ລັດຖະບານ ຈະສູ້ຊົນຫຼຸດຜ່ອນຄວາມທຸກຍາກ ໃຫ້ຍັງເຫຼືອ 13,9% ຂອງປະຊາກອນທັງໝົດ

327

ລັດຖະບານຕັ້ງເປົ້າສູ້ຊົນຫຼຸດຜ່ອນຄວາມທຸກຍາກໃຫ້ຍັງເຫຼືອ 13,9% ຂອງປະຊາກອນທັງໝົດ ໃນປີ 2025 ດ້ວຍການສົ່ງເສີມການຜະລິດເປັນສິນຄ້າ, ການເຂົ້າເຖິງແຫຼ່ງທຶນ ແລະ ສົ່ງເສີມວິຊາຊີບ.

ອີງຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ປີ 2021 – 2025 ທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ຮູ້ວ່າ: ເປົ້າໝາຍທີ 3 ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ. ໃນນີ້, ແຜນວຽກຈຸດສຸມທີ 1 ແມ່ນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກທີ່ຍັງທຸກຍາກໄດ້ຮັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และแหล่งน้ำ

ຄາດໝາຍສຳຄັນແມ່ນອັດຕາຄວາມທຸກຍາກໃຫ້ຫຼຸດລົງ ຍັງເຫຼືອ 13,9% ຂອງປະຊາກອນທັງໝົດ, ອັດຕາຄົວເຮືອນທຸກຍາກໃຫ້ຫຼຸດລົງຍັງເຫຼືອ 9,5% ຂອງຄົວເຮືອນທັງໝົດ ( ຄາດຄະເນ ).

ສູ້ຊົນເຮັດໃຫ້ຄອບຄົວພົ້ນທຸກເພີ່ມຂຶ້ນ ຈາກ 971.900 ຄອບຄົວ ມາເປັນ 1.176.260 ຄອບຄົວ ( ເພີ່ມຂຶ້ນ 204.360 ຄອບຄົວ ).

ສູ້ຊົນເຮັດໃຫ້ບ້ານພົ້ນທຸກເພີ່ມຂຶ້ນ ຈາກ 4.899 ບ້ານ ມາເປັນ 8.003 ບ້ານ ( ເພີ່ມຂຶ້ນ 3.104 ບ້ານ ).

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ວຽກຈຸດສຸມແມ່ນສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເຂົ້າສູ່ລວງເລິກ ແລະ ທົ່ວເຖິງ ຕາມທິດສາມສ້າງ ແລະ ສ້າງຊົນນະບົດໃໝ່ໃຫ້ມີການພັດທະນາໃກ້ຄຽງ ຫຼື ເທົ່າທຽມກັບຕົວເມືອງ ໂດຍສຸມໃສ່ການສົ່ງເສີມການຜະລິດສິນຄ້າ, ການເຂົ້າເຖິງແຫຼ່ງທຶນ ແລະ ສົ່ງເສີມວິຊາຊີບ ແລະ ເຕັກນິກວິຊາການທີ່ກ້າວໜ້າ, ຄຽງຄູ່ກັບການຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນຢູ່ຈຸດສຸມຂອງລັດຖະບານ ແລະ ຈຸດສຸມຂອງທ້ອງຖິ່ນ, ປັບປຸງ ແລະ ສ້າງພື້ນຖານໂຄງລ່າງທີ່ຈໍາເປັນຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

อาจเป็นรูปภาพของ พื้นหญ้า

ສືບຕໍ່ຈັດຕັ້ງປະຕິບັດກອງທຶນຫຼຸດຜ່ອນຄວາມທຸກຍາກ, ທຶນພັດທະນາຊາຍແດນ ແລະ ກອງທຶນພັດທະນາບ້ານໃຫ້ມີປະສິດທິຜົນ, ສົ່ງເສີມ ແລະ ປຸກລະດົມການລົງທຶນຂອງພາກເອກະຊົນ ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຢ່າງເປັນເຈົ້າການ.