ຫສນຍ ຕ້ອນຮັບຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 1 ລົງໂຄສະນາຫາສຽງ

265

ໃນຕອນເຊົ້າ ວັນທີ 19 ກຸມພາ 2021 ການນຳ ແລະ ພະນັກງານ-ລັດຖະກອນ ທັງໝົດ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ນຳໂດຍທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ເປັນກຽດຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງ ການໂຄສະນາຫາສຽງ ຂອງຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ 05 ທ່ານ.

ນຳໂດຍ ທ່ານ ປອ. ໄຊສົມພອນ ພົມວິຫານ, ປະທານສູນກາງແນວລາວສ້າງຊາດ (ຜູ້ສະໝັກໝາຍເລກ 1) ພ້ອມດ້ວຍຜູ້ສະໝັກຮັບເລືອກຕັ້ງ 04 ທ່ານ ຄື: ທ່ານ ບຸນຕາ ເທບພະວົງ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຜູ້ສະໝັກ ໝາຍເລກ 4); ທ່ານ ນາງ ເກດມະນີ ບັນດາສັກ, ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ສະພາປະຊາຊົນ ນະຄອນຫຼວງວຽງຈັນ (ຜູ້ສະໝັກໝາຍເລກ 9); ທ່ານ ສົມເພັດ ມ້າວປະເສີດ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ, ປະທານບໍລິສັດ ແຟເຊັດພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ ນໍ້າກັດຢໍລະປາ ແລະ ນໍ້າກັດຢໍລະປຽນ (ຜູ້ສະໝັກໝາຍເລກ 18); ແລະ ທ່ານ ທະນົງສິດ ເມືອງຈັນ, ຮອງຫົວໜ້າພະແນກໄປສະນີ ແລະ ໂທລະຄົມມະນາຄົມ ນະຄອນຫຼວງວຽງຈັນ (ຜູ້ສະໝັກໝາຍເລກ 21).


ການລົງຫາສຽງ ແລະ ພົບປະ ຜູ້ມີສິດປ່ອນບັດເລືອກຕັ້ງ ໃນຄັ້ງນີ້ ເພື່ອເຮັດໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ໂດຍສະເພາະ ພະນັກງານ-ລັດຖະກອນ ຫສນຍ ໄດ້ເພີ່ມຄວາມຮັບຮູ້, ຄວາມເຂົ້າໃຈ ເລິກເຊິ່ງກວ່າເກົ່າ ຕໍ່ຄວາມໝາຍ, ຄວາມສຳຄັນ ແລະ ຈຸດປະສົງຂອງການເລືອກຕັ້ງ, ລວມເຖິງໂຄງປະກອບບຸກຄະລາກອນ ຜູ້ສະໝັກສະມາຊິກສະພາແຫ່ງຊາດ ຊຸດ IX ໃນຂອບເຂດທົ່ວປະເທດ ແລະ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ທັງເຮັດໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ມີໂອກາດພົບພໍ້, ໄດ້ຍິນສຽງຕົວຈິງ ຂອງຜູ້ສະໝັກຮັບເລືອກຕັ້ງ ແລະ ຮັບຮູ້ເຖິງປະຫວັດ, ຜົນງານ ແລະ ການເຄື່ອນໄຫວ ຂອງຜູ້ສະໝັກຮັບເລືອກຕັ້ງ ແນໃສ່ເຮັດໃຫ້ການເລືອກຕັ້ງໃນຄັ້ງນີ້ ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.


ໂອກາດດັ່ງກ່າວ, ທ່ານ ຄຳເຈນ ວົງໂພສີ ຕາງໜ້າໃຫ້ການນຳ ແລະ ພະນັກງານ-ລັດຖະກອນ ຫສນຍ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ທີ່ໄດ້ລົງຫາສຽງໃນຄັ້ງນີ້. ຫຼັງຈາກນັ້ນ ຜູ້ຮັບສະໝັກຮັບເລືອກຕັ້ງ ໄດ້ຜັດປ່ຽນກັນສະເໜີປະຫວັດ, ຜົນງານ ແລະ ຄວາມພ້ອມຂອງຕົນ ທີ່ຈະປະຕິບັດພາລະບົດບາດ ແລະ ໜ້າທີ່ໃນສະພາແຫ່ງຊາດ ເປັນຕົວແທນໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໃນການພິຈາລະນາ ແລະ ຕົກລົງບັນຫາສຳຄັນຂອງຊາດ ກໍ່ຄືການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະເທດຊາດ ແລະ ປະຊາຊົນ ໃຫ້ດີທີ່ສຸດ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ