ເຈົ້າແຂວງໄຊສົມບູນ ລົງຕິດຕາມ ແລະ ຊຸກຍູ້ 4 ໂຄງການກໍ່ສ້າງຢູ່ເມືອງລ້ອງແຈ້ງ

343

ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ 4 ໂຄງການກໍ່ສ້າງ ຢູ່ເມືອງລ້ອງແຈ້ງ ໃນທ້າຍອາທິດຜ່ານມາ ຄືໂຄງການກໍ່ສ້າງລະບົບນໍ້າປະປາ ພາຍໃນເທສະບານເມືອງ, ໂຄງການກໍ່ສ້າງຕຶກອາຄານຫ້ອງວ່າການເມືອງ, ໂຄງການກໍ່ສ້າງເສັ້ນທາງເຂົ້າຫາບ້ານໜອງພູນໄຊແລະ ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນແຕ່ຂົວນໍ້າຍອນ ເມືອງອະນຸວົງ ຫາ ເຂດແດນເມືອງວັງວຽງ ແຂວງວຽງຈັນ ( ເຂດບ້ານນາມອນ ).

ນຳພາຂອງ ທ່ານ ອິນຕອງ ໂຄດປັນຍາ ເຈົ້າເມືອງລ້ອງແຈ້ງ ແລະ ທ່ານ ແຮ ວົງສຸວັດ ອະດີດເຈົ້າເມືອງລ້ອງແຈ້ງ, ສະມາຊິກສະພາປະຊາຊົນປະຈໍາເມືອງລ້ອງແຈ້ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ กลางแจ้ง

ສໍາລັບການຊຸກຍູ້ບັນດາໂຄງການກໍ່ສ້າງໃນຄັ້ງນີ້ ທ່ານເຈົ້າແຂວງພ້ອມດ້ວຍຄະນະ ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດບັນດາໜ້າວຽກຂອງແຕ່ລະໂຄງການ ໂດຍສະເພາະແມ່ນບັນຫາຕ່າງໆທີ່ເຮັດໃຫ້ການກໍ່ສ້າງມີຄວາມຫຍຸ້ງຍາກ ແລະ ຊັກຊ້າ. ຈາກນັ້ນ, ທ່ານໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍຄືເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາກໍ່ສ້າງ ຈົ່ງເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆຂອງແຕ່ລະໂຄງການ ໂດຍມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງລ້ອງແຈ້ງ ປະສານຫາບໍລິສັດຮັບເໝົາກໍ່ສ້າງໂຄງການນໍ້າປະປາໃຫ້ມາສະເໜີຕົວ ແລະ ລາຍງານບັນດາໜ້າວຽກທີ່ໄດ້ດໍາເນີນໃນໄລຍະຜ່ານມາ ພ້ອມທັງຊອກຫາບໍລິສັດທີ່ມີຄວາມສາມາດ ແລະ ມີປະສົບການທາງດ້ານວຽກງານດັ່ງກ່າວ ເພື່ອມາຮັບເໝົາກໍ່ສ້າງຕໍ່ໃຫ້ສໍາເລັດ.

อาจเป็นรูปภาพของ 2 คน

ສໍາລັບໂຄງການກໍ່ສ້າງຕຶກອາຄານຫ້ອງວ່າການເມືອງລ້ອງແຈ້ງ ແມ່ນໃຫ້ບໍລິສັດເພີ່ມກໍາມະກອນຕື່ມ ເພື່ອໃຫ້ສໍາເລັດໜ້າວຽກຕັດຫຼັງຄາກ່ອນລະດູຝົນ. ພ້ອມນັ້ນ, ໂຄງການກໍ່ສ້າງເສັ້ນທາງເຂົ້າຫາບ້ານໜອງພູນໄຊ ແລະ ເສັ້ນທາງປູຢາງສອງຊັ້ນແຕ່ຂົວນໍ້າຍອນ ເມືອງອະນຸວົງ ຫາ ເມືອງວັງວຽງ ແຂວງວຽງຈັນ ກໍຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດວຽກໜ້າດິນຕັດກ່ອນລະດູຝົນເຊັ່ນກັນ ແລະ ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ຍັງໄດ້ຖືໂອກາດດັ່ງກ່າວລົງຢ້ຽມຢາມສູນກະສິກໍາ ປະຈໍາບ້ານໜອງພູນໄຊນໍາອີກ.

[ ຂ່າວ: ພາພອນ ນະວົງໄຊ ]