ກຽມພ້ອມຮອບດ້ານການເລືອກຕັ້ງ ສສຊ ແລະ ສສຂ

210

ຄະນະກໍາມະການເລືອກຕັ້ງລະດັບຊາດ ຖະແຫຼງກຽມຄວາມພ້ອມຮອບດ້ານໃຫ້ແກ່ການດຳເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃນທົ່ວປະເທດ ໃນວັນທີ 21 ກຸມພານີ້ ໂດຍມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ 224 ທ່ານ; ສສຂ 789 ທ່ານ ແລະ ມີຈໍານວນຜູ້ມີສິດປ່ອນບັດແຕ່ລະເຂດເລືອກຕັ້ງທັງໝົດ 4,2 ລ້ານກວ່າຄົນ.


ທ່ານ ປອ. ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂານຸການ, ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງໃນວັນທີ 18 ກຸມພາ ທີ່ຫໍສະພາແຫ່ງຊາດ ( ຫຼັກ 6 ) ວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ( ສສຂ ), ນະຄອນຫຼວງ ຊຸດທີ II ໃນທົ່ວປະເທດຄັ້ງນີ້ ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕຂອງພົນລະເມືອງລາວ ໃນການເລືອກຕັ້ງເອົາບຸກຄົນທີ່ມີມາດຖານເງື່ອນໄຂຄົບຖ້ວນເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເພື່ອເປັນຕົວແທນປະຕິບັດສິດ, ອຳນາດຂອງປະຊາຊົນລາວບັນດາເຜົ່າ.


ຕະຫຼອດໄລຍະຜ່ານມາ ຄະນະກຳມະການເລືອກຕັ້ງລະດັບຊາດໄດ້ເອົາໃຈໃສ່ຊີ້ນຳ – ນຳພາບັນດາອະນຸກຳມະການໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃນການກະກຽມວຽກງານຮອບດ້ານໃຫ້ແກ່ການດຳເນີນການເລືອກຕັ້ງ, ອະນຸກໍາມະການຕ່າງໆຂອງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງຂັ້ນທ້ອງຖິ່ນຜັນຂະຫຍາຍບັນດາມະຕິ ແລະ ຄຳແນະນຳຕ່າງໆກ່ຽວກັບວຽກງານການເລືອກຕັ້ງ ໂດຍສອດຄ່ອງກັບທິດທາງແຜນການການເຄື່ອນໄຫວຂອງຄະນະກໍາມະການເລືອກຕັ້ງລະດັບຊາດຕາມ 4 ບາດກ້າວ.


ພ້ອມກັນນັ້ນ, ກໍໄດ້ລົງຊີ້ນຳ ຕິດຕາມກວດກາ ຊຸກຍູ້ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກຳມະການເລືອກຕັ້ງຂັ້ນທ້ອງຖິ່ນຢ່າງຕໍ່ເນື່ອງ ເພື່ອເກັບກຳສະພາບຮອບດ້ານໃນການເລືອກຕັ້ງລະດັບຊາດ, ໄດ້ຄົ້ນຄວ້າ, ກວດກາ, ພິຈາລະນາ ແລະ ຕົກລົງຮັບຮອງເອົາຜູ້ອອກສະໝັກຮັບເລືອກຕັ້ງ ແລະ ປະກາດຈຳນວນ, ລາຍຊື່ ແລະ ຄຸນລັກສະນະຂອງຜູ້ອອກສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຢ່າງເປັນທາງການ ເຊິ່ງມີຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດມີ 224 ທ່ານ ( ຍິງ 49 ທ່ານ ) ເລືອກເອົາ 164 ທ່ານ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ມີ 789 ທ່ານ ( ຍິງ 227 ທ່ານ ) ເລືອກເອົາ 492 ທ່ານ.

ພາບປະກອບຂ່າວເທົ່ານັ້ນ

ໃນການເລືອກຕັ້ງຄັ້ງນີ້ມີຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງແຕ່ລະເຂດເລືອກຕັ້ງໃນທົ່ວປະເທດທັງໝົດ 4.279.243 ຄົນ ( ຍິງ 2.128.167 ຄົນ ), ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 7.217 ໜ່ວຍໃນທົ່ວປະເທດ. ໃນນີ້ມີ 40 ໜ່ວຍເລືອກຕັ້ງທີ່ປະຈໍາຢູ່ຕ່າງປະເທດ ເຊິ່ງມີພົນລະເມືອງລາວຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 13.404 ຄົນ ( ຍິງ 5.493 ຄົນ ).

ພາບປະກອບຂ່າວເທົ່ານັ້ນ

ທ່ານ ປອ. ສົມພູ ດວງສະຫວັນ ກ່າວຕື່ມວ່າ: ມາຮອດປັດຈຸບັນການກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ແມ່ນໄດ້ດຳເນີນມາດ້ວຍຄວາມຮັບຜິດຊອບ, ຄວາມເປັນເຈົ້າການ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນຂອງທົ່ວພັກ – ລັດ, ທົ່ວປວງຊົນລາວໃນຂອບເຂດທົ່ວປະເທດ ແລະ ມີຄວາມພ້ອມຢ່າງຮອບດ້ານ, ຂໍຮຽກຮ້ອງ ແລະ ເຊີນຊວນມາຍັງພີ່ນ້ອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຜູ້ມີສິດປ່ອນບັດເລືອກຕັ້ງແຕ່ລະເຂດຈົ່ງນໍາໃຊ້ສິດປະຊາທິປະໄຕ ແລະ ປະຕິບັດພັນທະຂອງຕົນໄປປ່ອນບັດເລືອກຕັ້ງເອົາບຸກຄົນທີ່ມີມາດຖານເງື່ອນໄຂຄົບຖ້ວນ ເພື່ອເປັນຕົວແທນປະຕິບັດສິດ ແລະ ອຳນາດຂອງປະຊາຊົນລາວບັນດາເຜົ່າຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ.

ພາບປະກອບຂ່າວເທົ່ານັ້ນ

ສະເໜີໃຫ້ຄະນະກຳມະການເລືອກຕັ້ງແຕ່ລະຂັ້ນ ກໍຄືປວງຊົນລາວທັງຊາດຈົ່ງສືບຕໍ່ເອົາໃຈໃສ່ໃນການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເຮັດໃຫ້ບັ້ນເລືອກຕັ້ງທົ່ວປະເທດທີ່ຈະດໍາເນີນຂຶ້ນໃນວັນອາທິດວັນທີ 21 ກຸມພາ 2021 ນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ, ດໍາເນີນໄປດ້ວຍບັນຍາກາດມ່ວນຊື່ນ, ມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ປະຢັດ ແລະ ປະຕິບັດໃຫ້ໄດ້ 3 ຄາດໝາຍ ຄື:

1 ຜູ້ມີສິດປ່ອນບັດເລືອກ ຕື່ນຕົວສະໝັກໃຈ ໄປໃຊ້ສິດເລືອກຕັ້ງໃຫ້ໄດ້ຮ້ອຍສ່ວນຮ້ອຍ.

2 ຮັບປະກັນບໍ່ໃຫ້ມີບັດຕາຍຮ້ອຍສ່ວນຮ້ອຍ.

3 ແຕ່ລະໜ່ວຍປ່ອນບັດ ແລະ ເຂດເລືອກຕັ້ງຕ້ອງຮັບປະກັນໃຫ້ມີຄວາມສະຫງົບປອດໄພໃນວັນເລືອກຕັ້ງຮ້ອຍສ່ວນຮ້ອຍ.