ປີຜ່ານມາ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ປ່ອຍສິນເຊື່ອໃຫ້ ວນກ ໄດ້138ຫົວໜ່ວຍມູນຄ່າ 164ຕື້ກວ່າກີບ

494

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ(ທສວ) ໃນປີ 2020 ສາມາດປ່ວຍສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ(ວນກ) ທັງໝົດ 138 ຫົວໜ່ວຍ 160 ສັນຍາ ມູນຄ່າ 164,54ຕື້ກີບ.


ກອງປະຊຸມປະຈໍາປີຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ແລະ ການສະຫຼຸບໂຄງການ ເຂົ້າເຖິງແຫຼ່ງທຶນຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ(SME)  ແລະ ເປີດໂຄງການເຂົ້າເຖິງແຫຼ່ງທຶນຂອງ MSME ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກພະຍາດໂຄວິດ-19 ຈັດຂຶ້ນວັນທີ 19 ກຸມພາ 2021 ທີ່ໂຮງແຮມ ຄຣາວພາຊາ  ນະຄອນຫຼວງວຽງຈັນ

ໂດຍການເປັນປະທານຂອງທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕິີກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ ທັງເປັນປະທານສະພາບໍລິຫານກອງທຶນ ທສວ ມີຜູ້ເຂົ້າຮ່ວມຈາກພາກລັດ, ອົງການຈັດຕັ້ງສາກົນ ພາກທຸລະກິດເຂົ້າຮ່ວມ.


ທ່ານ ນາງເຂັມມະນີ ພົນເສນາ ກ່າວວ່າ: ລັດຖະບານໃຫ້ຄວາມສໍາຄັນຕໍ່ກອງທຶນ SME ທີ່ໄດ້ສ້າງຕັ້ງແຕ່ປີ 2010 ພວກເຮົາກໍສາມາດປັບປຸງດໍາລັດກອງທຶນ SME ສໍາເລັດກາຍເປັນ ບ່ອນອີງໃຫ້ກອງທຶນ SME ທີ່ສະໜອງທຶນໃຫ້ MSME ຕາມທີ່ດໍາລັດກອງທຶນກໍານົດ. ເພື່ອຫຼຸດຜ່ອນຜົນກະທົບຈາກໂຄວິດ-19 ກະຊວງ ອຄ ແລະ ທະນາຄານໂລກກໍໄດ້ເຫັນຄວາມຈໍາເປັນໃນການລະດົມທຶນຊ່ວຍ MSME ຮັບມືຜົນກະທົບ ແລະ ຟື້ນຟູຫຼັງໂຄວິດ-19 ກໍ່ຄືຟື້ນຟູເສດຖະກິດ.

ກອງປະຊຸມຄັ້ງນີ້ຈະເປັນໂອກາດໃຫ້ ທົບທວນຄືນການຈັດຕັ້ງປະຕິວັດວຽກງານສົ່ງເສີມ SME ໃນໄລຍະ 1ປີຜ່ານມາ ເຊິ່ງເປັນປີທີ່ເສດຖະກິດຖືກຜົນກະທົບຈາກໂຄວິດ-19 ເຮັດໃຫ້ MSME ໃນຫຼາຍຂະແໜງການໂດຍສະເພາະຂະແໜງການທ່ອງທ່ຽວ, ຂະແໜງທີ່ປີ່ນອ້ອມທ່ອງທ່ຽວ ໄດ້ຮັບຜົນກະທົບສົມຄວນ ເຊິ່ງກອງທຶນສົ່ງເສີມ SME ພະຍາຍາມນໍາໃຊ້ບ້ວງເງິນດັ່ງກ່າວເຂົ້າໃນການກະຕຸ້ນເສດຖະກິດ ແນ່ໃສ່ສົ່ງເສີມ ຊ່ວຍເຫຼືອ MSME ໃຫ້ມີຄວາມເຂັ້ມແຂງໃນການຜະລິດສິນຄ້າບົນຫຼັກການ ດໍາລັດ 299, ທ່ານລັດຖະມົນຕີກ່າວ.


ທ່ານ ສົມຈິດ ອິນທະມິດ ກ່າວວ່າ:  ໃນປີ 2020 ຜ່ານມາ ບ້ວງເງິນຂອງ ທສວ ສາມາດປ່ອຍສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ທັງໝົດ 138 ຫົວໜ່ວຍ 160 ສັນຍາ ມູນຄ່າ 164,54ຕື້ກີບ, ນັບແຕ່ປີ 2012-2020 ມີການປ່ວຍໃຫ້ ວນກ ທັງໝົດ 414 ຫົວໜ່ວຍ 581 ສັນຍາມູນຄ່າ 356 ຕື້ກວ່າກີບ.

ໃນກອງປະຊຸມ ກະຊວງ ອຄ ໄດ້ມອບໃບຍ້ອງຍໍໃຫ້ ຫ້ອງການທະນາຄານໂລກປະຈໍາ ສປປລາວ ທີ່ປະກອບສ່ວນສະໜອງທຶນໂຄງການ ເຂົ້າເຖິງແຫຼ່ງທຶນຂອງ SME ແລະ ມອບໃບຍ້ອງຍໍ ໃຫ້ 6 ທະນາຄານທຸລະກິດຄື: ທະນາຄານ ພັດທະນາລາວ, ທະນາຄານ ລາວຈີນ, ທະນາຄານ ເອັສທີ, ທະນາຄານ ໄຊງ່ອນເທືອງຕິ່ນລາວ, ທະນາຄານຮ່ວມທຸລະກິດລາວຫວຽດ ແລະ ທະນາຄານ ມາຣູຮານເຈແປນລາວ ໃນຖານະຄູ່ຮ່ວມມືຂອງ ທສວ ໃນວຽກງານສົ່ງເສີມ SME ເຂົ້າຫາແຫຼ່ງທຶນ.

.