ຂົ້ວປາກະປ໋ອງແນວໃດໃຫ້ແຊບ ລອງສູດນີ້

129

ປາກະປ໋ອງອາຫາສຳເລັດຮູບທີ່ຫຼາຍຄົນມັກ ແລະ ຫຼາຍຄົນກໍບໍ່ມັກ ເນື່ອງຈາກປາກະປ໋ອງແມ່ນເຮັດມາຈາກປາທະເລ ອາດເຮັດໃຫ້ຫຼາຍຄົນທີ່ບໍ່ມັກກິນປາແມ່ນຕ້ອງຍົກມືບາຍໆ ກັບເມນູນີ້ ແຕ່ບໍ່ເປັນຫຍັງມີື້ນີ້ຜູ້ຂຽນຈະມາແຈກສູດເມນູປາກະປ໋ອງໃຫ້ຜູ້ທີ່ມັກກິນປາກະປ໋ອງເປັນຊີວິດຈິດໃຈ ໄດ້ເອົາໄປເຮັດກິນ ແລະ ຮັບຮອງວ່າແຊບແນ່ນອນ ເຮັດງ່າຍນຳອີກ.


ເຄື່ອງປຸງ
ປ໋ອງປາ 2 ປ໋ອງ
ຫອມບົ່ວແດງ 2 ຫົວ
ກະທຽມ 2 ກີບ
ເຜັດດິບ 3 ໜ່ວຍ
ເກືອ ½ ບ່ວງກາເຟ
ແປ້ງນົວ ½ ບ່ວງກາເຟ, ບໍ່ມັກບໍ່ໃສ່ກະໄດ້
ນ້ຳຕານ ½ ບ່ວງກາເຟ
ນ້ຳປາ ½ ບ່ວງກາເຟ
ນ້ຳມັນພືດ 1 ບ່ວງແກງ
ຫອມບົ່ວໃບ 1 ບ່ວງແກງ, ຊອຍເປັນຕ່ອນສັ້ນ
ຫອມເປ 1 ບ່ວງແກງ, ຊອຍເປັນຕ່ອນສັ້ນ


ວິທີເຮັດ
1. ຂົ້ວຫອມບົ່ວ ກະທຽມ ໝາກເຜັດ ໃສ່ນ້ຳມັນໃຫ້ເຫຼືອງ.
2. ເອົາປ໋ອງປາລົງ ປຸງເຄື່ອງທັງໝົດລົງແລ້ວຂົ້ວໜ້ອຍໜຶ່ງໃຫ້ເຄື່ອງເຂົ້າກັນແລ້ວຊິມລົດຊາດ.
3. ໃສ່ຫອມແລ້ວປົງ ເສີບໄດ້ເລີຍ ຮັບຮອງວ່າແຊບ.

ຮຽບຮຽງ: ສຸພາລັກ