ມື້ນີ້ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອເກົ່າທັງ 4ກໍລະນີ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ

275

ຄະນະສະເພາະກິດຖະແຫຼງ ວັນທີ 19 ກຸມພາ 2021 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອເກັ່າທັງ 4ກໍລະນີ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ, ດ້ານການຕິດຕາມຜູ້ເດີນທາງເຂົ້າລາວ ວັນທີ 18 ກຸມພາ 2021 ມີຜູ້ເດີນທາງເຂົ້າມາທັງໝົດ 2ພັນກວ່າຄົນ.

ໃນວັນທີ 19 ກຸມພາ 2021 ທີ່ກະຊວງສາທາລະນະສຸກ ບົດຖະແຫຼງຂ່າວ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວ ໃຫ້ຮູ້ວ່າ: ປັດຈຸບັນ ທົ່ວໂລກມີການລາຍງານການລະບາດຂອງພະຍາດ ໂຄວິດ-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມ 110.793.119 ຄົນ, ເສຍຊິວິດສະສົມ 2.450.321 ຄົນ ແລະ ປີ່ນປົວຫາຍດີ 85.726.847 ຄົນ; ສຳລັບບັນດາກຸ່ມປະເທດອາຊຽນ, ປະເທດ ອິນໂດເນເຊຍ ແມ່ນມີຜູ້ຕິດເຊື້ອສະສົມ ສູງກວ່າໝູ່ , ຖັດລົງມາແມ່ນປະເທດ ຟີລິບປິນ, ມາເລເຊຍ, ມຽນມ້າ ຕາມລຳດັບ.

ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 18 ກຸມພາ 2021 ການຕິດຕາມຜູ້ເດີນທາງເຂົ້າລາວ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2.003 ຄົນ; ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

ສ່ວນການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 18 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 314 ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າ ວັນທີ 18 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 110.103 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ. ດ້ານການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປະຈຸບັນ ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 4 ຄົນ ແມ່ນສືບຕໍ່ນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້.

ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວຕື່ມວ່າ: ສະພາບການລະບາດຂອງພະຍາດ ໂຄວິດ-19 ໃນທົ່ວໂລກ ຄາດວ່າ ຈະມີໂອກາດລະບາດຊ້ຳຊ້ອນໄປອີກ ເປັນໄລຍະໆ ເພາະປະຈຸບັນ ຫຼາຍປະເທດຍັງບໍ່ທັນສາມາດຕັດວົງຈອນ ການລະບາດຂອງພະຍາດໄດ້ເທື່ອ; ດັ່ງນັ້ນ ການລະບາດຂອງພະຍາດ ສ່ວນໜຶ່ງ ກໍ່ແມ່ນຂຶ້ນກັບພຶດຕິກຳ ການດຳລົງຊີວິດ ແລະ ການເອົາໃຈໃສ່ປ້ອງກັນຕົນເອງຂອງປະຊາຊົນ ໃນແຕ່ລະພື້ນທີ່ ກໍ່ຄື ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເຊັ່ນ: ການໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ, ຮັກສາມາລະຍາດໃນການໄອ-ຈາມ, ຮັກສາໄລຍະຫ່າງທາງສັງຄົມ 1-2 ແມັດຂຶ້ນໄປ, ບໍ່ໃຊ້ສິ່ງຂອງຮ່ວມກັນ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ແອອັດ ຫຼື ສະຖານທີ່ ທີ່ມີຄວາມສ່ຽງ.

ພ້ອມດຽວກັນນັ້ນ ກໍ່ຄວນໝັ່ນສັງເກດອາການຕົນເອງ ຫາກທ່ານຮູ້ສຶກບໍ່ສະບາຍ ຄ້າຍຄືໄຂ້ຫວັດ ຕ້ອງໄດ້ຢຸດຮຽນ ຫຼື ຢຸດໄປເຮັດວຽກ ເພາະເຊື້ອພະຍາດສາມາດແຜ່ໄປຍັງເພື່ອນຮ່ວມງານ ແລະ ຄົນໃນຄອບຄົວຂອງທ່ານໄດ້, ບໍ່ຄວນຊື້ຢາມາກິນເອງ ແຕ່ຄວນຮີບຮ້ອນໄປພົບແພດທັນທີ ເພື່ອຮັບການປິ່ນປົວຢ່າງທັນການ; ເພື່ອສະກັດກັ້ນບໍ່ໃຫ້ເກີດການລະບາດ ແລະ ຂະຫຍາຍເປັນວົງກວ້າງ ໃນປະເທດຂອງພວກເຮົາ, ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 111/ຫສນຍ, ລົງວັນທີ 01 ກຸມພາ 2021 ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ຢ່າງເຄັ່ງຄັດ;