ສສຊ ເຂດເລືອກຕັ້ງທີ1 ນະຄອນຫຼວງວຽງຈັນ ລົງໂຄສະນາຫາສຽງຢູ່ ຂະແໜຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

251

ຜູ້ຮັບສະໝັກລົງເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ( ສສຊ) ຊຸດທີIX ປະຈຳເຂດເລືອກຕັ້ງທີ1 ນະຄອນຫຼວງວຽງຈັນ ໄດ້ລົງໂຄສະນາຫາສຽງຢູ່ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.


ການລົງຫາສຽງຂອງຜູ້ລົງສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີIX ມິຂຶ້ນໃນຕອນເຊົ້າ ວັນທີ 18 ກຸມພາ 2021 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍຄະນະກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຜູ້ລົງສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ1 ນະຄອນຫຼວງວຽງຈັນ ຈຳນວນ 6 ທ່ານ ເຂົ້າຮ່ວມ.


ການລົງໂຄສະນາຫາສຽງຂອງຜູ້ສະໝັກ ສສຊ ຊຸດທີ IX ຄັ້ງນີ້ແມ່ນເປັນການສືບຕໍ່ປະຕິບັດພາລະບົດບາດ ສິດ ໜ້າທີ່ ສະພາແຫ່ງຊາດທີມີລັກສະນະຕໍ່ເນື່ອງເພື່ອປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຂອງພັກຢູ່ໃນໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນເຂັ້ມແຂງ; ແມ່ນເຫດການປະຫວັດສາດທີ່ສຳຄັນທີ່ສຸດຂອງລະບອບປະຊາທິປະໄຕ ເພື່ອໃຫ້ປະຊາຊົນໄດ້ມີໂອກາດໃຊ້ສິດເອົາຜູ້ແທນຂອງຕົນໄປດຳລົງຕຳແໜ່ງຢູ່ໃນສະພາເປັນອົງການຕົວແທນຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ ມີມາດຖານ ແລະ ເງື່ອນໄຂຄົບຖ້ວນຢ່າງແທ້ຈິງ.


ບັນດາຜູ້ລົງສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດ ທີ່ລົງໂຄສະນາຫາສຽງຢູ່ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລວມມີ:

ທ່ານ ປອ ເກດແກ້ວ ສີຫາລາດ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ນໍ້າເບີ 5

ທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ນໍ້າເບີ7;

ທ່ານ ນາງ ສົມພຽນ ວົງໄຊ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ນໍ້າເບີ12,

ທ່ານຄຳຜ່ອງ ແສງສະຫວ່າງ ຮອງຫົວໜ້າພະແນກກະສິກຳປ່າໄມ້ ນະຄອນຫຼວງວຽງຈັນ ນໍ້າເບີ16

ທ່ານ ປອ ແອງພອນ ແພງສຸວັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ນໍ້າເບີ17

ທ່ານນາງ ໄຊທານີ ຈັນທະວົງສາ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ນໍ້າເບີ 23

ໄດ້ຜັດປ່ຽນກັນຂຶ້ນສະເໜີຕົວ, ປະຫວັດການເຄື່ອນໄຫວຂອງຕົນເພື່ອສ້າງເງື່ອນໄຂໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງຕໍ່ປະຫວັດຄວາມເປັນມາ, ຜົນງານ, ແລະ ວິໄສທັດຂອງຜູ້ສະໝັກແຕ່ລະທ່ານ.