນຍົງ ໂດຍຮັກສາລະດັບການເຕີບໂຕຂອງກະສິກຳ 2,3 – 2,5% ຕໍ່ປີ ແລະ ປະກອບສ່ວນໃນ GDP ຂອງຜະລິດຕະພັນພາຍໃນໃຫ້ໄດ້ 15 – 17%.

อาจเป็นรูปภาพของ 1 คน และกำลังยืน

ໃນນັ້ນ, ການເຕີບໂຕຂອງການປູກຝັງ 1,2 – 1,4% ຕໍ່ປີ ປະກອບສ່ວນສະເລ່ຍໃນລວມຍອດຜະລິດຕະພັນກະສິກຳ 11,5 – 11,7%, ການຂະຫຍາຍຝູງສັດຢູ່ໃນລະດັບ 3 – 4% ຕໍ່ປີ ( ຄວາຍ 1%, ງົວ 3%, ໝູ 4%, ແກະ/ແບ້ 5% ແລະ ສັດປີກ 5% ) ປະກອບສ່ວນສະເລ່ຍລວມຍອດຜະລິດຕະພັນກະສິກຳ 2,2 – 2,3%, ການລ້ຽງປາ ແລະ ສັດນ້ຳ ຂະຫຍາຍຕົວ 3 – 4% ຕໍ່ປີ ປະກອບສ່ວນສະເລ່ຍໃນລວມຍອດຜະລິດຕະພັນກະສິກຳ 2,3 – 2,4% ແລະ ການຂະຫຍາຍຕົວຂອງຂະແໜງປ່າໄມ້ 1,5%, ສູ້ຊົນເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ ກວມ 70% ຂອງເນື້ອທີ່ດິນໃນທົ່ວປະເທດ, ອັດຕາສ່ວນຄອບຄົວທຸກຍາກໃຫ້ເຫຼືອບໍ່ເກີນ 5% ໃນປີ 2025, ສ້າງຄອບຄົວພັດທະນາ ແລະ ສ້າງບ້ານພັດທະນາໃຫ້ໄດ້ 70% ຂອງຈຳນວນຄອບຄົວທັງໝົດ.

ไม่มีคำอธิบายรูปภาพ

ທັງນີ້, ໃນປີ 2020 ຜ່ານມາ ການຂະຫຍາຍຕົວຂອງການລວມຍອດຂອງຜະລິດຕະພັນກະສິກຳ ແລະ ປ່າໄມ້ ຂະຫຍາຍຕົວຢູ່ໃນລະດັບ 2,7% ຂຶ້ນໄປ, ກວມເອົາປະມານ 15,20% ຂອງໂຄງປະກອບດ້ານເສດຖະກິດແຫ່ງຊາດ, ຕາມການຄາດໝາຍສູ້ຊົນຜະລິດເຂົ້າ ໃຫ້ໄດ້ 3,5 ລ້ານໂຕນ, ກາເຟ ໃຫ້ໄດ້ 160.000 ໂຕນ, ສາລີອາຫານສັດ 1,3 ລ້ານໂຕນ, ອ້ອຍ 1,25 ລ້ານໂຕນ, ສືບຕໍ່ສ້າງຄອບຄົວໃຫ້ມີເງື່ອນໄຂມາດຕະຖານພົ້ນທຸກ 3.234 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 100 ບ້ານ, ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຢ່າງຕັ້ງໜ້າ ການຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ປ່າໄມ້ ຈະຢູ່ໃນລະດັບ 2,3% ກວມເອົາປະມານ 15,1% ຂອງລວມຍອດຜະລິດຕະພັນພາຍໃນ GDP.