ສະໝຸນໄພຫຼຸດຄວາມອ້ວນ, ຫຼຸດໄຂມັນ ໂຕຊ່ວຍໃຫ້ຮຸ່ນງາມ

198

ບໍ່ມີໃຜປະຕິເສດວ່າການມີຮູບຮ່າງທີ່ດີ ແລະ ແຂງແຮງ ຄືສິ່ງທີ່ທຸກຄົນໃຝ່ຝັນ ຈິ່ງເປັນທີ່ມາຂອງຜູ້ຄົນໃນການດິ້ນຮົນຫາຮູບຮ່າງທີ່ສວຍງາມໂດຍເພິ່ງພາການອອກກຳລັງກາຍ, ກິນອາຫານເສີມ ແລະ ຢາຫຼຸດນ້ຳໜັກແບບຜິດໆມາຫຼາຍຕໍ່ຫຼາຍ ກໍລະນີກິນອາຫານເສີມເພື່ອຊ່ວຍໃນການຫຼຸດນ້ຳໜັກນັ້ນ ກໍບໍ່ໄດ້ຈະປອດໄພສະເໝີໄປ ຖ້າໄດ້ອາຫານເສີມດີໆ ກໍດີໄປ ແຕ່ຖ້າໄດ້ອາຫານເສີມທີ່ມີສ່ວນປະສົມຂອງສານເຄມີທີ່ບໍ່ດີຕໍ່ຮ່າງກາຍແລ້ວ ແທນທີ່ຈະຫຼຸດຄວາມອ້ວນໄດ້ສົມດັ່ງໃຈກໍອາດຈະຕ້ອງມາພົບກັບພະຍາດແຊກຊ້ອນ ຫຼື ຜົນກະທົບຕ່າງໆນາໆອີກຫຼາຍ ເສຍເວລາ ເສຍສຸຂະພາບນຳອີກ.
ຄວາມຈີງແລ້ວພວກບັນດາອາຫານເສີມທັງຫຼາຍນັ້ນກໍມີສ່ວນປະສົມຈາກສະໝຸນໄພໃກ້ຕົວທີ່ເຮົາສາມາດກິນໄດ້ສົດໆ ໂດຍທີ່ບໍ່ຕ້ອງໄປເພິ່ງສານສະກັດທີ່ຢູ່ໃນຢາເຫຼົ່ານັ້ນເລີຍ ແຖມຍັງປອດໄພກວ່າອີກ ແຕ່ວ່າມີສະໝຸນໄພຫຍັງແນ່ທີ່ຊ່ວຍຫຼຸດຄວາມອ້ວນໄດ້ ມື້ນີ້ຜູ້ຂຽນໄດ້ນຳເອົາຂໍ້ມູນຂອງສະໝຸນໄພທີ່ສາມາດຊ່ວຍໃນການຫຼຸດຄວາມອ້ວນ ແລະ ໄຂມັນມາຝາກ ໄປເບິ່ງກັນດີກວ່າວ່າສະໝຸນໄພຊະນິດໃດແນ່ທີ່ກິນແລ້ວຮຸ່ນງາມ ແຖມດີຕໍ່ສຸຂະພາບນຳ.


1. ໝາກນາວ
ຖ້າເວົ້າເຖິງສະໝຸນໄພທີ່ມີລົດຊາດສົ້ມຈີ້ດຈ້າດທີ່ສາມາດຫຼຸດນ້ຳໜັກໄດ້ ກໍຕ້ອງນຶກເຖິງໝາກນາວຢ່າງແນ່ນອນ ເພາະຕອນນີ້ກາຍເປັນພືດສະໝຸນໄພຍອດນິຍົມທີ່ນຳມາໃຊ້ໃນການຫຼຸດນ້ຳໜັກ ແຖມສູດໃນການຫຼຸດນ້ຳໜັກດ້ວຍນ້ຳໝາກນາວກໍຍັງມີຫຼາກຫຼາຍ.
ເຫດຜົນທີ່ນ້ຳໝາກນາວຫຼຸດຄວາມອ້ວນຢ່າງໄດ້ຜົນກໍເປັນເພາະໝາກນາວມີກົດຕ່າງໆ ຊຶ່ງຊ່ວຍໃນການສະລາຍໄຂມັນ ນອກຈາກນີ້ ໝາກນາວຍັງມີວິຕາມິນຊີສູງ ເມື່ອໄດ້ຮັບເຂົ້າໄປໃນປະລິມານທີ່ພໍເໝາະກໍຈະເຮັດໃຫ້ໄຂມັນໃນຮ່າງກາຍຫຼຸດລົງ ລະດັບໄຕຣກລີເຊີໄລກໍຈະເປັນປົກກະຕິ ໄຂມັນບໍ່ດີຈະຫຼຸດລົງ ແລະ ຊ່ວຍໃຫ້ໄຂມັນດີເພີ່ມຂຶ້ນ ແຖມໝາກນາວຍັງມີໄຟເບີ້ສູງ ເຮັດໃຫ້ຮູ້ສຶກອິ່ມ ແລະ ຫຼຸດຄວາມຢາກອາຫານໄດ້ ໃຜທີ່ກຳລັງຢາກຈະຫຼຸດຄວາມອ້ວນແລະມັກລົດຊາດສົ້ມຂໍແນະນຳໃຫ້ໃຊ້ໝາກນາວ.


2. ກະຈ໊ຽບແດງ
ກະຈ໊ຽບແດງທີ່ເຮົານຳເອົາມາເຮັດນ້ຳກະຈ໊ຽບ ເປັນພືດສະໝຸນໄພທີ່ສາມາດຊ່ວຍຫຼຸດນ້ຳໜັກໄດ້ດີກັນເລີຍ ໂດຍສະເພາະກີບລ້ຽງຂອງດອກ ຫຼື ກີບທີ່ເຫຼືອຕິດຢູ່ດອກ ສາມາດໃຊ້ເປັນຢາຫຼຸດໄຂມັນໃນເສັ້ນເລືອດ ໂດຍໄດ້ມີການສຶກສາວິໄຈ ແລະ ທົດລອງກັບກະຕ່າຍທີ່ມີໄຂມັນສູງແລ້ວເຫັນວ່າລະດັບໄຕຣ ກລີເຊີໄລ, ຄໍເລສເຕີລອລ ແລະ ລະດັບໄຂມັນບໍ່ດີ (LDL) ຫຼຸດລົງ ແລະ ມີປະລິມານຂອງໄຂມັນຊະນິດດີ (HDL) ເພີ່ມຫຼາຍຂຶ້ນ ແລ້ວກໍຍັງຊ່ວຍບັນເທົາຄວາມຮຸນແຮງຂອງອາການອຸດຕັນຫຼອດເລືອດແດງໃຫຍ່ຈາກຫົວໃຈຫ້ໜ້ອຍລົງ.


3. ກະເພົາ
ກະເພົາເປັນພືດສະໝຸນໄພທີ່ເຮົານິຍົມນຳມາເຮັດອາຫານກັນຢ່າງຫຼວງຫຼາຍ ແຖມຍັງເປັນອາຫານຍອດນິຍົມນຳອີກ ເຊິ່ງສັບພະຄຸນຂອງກະເພົາທີ່ເຮົາຮູ້ຈັກກັນດີຢູ່ແລ້ວນັ້ນກໍຄື ຊ່ວຍຂັບໄຂມັນ ແລະ ນ້ຳຕານ.


4. ຫຍ້າຫວານ
ຫຍ້າຫວານຖືເປັນສະໝຸນໄພທີ່ນອກຈາກຈະໃຫ້ຄວາມຫວານໄດ້ຄືກັບນ້ຳຕານແລ້ວ ຍັງຊ່ວຍໃຫ້ສາມາດຫຼຸດຄວາມອ້ວນໄດ້ນຳ ເພາະຫຍ້າຫວານເປັນພືດທີ່ບໍ່ໃຫ້ພະລັງງານ ແລະ ແຄລໍຣີ້ຕ່ຳຫຼາຍ ສາມາດນຳໄປປະສົມກັບເຄື່ອງດື່ມ ຫຼື ນຳໄປປຸງແຕ່ງລົດຊາດອາຫານແທນນ້ຳຕານກໍໄດ້ ແຖມຄວາມຫວານທີ່ໄດ້ຈາກຫຍ້າຫວານຍັງຫຼາຍກວ່ານ້ຳຕານເຖິງ 200-300 ເທົ່າຂອງຊູໂຄຣສ ແລະ ຫາກຮັບປະທານເປັນປະຈຳກໍຍັງບໍ່ມີຜົນຂ້າງຄຽງໃດໆ ໃຫ້ຕ້ອງວຸ້ນວາຍໃຈ ເພາະສະນັ້ນ ໃຜທີ່ມັກກິນຫວານ ແຕ່ກໍບໍ່ຢາກຕຸ້ຍແລ້ວ ຫຍ້າຫວານເປັນຕົວຊ່ວຍທີ່ດີທີ່ສຸດ.


5. ຂີ້ມິ້ນຊັນ
ຂີ້ມິ້ນຊັນມີສານເຄມີທີ່ເອີ້ນວ່າເຄີຄູມິນ ຊຶ່ງສານຊະນິດນີ້ຈະໄປຊ່ວຍໃນການຢັບຢັ້ງການຈະເລີນເຕີບໃຫຍ່ຂອງເຊວໄຂມັນ ເຮັດໃຫ້ສາມາດຊ່ວຍຫຼຸດໄຂມັນໄດ້ ໂດຍຂີ້ມິ້ນຊັນສາມາດຮັບປະທານໄດ້ທັງສັດ ແລະ ນຳໄປປຸງແຕ່ງກັບອາຫານຈຳພວກຈືນກໍຈະຊ່ວຍຍ່ອຍໄຂມັນໃນອາຫານໄດ້ ແລະ ທີ່ສຳຄັນບໍ່ຄວນໃຫ້ຂີ້ມິ້ນຢູ່ໃນຄວາມຮ້ອນຫຼາຍກວ່າ 65 ອົງສາ ເພາະອາດຈະເຮັດໃຫ້ເກີດສານສະເຕຣອຍໃນຂີ້ມິ້ນໄດ້.