ນາຍົກລັດຖະມົນຕີ ໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IIຢູ່ໜ່ວຍເລືອກຕັ້ງບ້ານທ່າພະລານໄຊ

392

ໃນຕອນເຊົ້າຂອງວັນທີ 21 ກຸມພາ 2021, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ທ່ານ ນາງ ນາລີ ສີສຸລິດ ໄດ້ໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ) ຊຸດທີ II ຢູ່ໜ່ວຍເລືອກຕັ້ງທີ 28 ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພ້ອມດ້ວຍຜູ້ມີສິດເລືອກຕັ້ງພາຍໃນບ້ານເຂົ້າຮ່ວມປ່ອນບັດຢ່າງເປັນຂະບວນຟົດຟື້ນ.


ທ່ານ ນາງ ສົມຣືດີ ປະກາຍເຮືອງ ນາຍບ້ານທ່າພະລານໄຊ, ຫົວໜ້າຮັບຜິດຊອບຈຸດປ່ອນບັດໜ່ວຍເລືອກຕັ້ງທີ 28 ເມືອງສີສັດຕະນາກ ກ່າວວ່າ: ບ້ານທ່າພະລານໄຊ ມີຈຳນວນພົນ 1.836 ຄົນ(ຍິງ 1.022 ຄົນ) ແລະ ຜູ້ມີສິດປ່ອນບັດເລືອກຕັ້ງຕົວຈິງພາຍໃນບ້ານມີທັງໝົດ 1.528 ຄົນ(ຍິງ 896 ຄົນ).

ແບ່ງອອກເປັນ 2 ຈຸດຄື: ຈຸດຫ້ອງການບ້ານ ແລະ ຈຸດເດີ່ນເຕະບານວິກຕໍຣີ ເຊິ່ງບັນຍາກາດການເລືອກຕັ້ງເຫັນວ່າມີຄວາມຄຶກຄື້ນ ບັນດາຜູ້ມີສິດເລືອກຕັ້ງກໍຄືພໍ່ແມ່ປະຊາຊົນໄດ້ມີຄວາມຕື່ນຕົວສູງ ມາໃຊ້ສິດແຕ່ເຊົ້າ ຈາກເວລາທີ່ຄະນະກຳມະການພວກເຮົາແຈ້ງໄປ 7 ໂມງເຊົ້າ ແຕ່ມີຫຼາຍຄົນມາກ່ອນ.

ທ່ານ ນາງ ບຸຜາ ອ່ອນມະນີ ອາຍຸ 71 ປີ ປະຊາຊົນບ້ານທ່າພະລານໄຊ ໃຫ້ສຳພາດວ່າ: ກ່ອນອື່ນໝົດຂ້າພະເຈົ້າ ຂອບໃຈມາຍັງພັກ-ລັດ ທີ່ໄດ້ໃຫ້ປະຊາຊົນທຸກຊົນເຜົ່າມີສິດມາປ່ອນບັດເລືອກຕັ້ງເອົາຜູ້ແທນຂອງຕົນ ແລະ ຂ້າເຈົ້າເອງ ກໍໄດ້ມາບ່ອນບັດເລືອກຕັ້ງທຸກສະໄໝ ໂດຍລວມແລ້ວການເລືອກ ແມ່ນຈະເອົາຜູ້ທີ່ມີປະສົບການ, ມີຄວາມຮູ້ຄວາມສາມາດ, ມີລະດັບການສຶກສາ.


ທ່ານ ປອ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂານຸການ,ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ຖະແຫຼງເມື່ອວັນທີ 18 ກຸມພາ ທີ່ຫໍສະພາແຫ່ງຊາດ(ຫຼັກ6)ວ່າ: ຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດຊຸດທີ IX ມີ 224 ທ່ານ(ຍິງ 49 ທ່ານ) ເລືອກເອົາ 164 ທ່ານ ແລະ ຜູ້ສະໝັກເປັນສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II ມີ 789 ທ່ານ(ຍິງ 227 ທ່ານ) ເລືອກເອົາ 492 ທ່ານ.


ໃນການເລືອກຕັ້ງຄັ້ງນີ້ມີຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງແຕ່ລະເຂດເລືອກຕັ້ງ ໃນທົ່ວປະເທດທັງໝົດ 4.279.243 ຄົນ(ຍິງ 2.128.167 ຄົນ), ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 7.217 ໜ່ວຍ ໃນທົ່ວປະເທດ. ໃນນີ້ມີ 40 ໜ່ວຍເລືອກຕັ້ງທີ່ປະຈໍາຢູ່ຕ່າງປະເທດ ຊຶ່ງມີພົນລະເມືອງລາວຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 13.404 ຄົນ(ຍິງ 5.493 ຄົນ), ທ່ານ ປອ ສົມພູ ດວງສະຫວັນ ກ່າວ.


ຂະນະທີ່ ທ່ານນາງ ຄຳຟອງ ພູມວົງໄຊ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ຄະນະກຳມະການເລືອກຕັ້ງຂັ້ນນະຄອນຫຼວງວຽງຈັນ ຖະແຫຼງຂ່າວໃນວັນທີ 18 ກຸມພາວ່າ: ເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ ມີຈຳນວນຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ຈຳນວນ 23 ທ່ານ (ຍິງ 6 ທ່ານ) ເລືອກເອົາ 18 ທ່ານ; ຜູ້ສະໝັກສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນຊຸດທີ II ຈຳນວນ 49 ທ່ານ(ຍິງ12ທ່ານ)ເລືອກເອົາ35 ທ່ານ. ມີໜ່ວຍເລືອກຕັ້ງທັງໝົດ 839 ໜ່ວຍ, ຜູ້ມີສິດເລືອກຕັ້ງທັງໝົດ 600.469 ຄົນ(ຍິງ 304.669 ຄົນ).