ເຈົ້າແຂວງອັດຕະປື ຮ່ວມພິທີເປີດການປ່ອນບັດເລືອກຕັ້ງເອົາຜູ້ແທນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຢູ່ໜ່ວຍປ່ອນບັດເລືອກຕັ້ງບ້ານເວີນແຄນ

107

ໃນຕອນເຊົ້າຂອງວັນທີ່ 21 ກຸມພາ 2021 ນີ້ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື ໄດ້ເຂົ້າຮ່ວມພິທີເປີດການປ່ອນບັດເລືອກຕັ້ງເອົາເອົາຜູ້ແທນສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຢູ່ໜ່ວຍປ່ອນບັດເລືອກຕັ້ງທີ 8ບ້ານເວີນແຄນເມືອງສາມັກຄີໄຊ ແຂວງອັດຕະປືພ້ອມດ້ວຍການນໍາຂອງເມືອງ,ລວມທັງບັນດາທ່ານຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ຜູ້ສະໝັກສະມາຊິກສະພາປະຊາຊົນ ຊຸດທີ II ເຂດເລືອກຕັ້ງເມືອງສາມັກຄີໄຊ .

ໂອກາດດັ່ງກ່າວທ່ານ ເຈົ້າແຂວງອັດຕະປື,ລວມທັງບັນດາການນໍາຂອງເມືອງ ແລະ ພໍ່ແມ່ປະຊາຢູ່ໃນໜ່ວຍປ່ອນບັດເລືອກຕັ້ງ ບ້ານເວີນແຄນ ກໍໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຜູ້ແທນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຢ່າງເປນຂະບວນຟົດຟື້ນ.


ແຂວງອັດຕະປື ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ມີທັງໝົດ 9 ທ່ານຍິງ 3 ທ່ານ,ເລືອກເອົາ 6 ທ່ານ,ໃນນັ້ນຜູ້ສະໝັກມາຈາກສູນກາງ ມີ 2 ທ່ານ,ຜູ້ສະໝັກຈາກທ້ອງຖິ່ນ ມີ 7 ທ່ານ,ໃນນີ້ ເປັນຜູ້ສະໝັກເກົ່າຂອງສະພາແຫ່ງຊາດ ຊຸດທີ XIII ສືບຕໍ່ລົງສະໝັກ ມີ 2 ທ່ານ,ຍິງ 1 ທ່ານ,ເປັນຊົນເຜົ່າແຍກຕາມ 4 ໝວດພາສາ ຄື: ເຜົ່າລາວ ມີ 7 ທ່ານຍິງ 1 ທ່ານ,ເຜົ່າໂອຍ ມີ 1 ທ່ານຍິງ 1 ທ່ານ ແລະ ເຜົ່າຜ່ອງ 1 ທ່ານ; ອາຍຸກະສຽນແຕ່ 45 ປີລົງມາມີ 2 ທ່ານ,ອາຍຸແຕ່ 46-55 ປີມີ 3 ທ່ານ,ຍິງ 2 ທ່ານ,ອາຍຸແຕ່ 56-60 ປີມີ 3 ທ່ານ,ຍິງ 1 ທ່ານ,ລະດັບການສຶກສາຊັ້ນມັດທະຍົມປາຍມີ 9 ທ່ານຍິງ 3 ທ່ານ,ລະດັບວິຊາສະເພາະຊັ້ນສູງ ມີ 1 ທ່ານ,ປະລິນຍາຕີ ມີ 2 ທ່ານຍິງ 1 ທ່ານ,ປະລິນຍາໂທ ມີ 5 ທ່ານຍິງ 2 ທ່ານ ແລະ ປະລິນຍາເອກ ມີ 1 ທ່ານ,ລະດັບທິດສະດີຂັ້ນສູງ ມີ 8 ທ່ານຍິງ 3 ທ່ານ.


ສ່ວນຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນ ແຂວງ ຊຸດທີ II ມີຈໍານວນ 31 ທ່ານ,ຍິງ 8 ທ່ານ,ເລືອກເອົາ 21 ທ່ານ; ໃນນີ້ມາຈາກພະແນກການຂອງແຂວງ ມີ 11 ທ່ານຍິງ 3 ທ່ານ,ຈາກຂັ້ນເມືອງ ມີ 19 ທ່ານຍິງ 4 ທ່ານ,ຈາກລັດວິສາຫະກິດ ມີ 1 ທ່ານ.ອາຍຸກະສຽນແຕ່ 45 ປີລົງມາມີ 16 ທ່ານ,ຍິງ 6 ທ່ານ,ແຕ່ 46-55 ປີມີ 12ທ່ານ,ຍິງ 2 ທ່ານ,ແຕ່ 56-60 ປີມີ 2 ທ່ານ,ລະດັບການສຶກສາມັດທະຍົມປາຍມີ 30 ທ່ານ,ຍິງ 8 ທ່ານ,ມັດທະຍົມຕົ້ນມີ 1 ທ່ານ,ລະດັບວິຊາສະເພາະຊັ້ນຕົ້ນມີ 1 ທ່ານ,ຊັ້ນກາງ 2 ທ່ານ,ຊັ້ນສູງ 2 ທ່ານ,ປະລິນຍາຕີ 19 ທ່ານຍິງ 5 ທ່ານ ແລະ ປະລຣິນຍາໂທ 6 ທ່ານ,ຍິງ 1 ທ່ານ.ລະດັບທິດສະດີ 45 ວັນ ມີ 1 ທ່ານ,ຂັ້ນຕົ້ນ 4 ທ່ານຍິງ 1 ທ່ານ,ຂັ້ນກາງ 3 ທ່ານຍິງ 1 ທ່ານ,ຂັ້ນສູງ 22 ທ່ານຍິງ 6 ທ່ານ ແລະ ບໍ່ຜ່ານທິດສະດີ 1 ທ່ານ.


ທົ່ວແຂວງມີຄະນະຮັບຜິດຊອບຮັບໃຊ້ໃຫ້ແກ່ການເລືອກຕັ້ງທັງໝົດ 2.966 ຄົນ,ມີໜ່ວຍປ່ອນບັດ 204 ໜ່ວຍ,ໜ່ວຍເຄື່ອນທີ່ 46 ໜ່ວຍ,ຫີບປ່ອນບັດ 408 ຫີບ,ທົ່ວແຂວງຜູ້ມີສິດປ່ອນບັດເລືອກຕັ້ງຕາມສໍາມະໂນຄົວ 94.803 ຄົນ,ຍິງ 48.262 ຄົນ,ພາຍໃນແຂວງ 75.937 ຄົນ,ມາຈາກທ້ອງຖິ່ນອື່ນ 1.898 ຄົນ.

ຂ່າວ: ສຸດໃຈ