ຮູ້ຈັກ! ສົມພອນ ຍິງປະຕູໄດ້ຫຼາຍສຸດອາທິດທໍາອິດໃນລາຍການຟຸດຊໍ ຣີໄວ ຄັບ ປະຫວັດບໍ່ທໍາມະດາ

229

ນັດທໍາອິດກໍລະເບີດຟອມໄດ້ຢ່າງໂດດເດັ່ນສໍາລັບ ສົມພອນ ສໍາເພົານົນ ອະດີດນັກກີລາຟຸດຊໍທີມຊາດລາວ ຫຼ້າສຸດຫຼິ້ນໃຫ້ກັບທີມຟຸດຊໍ ຮ້ານ ເບ ປີ້ງແບ້ ສະຫວັນ ມາລວຍ ລົງສະໜາມນັດຫຼ້າສຸດຍິງຄົນດຽວ 5 ປະຕູຊ່ວຍທີມຖະຫຼົ່ມ ທີມຮ້ານນ້ຳເຕົາຮູ້ ຕຸ້ຍ – ຈ່ອຍ ໄປແບບບໍ່ເຫັນຝຸ່ນ 18-2 ໃນການແຂ່ງຂັນຟຸດຊໍລາຍການ ຣີໄວ ຄັບ 2021 ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ ກາຍເປັນນັກເຕະທີ່ຍິງປະຕູໄດ້ສູງສຸດໃນອາທິດທໍາອິດ.

ກ່ອນໜ້ານີ້ ສົມພອນ ສໍາເພົານົນ ກໍກາຍເປັນນັກຟຸດຊໍຕົວຫຼັກຂອງທີມ ຮ້ານ ເບ ປີ້ງແບ້ ສະຫວັນ ມາລວຍ ໃນຊຸດຄວ້າແຊັມການແຂ່ງຂັນຟຸດຊໍທົ່ວນະຄອນຫຼວງ ຊີງຂັນພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ເມື່ອທ້າຍປີ 2020 ທີ່ຜ່ານມາ ສາມາດຍິງໄດ້ 5 ປະຕູ.

ຫຼ້າສຸດ ການແຂ່ງຂັນຟຸດຊໍ ຣີໄວ ຄັບ 2021 ອາທິດທໍາອິດເປີດສາກຂຶ້ນລະຫວ່າງວັນທີ 13-14 ກຸມພາ 2021 ແຂ່ງຂັນກັນ 6 ຄູ່ປາກົດວ່າ: ມີປະຕູເກີດຂຶ້ນເຖິງ 50 ໜ່ວຍ ໂດຍນັດທີ່ມີປະຕູຫຼາຍທີ່ສຸດເປັນນັດທີ່ ທີມຮ້ານນ້ຳເຕົາຮູ້ຕຸ້ຍ – ຈ່ອຍ ເສຍໃຫ້ກັບ ຮ້ານ ເບ ປີ້ງແບ້ ສະຫວັນ ມາລວຍ 2-18.

ສ່ວນນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດເປັນ ສົມພອນ ສໍາເພົານົນ ຈາກທີມຮ້ານ ເບ ປີ້ງແບ້ ສະຫວັນ ມາລວຍ ຍິງໄດ້ 5 ປະຕູ, ອັນດັບ 2 ເປັນຂອງ ສົມສະໜິດ ເຫງົ້າປະເສີດ ຈາກທີມນະຄອນຫຼວງ ຟຸດຊໍ ກັບ ຄໍາຜາ ພິພັກຄະລົງ ຈາກທີມຮ້ານ ເບ ປີ້ງແບ້ ສະຫວັນ ມາລວຍ ຍິງໄດ້ 4 ປະຕູເທົ່າກັນ.

ສົມພອນ ສໍາເພົານົນ ໃຫ້ສໍາພາດຫຼັງຈົບການແຂ່ງຂັນວ່າ: ການແຂ່ງຂັນຟຸດຊໍ ຣີໄວ ຄັບ 2021 ອຸປະສັກຂອງ ທີມ ຮ້ານ ເບ ປີ້ງແບ້ ສະຫວັນ ມາລວຍ ແມ່ນນັກເຕະແຕ່ຄົນລະແມ່ນບໍ່ຄ່ອຍມີເວລາຊ້ອມພ້ອມກັນ ແລະ ຄູ່ແຂ່ງໃນປີນີ້ແມ່ນມາດີຫຼາຍທີມ ລວມເຖິງມີທີມໃໝ່ ແລະ ນັກເຕະໃໝ່ທັກສະດີຫຼາຍຄົນ, ແຕ່ດ້ວຍຄວາມເຂົ້າໃຈກັນ, ຄວາມສາມັກຄີ ແລະ ຮ່ວມກັນສູ່ພວກເຮົາກໍສາມາດຊະນະໄດ້ໃນນັດທໍາອິດໄດ້ສໍາເລັດ ເຊິ່ງຕໍ່ຈາກນີ້ຈະນໍາເອົາຂໍບົກຜ່ອງໄປແກ້ໄຂໃຫ້ດີທີ່ສຸດ ເພື່ອນັດຕໍ່ໄປກໍຄືເປົ້າໝາຍເຂົ້າສູ່ຮອບ 4 ທີມສຸດທ້າຍໃຫ້ກັບ.

ເມື່ອຖາມເຖິງເສັ້ນທາງການເປັນນັກກີລາ ສົມພອນ ເລົ່າວ່າ: ຂ້ອຍເກີດວັນທີ 19 ກຸມພາ 1989 ເກີດທີ່ບ້ານ ທາດຫຼວງໃຕ້, ເມືອງໄຊເສດຖາ ນະຄອນຫຼວງ ປັດຈຸບັນເປັນພະນັກງານທີ່ ທະນາຄານ ນະໂຍບາຍ ສ່ວນປະຫວັດການເຄື່ອນໄຫວດ້ານກີລາບານເຕະ ແລະ ຟຸດຊໍມີດັ່ງນີ້:
-ປີ 1997 ໄດ້ຝືກຊ້ອມເຕະບານ ຢູ່ສະໂມສອນ ສນຍ ( ສຳນັກງານນາຍຍົກລັດທະມົນຕີ ) ຜູ້ຝືກສອນ ອາຈານ ໄຊຊະນະ ສະຫວັດດີ
-ປີ 1999 ໄດ້ຍ້າຍມາຢູ່ ສະໂມສອນ ຄຳໃສ ຈັນທະວົງ
-ປີ 2000 ໄດ້ເຂົ້າຮ່ວມການແຂ່ງຂັນລະດັບຊາດ ທີມຊາດ ຢູ 12 ຈັດຂື້ນທີ່ປະເທດຍີ່ປຸ່ນ ເມືອງ ໄຊຕະມະ ມີຢູ່ 35 ປະເທດ ສາມາດຍາດໄດ້ອັນດັບທີ 9

-ປີ 2003 ໄດ້ເຂົ້າຮ່ວມການແຂ່ງຂັນລະດັບຊາດ ທີມຊາດ ຢູ 14 ບຸນມະໂຫລານຂອງອາຊຽນ ຈັດຂື້ນທີ່ ສສ ຫວຽດນາມ ມີຢູ່ 8 ປະເທດ ສາມາດຍາດໄດ້ອັນດັບທີ 4
-ປີ 2007 ໄດ້ເຂົ້າການຝືກຊ້ອມຢູ່ ທີ່ ສະໂມສອນ ທະນາຄານ ແລະ ສືກສາຢູ່ ທີ່ ໂຮງຮຽນ ສະຖາບັນການທະນາຄານ
-ປີ 2010 ແມ່ນໄດ້ຫັນມາຫຼີ້ນກີລາບານເຕະ ຟຸດຊໍ ແລະ ຊີງຂັນພະແນກສືກສາ ແລະ ກີລາ ຢູ່ທີ່ເດີ່ນ ບືງຂະຍອງ ຫຼີ້ນໃຫ້ກັບສະໂມສອນ ພຽນຈະເລີນ ສາມາດຍາດໄດ້ທີ 3
-ປີ 2011 ໄດ້ເຂົ້າຮ່ວມການແຂ່ງຂັນລະດັບ ທີມຊາດ ຟຸດຊໍ ຊຸດໃຫຍ່ ຊີງແຊັມອາຊຽນ ຢູ່ທີ່ ປະເທດໄທ ສາມາດຍິງປະຕູໄດ້ 3 ໜ່ວຍ,ເກັບໄດ້ພຽງແຕ່ 4 ຄະແນນ ແຕ່ບໍ່ສາມາດພາທີມເຂົ້າຮອບຕໍ່ໄປໄດ້ຮ່ວມສາຍກັບ ປະເທດໄທ, ມຽນມາ, ມາເລຍເຊຍ ແລະ ຕິມໍ.
-ປີ 2012 ໄດ້ເຂົ້າຮ່ວມການແຂ່ງຂັນກີລາຊີເກມ ທີ່ມຽນມາ ສາມາດຍິງໄດ້ 1 ປະຕູ ແຕ່ບໍ່ສາມາດພາທີເຂົ້າຮອບຢູ່ໃນສາຍ A ປະກອບມີ ໄທ ແລະ ຫວຽດນາມ.

ສໍາລັບ ການແຂ່ງຂັນກີລາຟຸດຊໍ ລາຍການ ຣີໄວ ຄັບ 2021 ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ ອາທິດນີ້ແຂ່ງຂັນກັນເຖິງ 4 ມື້ລຽນຕິດແຕ່ວັນທີ 17-21 ກຸມພາ 2021 ທີ່ສະໜາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຜົນຈະລາຍງານໃຫ້ຊາບຕື່ມ.

ຂ່າວ: ຄໍາສອນ; ຮູບຈາກ: LAO Futsal League