ພາກລັດ ແລະ ພາກທຸລະກິດ ພາຍໃນແຂວງຄໍາມ່ວນລະດົມແນວຄວາມຄິດກ່ຽວກັບການພັດທະນາເສດຖະກິດ ຂອງແຂວງ

200

ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 17 ກຸມພາ 2021 ຢູ່ທີ່ຫ້ອງປະຊຸມສະໂມສອນໃຫຍ່ຂອງແຂວງພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ວັນໄຊ ພອງສະຫວັນເຈົ້າແຂວງໆຄໍາມ່ວນ ທັງເປັນປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ , ເຂົ້າຮ່ວມມີບັນດາທ່ານໃນການນໍາຂັ້ນແຂວງ , ການນໍາຂັ້ນເມືອງ , ບັນດານັກທຸລະກິດກໍ່ຄືຜູ້ປະກອບການໃນທົ່ວແຂວງພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ .


ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງກໍ່ໄດ້ລາຍງານສະພາບການພັດທະນາເສດຖະກິດ, ການສົ່ງເສີມດ້ານການຄ້າ ແລະ ການລົງທຶນພາກເອກະຊົນພາຍໃນ – ຕ່າງປະເທດຢູ່ແຂວງຄໍາມ່ວນ ຕໍ່ກອງປະຊຸມພົບປະລະຫວ່າງພາກລັດ ແລະ ທຸລະກິດ ເພື່ອປຶກສາຫາລື ແລະ ລະດົມແນວຄວາມຄິດໃນການພັດທະນາເສດຖະກິດແຂວງຄໍາມ່ວນ ເຊິ່ງໃນການຈັດກອງປະຊຸມຄັ້ງນີ້ແມ່ນເປັນຂີດໝາຍສໍາຄັນໃນການລິເລີ່ມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ X ຂອງອົງຄະນະພັກແຂວງຄໍາມ່ວນ ແລະ ແຜນພັດທະນາເສດຖະກິດ – ສັງຄົມ 05 ປີຄັ້ງທີ IX ( 2021 – 2025 ) ຂອງແຂວງເຊິ່ງບົດລາຍງານປະກອບມີ 02 ພາກຄື : ການຕີລາຄາສະພາບການພັດທະນາເສດຖະກິດ , ການສົ່ງເສີມດ້ານການຄ້າ ແລະ ການລົງທຶນໃນໄລຍະຜ່ານມາ ແລະ ທິດທາງການພັດທະນາເສດຖະກິດ , ການສົ່ງເສີມການຄ້າ ແລະ ການລົງທຶນໃນຊຸມປີຕໍ່ໜ້າ .

ຈາກນັ້ນທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນໃນນາມປະທານກອງປະຊຸມກໍ່ໄດ້ມີຄໍາເຫັນຊີ້ນໍາກອງປະຊຸມເພື່ອລະດົມແນວຄວາມຄິດຈາກຜູ້ເຂົ້າຮ່ວມເຊິ່ງບັນດາຜູ້ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນເຊັ່ນ : ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຂຶ້ນມີຄໍາເຫັນກ່ຽວກັບທິດທາງການພັດທະນາສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຕິດພັນກັບການພັດທະນາສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດຂອງແຂວງ , ສໍາລັບຕາງໜ້າພາກທຸລະກິດຂະແໜງ ກະສິກໍາ ແລະ ປ່າໄມ້ໂດຍແມ່ນທ່ານ ຈັນທະວົງ ໂອລິຍະວົງ ຜູ້ອໍານວຍການບໍລິສັດ ຈັນທະວົງສົ່ງເສີມການກະເສດຂາເຂົ້າ – ຂາອອກຈໍາກັດຜູ້ດຽວ ຂຶ້ນມີຄໍາເຫັນກ່ຽວກັບການຜະລິດເຂົ້າເປັນສິນຄ້າ

ຕາງໜ້າພາກທຸລະກິດຂະແໜງ ພະລັງງານ ແລະ ບໍ່ແຮ່ໂດຍແມ່ນທ່ານ ຄໍາເພັດ ໄຊຍະແສງ ຜູ້ຈັດການບໍລິສັດ ເອັມຊີເອັສ ມາຍນິ້ງອິນດັສຕຣີລາວ ຈໍາກັດແມ່ນຂຶ້ນປະກອບຄໍາເຫັນກ່ຽວກັບການພັດທະນາທຸລະກິດການປຸງແຕ່ງແຮ່ທາດ , ຕາງໜ້າພາກທຸລະກິດຂະແໜງບໍລິການ ແລະ ທ່ອງທ່ຽວໂດຍແມ່ນທ່ານ ອິນທີ ເດືອນສະຫວັນ ປະທານບໍລິສັດ ເດິຣ໋ອກພູຜາມ່ານ ຈໍາກັດຂຶ້ນສະເໜີກ່ຽວກັບການພັດທະນາການບໍລິການທ່ອງທ່ຽວ ແລະ ທ່ານ ພັນທະມິດ ອິນທິລາດ ປະທານຍໍລິສັດກຣິນເວີ ຈໍາກັດ ຂຶ້ນມີຄໍາເຫັນສະເໜີກ່ຽວກັບການລົງທຶນຂອງໂຄງການພັດທະນາຂຸນກອງແລງ , ການພັດທະນາແຫຼ່ງທ່ອງທ່ຽວ ແລະ ກະສິກໍາແບບອານຸລັກໂດຍການມີສ່ວນຮ່ວມຂອງປະຊາຊົນ   ແລະ ພາກສ່ວນຕ່າງໆອີກ