ແກ້ວວຽງເພັດ ຄອງອັນດັບ 2 ຄົນອາຊຽນ ຜູ້ຍິງປະຕູ ໄດ້ສູງສຸດຂອງລີກໃນບັນດາປະເທດອາຊຽນ

280

ນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດຂອງລີກ ໃນບັນດາປະເທດອາຊຽນທີ່ເປັນຄົນອາຊຽນ ເປັນນັກເຕະຈາກລີກສູງສຸດຂອງປະເທດກໍາປູເຈຍ ທີ່ຍິງໄປເຖິງ 15 ປະຕູ ໃນລະດູການ 2020 ຕາມການຈັດອັນດັບຂອງ ASEAN FOOTBALL ເພຈ໌ເຟສບຸກຊັ້ນນໍາຂອງວົງການບານເຕະອາຊຽນ ເມື່ອວັນທີ 16 ກຸມພາ 2021, ສ່ວນອັນດັບ 2 ເປັນຂອງນັກເຕະຈາກລີກສູງສຸດຂອງ ສປປ ລາວ ຍິງໄປເຖິງ 12 ປະຕູ.

ເພຈ໌ເຟສບຸ໊ກດັ່ງກ່າວໄດ້ເປີດເຜີຍ 10 ລາຍຊື່ ທີ່ເປັນນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດຂອງລີກ ໃນບັນດາປະເທດອາຊຽນ ແລະ ຍັງເປັນນັກເຕະສັນຊາດປະເທດຂອງລີກດັ່ງກ່າວອີກ ມີດັ່ງນີ້:

  1. MAT NORON ຈາກບຶກ ເກັດ ອັງກໍ ໃນລີກສູງສຸດຂອງກໍາປູເຈຍ ຍິງໄດ້ທັງໝົດ 15 ປະຕູ

  2. ແກ້ວວຽງເພັດ ລິດທິເດດ ຈາກມາສເຕີ 7 ເອັຟຊີ ໃນລີກສູງສຸດຂອງ ສປປ ລາວ ຍິງໄດ້ 12 ປະຕູ

  3. SHAHREL FIKRI ຈາກ FERAK ທີມໃນລີກສູງສຸດຂອງ ມາເລເຊຍ ຍິງໄດ້ 10 ປະຕູ

  4. WIN NAING SOE ຈາກຢາດານ້າໂບນ ທີມລີກສູງສຸດຂອງ ມຽນມາ ຍິງໄດ້ 10 ປະຕູ

  5. SIENG CHANTHEA ຈາກ ບຶກ ເກັດ ອັງກໍ ທີມລີກສູງສຸດຂອງ ກໍາປູເຈຍ ຍິງໄດ້ 9 ປະຕູ

  6. REUNG BUNHEING ຈາກວິຊາກະ ທີມລີກສູງສຸດຂອງ ກໍາປູເຈຍ ຍິງໄດ້ 9 ປະຕູ

  7. KEO SOKPHENG ຈາກວິຊາກະ ທີມລີກສູງສຸດຂອງ ກໍາປູເຈຍ ຍິງໄດ້ 9 ປະຕູ

  8. PYEA MOE ຈາກ MAGWE ຈາກລີກສູງສຸດຂອງປະເທດມຽນມາ ຍິງໄດ້ 9 ປະຕູ

  9. ອາລິສັກ ໄກສອນ ຈາກ ໄທພອສ ເອັຟຊີ ໃນລີກສູງສຸດຂອງປະເທດໄທ ຍິງໄດ້ 9 ປະຕູ

  10. NARONG KAKADA ຈາກ TIFFY ARMY ໃນລີກສູງສຸດຂອງກໍາປູເຈຍ ຍິງໄດ້ 8 ປະຕູ

ไม่มีคำอธิบายรูปภาพ

ໃນນັ້ນ, ຈະເຫັນໄດ້ ແກ້ວວຽງເພັດ ລິດທິເດດ ກາງກອງຊາວລາວປະສົບການສູງຂອງ ມາສເຕີ 7 ເອັຟຊີ ເປັນນັກດາວຍິງສູງສຸດອັນດັບ 2 ໃນລີກທົ່ວອາຊຽນ ເຊິ່ງ ແກ້ວວຽງເພັດ ລົງສະໜາມໄປ 12 ນັດ ຍິງໄດ້ 12 ປະຕູ ຊ່ວຍໃຫ້ ມາສເຕີ 7 ເອັຟຊີ ລົງສະໜາມ 12 ນັດຊະນະ 7, ສະເໝີ 4 ແລະ ເສຍ 1 ນັດ ມີ 25 ຄະແນນ ຄວ້າຮອງແຊັມລາວລີກ 1 ລະດູການ 2020 ຕາມຫຼັງແຊັມຢ່າງ ລາວໂຕໂຢຕ້າ ເອັຟຊີ 7 ຄະແນນ ແລະ ໜີຫ່າງອັນດັບ 3 ຊ້າງນ້ອຍ ເອັຟຊີ 8 ຄະແນນ; ແກ້ວວຽງເພັດ ຍັງຄວ້າດາວຍິງສູງສຸດຂອງ ສປປ ລາວ ເປັນ 2 ປີລຽນຕິດ ກໍຄື 2019 ແລະ 2020.

ແກ້ວວຽງເພັດ ເກີດໃນວັນທີ 30 ພະຈິກ 1992 ທີ່ບ້ານແກ້ວສໍາພັນ ເມືອງປາກເຊ ແຂວງຈໍາປາສັກ ຮຽນຈົບ ມ 6 ທີ່ ມ.ສ ສາທິດ ເມື່ອປີ 2009 ເລີ່ມຕົ້ນເປັນນັກເຕະເຍົາວະຊົນຂອງ ເອັສຣາ ເອັຟຊີ ກ່ອນກ້າວຂຶ້ນໄປຫຼິ້ນໃນຊຸດໃຫຍ່, 2015 ຫຼິ້ນໃຫ້ ເຮັສເອັສບີ ວຽງຈັນ ເອັຟຊີ, 2016 ຫຼິ້ນໃຫ້ ລ້ານຊ້າງ ຢູໄນເຕັດ ແລະ 2017 ຫຼິ້ນໃຫ້ ວຽງຈັນ ຢູໄນຕັດ ແລະ 2018 ຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ກັບ ມາສເຕີ 7 ເອັຟຊີ ຈົນເຖິງປີ 2020, ສ່ວນຜົນງານໃນທີມຊາດຕິດ ຢູ 14, 17, 19, 23 ແລະ ຊຸດໃຫຍ່ ໂດຍສະເພາະປີ 2010 ຕິດທີມຊາດລາວຊຸດໃຫຍ່ ແລະ ໄປແຂ່ງຂັນລາຍການ AFF SUZUKI 2012 ຄວ້າລາງວັນນັກເຕະດາວເດັ່ນຂອງອາຊຽນ.