ກຳນົດ 6 ເປົ້າໝາຍໃຫຍ່ ໃນການພັດທະນາ ເສດຖະກິດ – ສັງຄົມແຫ່ງຊາດ 2021 – 2025

1441

ການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ໄດ້ກໍານົດອອກເປັນ 6 ເປົ້າໝາຍໃຫຍ່ ເພື່ອສາມາດບັນລຸຈຸດໝາຍ ແລະ ທິດທາງໜ້າທີ່ລວມ ໂດຍສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວສະເລ່ຍໃນລະດັບ 4% ຂຶ້ນໄປຕໍ່ປີ.

ອີງຕາມຮ່າງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ( 2021 – 2025 ) ທີ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ຮູ້ວ່າ: ລັດຖະບານໄດ້ກຳນົດ 6 ເປົ້າໝາຍ ໃຫຍ່ໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ປະກອບມີ:

1). ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ.

2). ຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ ທີ່ສາມາດຕອບສະໜອງຄວາມຕ້ອງການຂອງພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ – ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ.

3). ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ.

4). ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ.

5). ການສ້າງພື້ນຖານໂຄງລ່າງທີ່ມີຄວາມເຂັ້ມແຂງ, ນໍາໃຊ້ທ່າແຮງ, ກາລະໂອກາດທີ່ຕັ້ງ, ເຂົ້າຮ່ວມຂະບວນການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ.

6). ການຄຸ້ມຄອງ – ບໍລິຫານລັດມີປະສິດທິພາບ, ສັງຄົມມີ ຄວາມສະເໝີພາບ, ຍຸຕິທໍາ ແລະ ໄດ້ຮັບການປົກປ້ອງຕາມທິດການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ.

อาจเป็นรูปภาพของ ยานพาหนะ, ท้องฟ้า, ถนน และถนน

ໃນນີ້ 5 ປີຕໍ່ໜ້າ ການຄຸ້ມຄອງເສດຖະກິດມະຫາພາກ ຕ້ອງສຸມໃສ່ການປະຕິຮູບການຄຸ້ມຄອງການເງິນພາກລັດຢ່າງເປັນລະບົບ ແລະ ຕໍ່ເນື່ອງ ແນໃສ່: (1) ຂະຫຍາຍຖານລາຍຮັບອາກອນໃຫ້ກວ້າງອອກ ເພື່ອເພີ່ມການເກັບລາຍຮັບໃຫ້ຫຼາຍຂຶ້ນ; (2) ຄຸ້ມຄອງລາຍຈ່າຍພາກລັດໃຫ້ມີປະສິດທິພາບ ແລະ ຮັດກຸມກວ່າເກົ່າ; (3) ຄຸ້ມຄອງໜີ້ສິນພາງ ແລະ ໜີ້ສິນສາທາລະນະ ໃຫ້ຢູ່ໃນລະດັບທີ່ສາມາດຊໍາລະສະສາງໄດ້ ແລະ (4) ຮັກສາສະຖຽນລະພາບຂອງອັດຕາແລກປ່ຽນ.

ສູ້ຊົນປະຕິບັດລາຍຮັບງົບປະມານທັງໝົດໃຫ້ໄດ້ ປະມານ 169.000 ຕື້ກີບ ເທົ່າກັບ 15,3% ຂອງ GDP.

อาจเป็นรูปภาพของ ดอกไม้, ท้องฟ้า, ต้นไม้ และถนน

ຮັບປະກັນສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນທ່ຽງ, ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບສະເລ່ຍບໍ່ເກີນ 6%, ອັດຕາແລກປ່ຽນມີຄວາມສະຫງົບປົກກະຕິ ເໜັງຕີງໃນຂອບ +5% ຕໍ່ປີ ທຽບໃສ່ເງິນໂດລາສະຫະລັດ, ສູ້ຊົນໃຫ້ຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າໄດ້ບໍ່ຫຼຸດ 3 ເດືອນ ແລະ ຄວບຄຸມປະລິມານເງິນ M2 ເພີ່ມຂຶ້ນສະເລ່ຍບໍ່ເກີນ 20% ຕໍ່ປີ.

อาจเป็นรูปภาพของ ดอกไม้

ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນສະເລ່ຍໃນລະດັບ 4% ຂຶ້ນໄປຕໍ່ປີ ລວມມູນຄ່າ GDP 5 ປີ ( 2021 – 2025 ) ເທົ່າກັບ 1.057.689 ຕື້ກີບ, GDP ຕໍ່ຫົວຄົນ ໃຫ້ໄດ້ 2.887 ໂດລາສະຫະລັດ ໃນປີ 2025; ໃນນີ້ຂະແໜງກະສິກໍາຂະຫຍາຍຕົວ ສະເລ່ຍໃນລະດັບ 2,5%, ຂະແໜງອຸດສາຫະກໍາຂະຫຍາຍຕົວ ສະເລ່ຍໃນລະດັບ 4%, ຂະແໜງບໍລິການຂະຫຍາຍຕົວ ສະເລ່ຍໃນລະດັບ 6%.