ເຕັກນິກການລ້ຽງຈີ່ຫຼີດພື້ນຖານງ່າຍໆ

241

ການກະເສດລ້ຽງສັດ, ແມງໄມ້ຊະນິດຕ່າງໆຈະໄດ້ຮັບຜົນດີນັ້ນ ແມ່ນຂຶ້ນກັບການເບິ່ງແຍງບົວລະບັດ ເພື່ອໃຫ້ມີ ຄວາມປອດໄພບໍ່ໃຫ້ມີສິ່ງລົບກວນ; ເຊັ່ນດຽວກັນກັບ ຈີ່ຫຼີດເປັນແມງໄມ້ທີ່ຄົນນິຍົມນຳມາກິນ ແລະ ນຳມາປຸງແຕ່ງອາຫານທີ່ມີລົດຊາດແຊບ, ມີທາດໂປຕິນສູງອີກດ້ວຍ ແລະ ມີ ຄວາມຕ້ອງການສູງຂອງຕະຫຼາດ, ການລ້ຽງຈີ່ຫຼີດ ເປັນທາງເລືອກໜຶ່ງປະກອບອາຊີບ, ເປັນກິດຈະກຳເວລາວ່າງ. ສະນັ້ນ, ມື້ນີ້ຜູ້ຂຽນຈະພາທ່ານຜູ້ອ່ານມາຮຽນຮູ້ເຕັກນິກວິທີການລ້ຽງຈີ່ຫຼີດ ເຊິ່ງເປັນວິທີທີ່ງ່າຍທຸກທ່ານສາມາດນຳໄປປະຕິບັດໄດ້.

1. ວິທີການສ້າງສະຖານທີ່

ການລ້ຽງຈີ່ຫຼີດຕ້ອງນຳເອົາຈີ່ຫຼີດມາຂັງໄວ້ໃນພາຊະນະ ແລະ ມີການເບິ່ງແຍງຮັກສາໂດຍການໃຫ້ອາຫານ, ໃຫ້ນ້ຳ, ສ່ວນໂຮງເຮືອນຂອງຈີ່ຫຼີດຕ້ອງເປັນບ່ອນສູງ, ນ້ຳບໍ່ຖ້ວມຂັງ, ສາມາດກັນແດດກັນຝົນໄດ້ ແລະ ສາມາດລະບາຍອາກາດໄດ້ດີ, ບ່ອນລ້ຽງຈີ່ຫຼີດອາດຈະເຮັດເປັນຊັ້ນໆ, ແອ້ມດ້ວຍແພແຍ່ງຂຽວໆ ຫຼື ລ້ຽງໃສ່ແທ່ງສ້າງທີ່ລຽນກັນໃນໂຮງເຮືອນ ໂດຍການນຳໃຊ້ອຸປະກອນ ເຊັ່ນ: ຄຸ, ຊາມ, ແທ່ງນ້ຳສ້າງ ແລະ ແກັດເຈ້ຍ.

ไม่มีคำอธิบายรูปภาพ

2. ວັດສະດຸທີ່ຈຳເປັນໃນການລ້ຽງ

ກ່ອນອື່ນໝົດເຮົາຕ້ອງມີການກະກຽມວັດສະດຸທີ່ກ່ຽວຂ້ອງ ເຊັ່ນ: ຂີ້ແກບສຳລັບຮອງພື້ນ, ຕຸກນ້ຳໃຊ້ປະມານໜຶ່ງລິດຂຶ້ນໄປ. ຈາກນັ້ນ, ໃຫ້ເຈາະດ້ານຂ້າງສອງຮູ ໃຊ້ຜ້າ ຫຼື ສຳລີວາງໃສ່ກະຕຸກ ເພື່ອໃຫ້ນ້ຳຊຶມອອກມາໃຫ້ຈີ່ຫຼີດດູດກິນ. ສ່ວນວັດສະດຸໃສ່ໃນບ່ອນຈີ່ຫຼີດແມ່ນແຕະໄຂ່ສາມາດມາວາງໃຫ້ຈີ່ຫຼີດໄດ້ຢູ່.

ไม่มีคำอธิบายรูปภาพ

3. ຂັ້ນຕອນໃນການລ້ຽງຈີ່ຫຼີດ

ໄລຍະການຝັກໂຕ: ຈາກໄຂ່ມາເປັນຕົວອ່ອນຈະໃຊ້ເວລາ 7 ຫາ 10 ວັນ ເມື່ອຝັກເປັນຕົວອ່ອນແລ້ວນຳເອົາຕົວອ່ອນໄປໄວ້ໃນບ່ອນທີ່ກຽມໄວ້ແຕ່ຕ້ອງລະມັດລະວັງມົດ, ຈີ່ຈ້ຽມທີ່ມາກັດກິນໂຕຈີ່ຫຼີດອ່ອນ.

ຫຼັງຈາກໂຕອ່ອນມີຂະໜາດໃຫຍ່ແລ້ວໃຊ້ເວລາປະມານ 5 – 7 ວັນ ກໍເອົາວັດສະດຸທີ່ຮອງພື້ນອອກມາທຳຄວາມສະອາດຊັກໃຫ້ສະອາດ ໂດຍບໍ່ໃຊ້ສະບູ ຫຼື ແຟັບ.

ການໃຫ້ອາຫານ: ຄວນເອົາອາຫານໄກ່ນ້ອຍທີ່ບົດລະອຽດປະສົມກັບຮຳອ່ອນໃນອັດຕາສ່ວນ 1/1 ປະສົມກັບໃບມັນຕົ້ນ, ໃບໝາກອຶ, ນຳມາໃຫ້ຈີ່ຫຼີດເພື່ອເປັນອາຫານເສີມ.

ไม่มีคำอธิบายรูปภาพ

4. ການໃຫ້ນ້ຳ

ໃນໄລຍະທີ່ຈີ່ຫຼີດເລີ່ມໃຫຍ່ ຄວນວາງໃສ່ຈານໄວ້ເອົາກ້ອນຫີນໃສ່ໃນຈານ ເພື່ອໃຫ້ຈີ່ຫຼີດເກາະກິນໄດ້ງ່າຍ, ໃນໄລຍະປະສົມພັນ ແລະ ວາງໄຂ່, ເມື່ອຈີ່ຫຼີດມີອາຍຸ 40 – 50 ວັນ ແລ້ວກໍເລີ່ມປະສົມພັນກັນ. ສະນັ້ນ, ຕ້ອງສັງເກດເບິ່ງຫາກຕົວຈີ່ຫຼີດເລີ່ມປະສົມພັນກັນອີກ ປະມານ 3 – 4 ວັນ ຈະເລີ່ມວາງ ໄຂ່, ໃຫ້ນຳຖາດໃສ່ຂີ້ແກບເຜົາວາງບ່ອນລ້ຽງ, ຈາກນັ້ນຈີ່ຫຼີດຈະເລີ່ມວາງໄຂ່ເທິງຂີ້ແກບທີ່ກຽມໄວ້, ຫຼັງຈາກທີ່ຈີ່ຫຼີດວາງໄຂ່ແລ້ວ ຈຶ່ງເອົາໄຂ່ທີ່ຢູ່ໃນພາຖາດ ( ເວລາໃສ່ແກບບໍ່ຄວນໃສ່ແໜ້ນເກີນໄປ ) ເກັບໄວ້ໃນບ່ອນທີ່ມີອາກາດຖ່າຍເທດີ ເພາະເພື່ອລ້ຽງໄລຍະຕໍ່ໄປ. ສ່ວນຈີ່ຫຼີດທີ່ໂຕໃຫຍ່ແລ້ວສາມາດນຳໄປເປັນອາຫານ ຫຼື ຂາຍ ເມື່ອເກັບກູ້ຈີ່ຫຼີດໝົດແລ້ວກໍທຳຄວາມສະອາດສະຖານທີ່ໄວ້ເພື່ອລ້ຽງຈີ່ຫຼີດລຸ້ນຕໍ່ໄປ.

อาจเป็นรูปภาพของ ข้อความ

ນີ້ກໍເປັນເຕັກນິກວິທີລ້ຽງຂັ້ນພື້ນຖານໃຫ້ທຸກໆທ່ານສາມາດນຳໄປປະຕິບັດ, ລ້ຽງ ແລະ ຊອກຫາວັດຖຸອຸປະກອນມາລອງລ້ຽງເບິ່ງ!.

( ທີ່ມາ: ກະເສດຍຸກໃໝ່ )