ໄວ້ໃຈ ແລະ ກະຈາຍຄວາມຮັບຜິດຊອບໃຫ້ ພະນັກງານ ເພື່ອພ້ອມກັນກ້າວສູ່ຄວາມສຳເລັດ

826

ທຸລະກິດການສຶກສາ ສິ່ງສຳຄັນແມ່ນຄູ – ອາຈານເປັນໝາກຫົວໃຈຂອງການດຳເນີນທຸລະກິດ, ດັ່ງນັ້ນຫາກເຮົາຮູ້ໄວ້ໃຈ ແລະ ຮັບຟັງ ພ້ອມກະຈາຍ ຄວາມຮັບຜິດຊອບກໍຈະຫຼີກລຽງໄດ້ຫຼາຍບັນຫາທີ່ຈະເກີດຂຶ້ນໃນອົງກອນ.

ທ່ານ ປອ. ຄຳແສນ ສີສະວົງ ຮອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ,ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ຮອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ປະທານສະມາຄົມການສຶກສາພາກເອກະຊົນ, ປະທານກຸ່ມການສຶກສາ ແສງສະຫວັນ ໄດ້ເລົ່າເຖິງຊີວິດສ່ວນຕົວ ແລະ ທຸລະກິດ ວ່າ: ຖິ່ນຖານກຳເນີດແມ່ນຢູ່ແຂວງຊຽງຂວາງ, ພາຍຫຼັງຮຽນຈົບປະຖົມກໍໄດ້ຮຽນຕໍ່ຕອນຕົ້ນ ແລະ ຕອນປາຍຢູ່ເມືອງວຽງໄຊ ແຂວງ ຫົວພັນ, ຈາກນັ້ນໄດ້ຮຽນຢູ່ວິທະຍາໄລສ້າງຄູດົງໂດກ ທີ່ເປັນມະຫາວິທະຍາໄລແຫ່ງຊາດໃນປັດຈຸບັນ ໂດຍຮຽນຄູພາສາຝຣັ່ງ.

ໃນໄລຍະທີ່ຮຽນຢູ່ນັ້ນຮອດປີ 2 ແມ່ນເລີ່ມຫາລາຍໄດ້ດ້ວຍການໄປສອນພາສາອັງກິດກັບຝຣັ່ງ ໃຫ້ກັບນັກຮຽນຢູ່ຕາມເຮືອນ. ພາຍຫຼັງຮຽນຈົບກໍໄດ້ສະໝັກເຮັດວຽກຢູ່ບໍລິສັດປະກັນໄພ ທັງສອນເພີ່ມໄປພ້ອມ. ຈາກນັ້ນຮ່ວມກັບໝູ່ສ້າງສູນພາສາ ແລະ ເລີ່ມພັດທະນາການສຶກສາພາກເອກະຊົນ ຈົນຮອດປີ 2000 ຈຶ່ງຍົກລະດັບຈາກສູນພາສາເປັນວິທະຍາໄລບໍລິຫານທຸລະກິດ ແສງສະຫວັນ ແລະ ຮອດປີ 2003 ກໍໄດ້ຂະຫຍາຍທຸລະກິດການສຶກສາຫຼາຍດ້ານ ຈົນມາຮອດປັດຈຸບັນກຸ່ມການສຶກສາແສງສະຫວັນ ມີ 7 ໂຮງຮຽນ.

อาจเป็นรูปภาพของ 1 คน, ชุดสูท และนาฬิกาข้อมือ

ພື້ນຖານຄອບຄົວແມ່ນເຮັດໄຮ່ເຮັດນາ ພ້ອມກັບຄ້າຂາຍ ແຕ່ຍ້ອນໄດ້ຮຽນສາຍຄູກໍເລີຍມາເຮັດທຸລະກິດຂະແໜງການສຶກສາ, ຕະຫຼອດການເຮັດທຸລະກິດການສຶກສາຜ່ານມາເຫັນວ່າສິ່ງທ້າທາຍແມ່ນການແຂ່ງຂັນສູງ ໂດຍສະເພາະຢູ່ປະເທດທີ່ຈະເລີນກວ່າເຮົາ, ການຂະຫຍາຍຕົວດ້ານເຕັກໂນໂລຊີຢູ່ບ້ານເຮົາຍັງຕ້ອງໄດ້ປັບຕົວອີກຫຼາຍ; ຄຽງຄູ່ກັບຄວາມທ້າທາຍນັ້ນເຮົາຕ້ອງໄດ້ພັດທະນາຄູ – ອາຈານຂອງພວກເຮົາ, ຊຸກຍູ້ໃຫ້ຄູ – ອາຈານຄິດວາງແຜນໃນຕໍ່ໜ້າ ແລະ ຫັນມາຮ່ວມມືກັບໂຮງຮຽນຄືດັ່ງຢູ່ປະເທດອ້ອມຂ້າງ ໂດຍເຮັດໂຄງການຮ່ວມກັນແລ້ວເອົາຫຼັກສູດນຳເຂົາມາສອນຢູ່ພາຍໃນ.

ຄູ – ອາຈານຖືວ່າເປັນໝາກຫົວໃຈໃນລະບົບການສຶກສາ, ນອກຈາກສອນອີງໃສ່ 5 ຫຼັກມູນການສຶກສາ 3 ລັກສະນະແລ້ວ ກໍຕ້ອງຄິດຄົ້ນຫາວິທີທາງຖ່າຍທອດຄວາມຮູ້ ແລະ ສ້າງນັກຮຽນ – ນັກສຶກສາເປັນຄົນດຸໝັ່ນ, ມີມາລະຍາດ ແລະ ດ້ານອື່ນໆ, ສະນັ້ນຄູທັງຫຼາຍຕ້ອງໝັ່ນສຶກສາຝຶກຝົນພັດທະນາຕົນເອງຢູ່ເລື້ອຍໆ.

ການຫຼີກລຽງບັນຫາໃນການເຮັດວຽກແມ່ນເຮົາຕ້ອງເຊື່ອໃຈພະນັກງານ ບາງເທື່ອອາດຈະບໍ່ເຫັນໃນສິ່ງທີ່ເຂົາເຫັນກໍມີ, ດັ່ງນັ້ນເຮົາກະຈາຍຄວາມຮັບຜິດຊອບໃຫ້ເຂົາໃນການຈັດຕັ້ງປະຕິບັດ.

อาจเป็นรูปภาพของ 1 คน, กำลังนั่ง, กำลังยืน และสถานที่ในร่ม

ໃນສະພາບການແຂ່ງຂັນທີ່ມີໃນປັດຈຸບັນແມ່ນຖືວ່າເປັນໂອກາດດີທີ່ສຸດໃນການຊອກຫາວຽກເຮັດງານທຳ, ແຕ່ນັກສຶກສາທີ່ກຳລັງຮຽນ ຫຼື ຈະຈົບໃໝ່ຕ້ອງຮູ້ວ່າໂລກນີ້ມັນ ກວ້າງ ເຮັດໃຫ້ເຮົາມີໂອກາດຮຽນຮູ້ຫຼາຍຢ່າງ. ດັ່ງນັ້ນ, ຕ້ອງໝັ່ນສຶກສາພະຍາຍາມຄວບຄຸມຕົນເອງຝຶກຕົນເອງເປັນຄົນດຸໝັ່ນຮໍ່າຮຽນໃຫ້ຫຼາຍ ເຮັດຫຍັງກໍເຮັດເພື່ອປະສົບການ.

ຄົນລາວຍຸກໃໝ່ຢ່າຈຳກັດແຕ່ວ່າຈົບມາແລ້ວສະໝັກວຽກແຕ່ຢູ່ໃນບ້ານເຮົາ ຫຼື ໃນປະເທດເຮົາເທົ່ານັ້ນ ໃຫ້ຮູ້ວ່າເຮົາສະໝັກວຽກຢູ່ໃສກໍໄດ້ໃນ 10 ປະເທດອາຊຽນ ຫຼື ປະເທດໃນໂລກນີ້ ແຕ່ຈະເຮັດໄດ້ແນວໃດມັນຂຶ້ນກັບນັກສຶກສາເອງວ່າມີຄວາມຮູ້, ຄວາມສາມາດພຽງໃດ ເພາະການສຶກສາປັດຈຸບັນບໍ່ມີພົມແດນ ທຸກຄົນມີສິດຮຽນໄດ້ເທົ່າກັນໝົດ. ນອກຈາກໃນຕຳລາແລ້ວນັກສຶກສາເອງຕ້ອງຮຽນຮູ້ຜ່ານຊ່ອງທາງຕ່າງໆເອງໄດ້.

ຢາກຝາກເຖິງນັກທຸລະກິດຮຸ່ນໃໝ່ ຫຼື ຜູ້ທີ່ຢາກເຮັດທຸລະກິດວ່າປັດຈຸບັນທຸລະກິດແມ່ນຫັນໃສ່ອີຄອມເມິດ ໂດຍທີ່ບໍ່ໄດ້ລົງທຶນຫຼາຍ, ດັ່ງນັ້ນມັນຈະເປັນໂອກາດຫຼາຍໃຫ້ຜູ້ປະກອບການຕ້ອງມີຄູ່ຮ່ວມ, ຕ້ອງມີເຄືອຂ່າຍເກາະກ່າຍກັນ, ຈົ່ງນຳໃຊ້ລະບົບໄອທີຊ່ວຍໃນການດຳເນີນທຸລະກິດ, ບໍລິການລູກຄ້າໃຫ້ດີ ທຸລະກິດກໍຈະຍືນຍົງໄດ້, ທ່ານ ປອ. ຄຳແສນ ສີສະວົງ ກ່າວ.

ວີດີໂອລາຍການ Business Talk