ມິດຊູບີຊິເອັສເພັນເດີ ລົດຄອບຄົວຂະໜາດ 7 ບ່ອນນັ່ງ ອັດແໜ້ນດ້ວຍເຕັກໂນໂລຊີ

169

ມິດຊູບີຊິເອັສເພັນເດີ ໄດ້ຮັບການພັດທະນາ ໃຫ້ຕອບໂຈດກຸ່ມລູກຄ້າຄົນຮຸ່ນໃໝ່ ເຊິ່ງຮູບຮ່າງພາຍນອກໄດ້ຮັບການອອກແບບພາຍໃຕ້ແນວຄິດ Advanced Dynamic Shield ດ້ານໜ້າລົດມີລັກສະນະຄ້າຍຖ້ວຍລາງວັນ ເຊິ່ງເປັນສັນຍະລັກສະແດງເຖິງການປົກປ້ອງບໍລິເວນດ້ານໜ້າ ແລະ ຕໍາແໜ່ງຂອງໄຟໜ້າ, ສ່ວນໄຟຫຼີ່ແບບ Crystal LED ຢູ່ເທິງຂອງກະໂປ່ງລົດ ແລະ ເຍືອງມາດ້ານໜ້າບໍລິເວນຕີນລົດຊ່ວຍໃຫ້ຜູ້ຍ່າງຕາມເສັ້ນທາງ ແລະ ພາຫະນະອື່ນສັງເກດເຫັນງ່າຍຂຶ້ນໄຟໜ້າຕິດຕັ້ງໃນກັນຊົນໜ້າ ເພື່ອບໍ່ໃຫ້ແສງຈາກໄຟໜ້າລົດລົບກວນສາຍຕາຜູ້ຮ່ວມໃຊ້ເສັ້ນທາງ.

อาจเป็นรูปภาพของ รถยนต์

ພາຍໃນຫ້ອງໂດຍສານມີ 7 ບ່ອນນັ່ງ, ກະແຈອັດສະລິຍະ, ພວງມາໄລປັບ 4 ທິດທາງລະດັບຕໍ່າ – ສູງຂຶ້ນ – ລົງ, ມີປຸ່ມຄວບຄຸມເຄື່ອງສຽງຢູ່ພວງມາໄລ, ໜ້າຈໍສະແດງຜົນສໍາຜັດລະບົບ Android 9 ນິ້ວ, ພື້ນທີ່ເກັບເຄື່ອງຂະໜາດໃຫຍ່ດ້ານທ້າຍລົດ, ກ່ອງເກັບເຄື່ອງໃຕ້ຫ້ອງສໍາພາລະພ້ອມຜ້າປິດ, ແຜງຄວບຄຸມລະບົບລະບາຍອາກາດສໍາລັບຜູ້ໂດຍສານດ້ານຫຼັງ, ຖົງລົມນິລະໄພ 2 ໜ່ວຍດ້ານໜ້າ, ກ້ອງເບິ່ງພາບດ້ານຫຼັງ, ຄານເຫຼັກນິລະໄພກັນກະແທກບໍລິເວນແຜງປະຕູ, ດ້ວຍເອກະລັກການອອກແບບໂຕຖັງດ້ານໜ້າຊ່ວຍຫຼຸດຄວາມແຮງຈາກແຮງກະແທກຂອງລົດທີ່ດີຂຶ້ນ, ໄດ້ຮັບການຮັບຮອງມາດຕະຖານສາກົນທົດສອບການຊົນລະດັບ 4 ດາວ ຕາມມາດຕະຖານອາຊຽນ.

ไม่มีคำอธิบายรูปภาพ

อาจเป็นรูปภาพของ รถยนต์

ລໍ້ອັນລອຍຂະໜາດ 16 ນິ້ວ ແບບທູໂທນ, ຄວາມຈຸຖັງນໍ້າມັນແອັດຊັງ 45 ລິດ, ຄວາມຍາວ 4.475 ມີລີແມັດ, ຄວາມກວ້າງ 1.750 ມີລີແມັດ, ນໍ້າໜັກລົດ 1.780 ກິໂລກຣາມ, ເຄື່ອງຈັກ 4 ສູບ 1,5 ລິດ DOHC 16 ວາວ MIVEC 105 ແຮງມ້າທີ 6.000 ຮອບຕໍ່ນາທີ ແຮງບິດສູງສຸດ 141 ນິວເຕັນແມັດທີ 4.000 ຮອບຕໍ່ນາທີ, ລະບົບເກຍ 4Speed AT, ມີຊ່ອງຈ່າຍກະແສໄຟຟ້າ DC 12v 3 ຕໍາແໜ່ງ ເພື່ອສະດວກໃນການສາກໂທລະສັບ.