ສົມລາຄາ ທີມແຊັມຟຸດຊໍທົ່ວນະຄອນຫຼວງ ນັດທໍາອິດຖະຫຼົ່ມຄູ່ແຂ່ງ 18 -2 ປະຕູຂຶ້ນນໍາກຸ່ມ B ຟຸດຊໍຣີໄວ ຄັບ 2021

196

ທີມຟຸດຊໍ ປີ້ງແບ້ ສະຫວັນ ມາລວຍ ສ້າງຜົນງານໂດດເດັ່ນສົມກັບທີມແຊັມທົ່ວນະຄອນຫຼວງ 2020 ຫຼ້າສຸດລົງສະໜາມນັດທໍາອິດຂອງປີ 2021 ຖະຫຼົ່ມ ທີມຟຸດຊໍ ຮ້ານນໍ້າເຕົາຮູ້ ຕຸ້ຍ – ຈ່ອຍ 18-2 ໃນການແຂ່ງຂັນຟຸດຊໍ ຣີໄວ ຄັບ 2021 ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ ເມື່ອວັນທີ 14 ກຸມພາ 2021.

ການແຂ່ງຂັນຟຸດຊໍລາຍການ ຣີໄວ ຄັບ 2021 ( REVIVE FUTSAL CUP 2021 ) ເປີດສາກຢ່າງເປັນທາງການໃນວັນທີ 13 ກຸມພາ 2021 ທີ່ສະໜາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງອາທິດທໍາອິດມີການແຂ່ງຂັນ 6 ຄູ່ແບ່ງເປັນກຸ່ມ A ແລະ ກຸ່ມ B ກຸ່ມລະ 3 ຄູ່.

ຄູ່ທີ່ໜ້າສົນໃຈ ເປັນການພົບກັນລະຫວ່າງ ທີມຮ້ານນ້ຳເຕົ້າຮູ້ ຕຸ້ຍ – ຈ່ອຍ ລົງສະໜາມພົບກັບ ທີມຮ້ານ ເບ ປີ້ງແບ້ ສະຫວັນ ມາລວຍ ແຊັມຟຸດຊໍທົ່ວນະຄອນຫຼວງວຽງຈັນ 2020 ເຊິ່ງເປັນການແຂ່ງຂັນຄູ່ສຸດທ້າຍຂອງອາທິດທໍາອິດ ແລະ ກຸ່ມ B ໂດຍທີມຮ້ານນໍ້າເຕົາຮູ້ ຕຸ້ຍ – ຈ່ອຍ ນໍາທີມໂດຍ ໂຕນ້າ ບຸນມາໄລ ນັກເຕະປະສົບການສູງນໍາຮຸ່ນນ້ອງນັກເຕະໜ້າໃໝ່, ສ່ວນ ຮ້ານ ເບ ປີ້ງແບ້ ສະຫວັນ ມາລວຍ ນໍາໂດຍ ສຸລິຈັນ ພະສະແຫວງ ນັກເຕະຟຸດຊໍ ທີ່ມີຊື່ສຽງຂອງ ສປປ ລາວ ເຈົ້າຂອງດາວຍິງສູງສຸດ ລາວລີກ 2 ແລະ ຟຸດຊໍທົ່ວນະຄອນຫຼວງ ປະຈໍາປີ 2020 ສົມທົບກັບນັກເຕະທີ່ມີປະສົບການຫຼາຍຄົນ.

ຜ່ານການແຂ່ງຂັນປາກົດວ່າ: ທີມຮ້ານ ເບ ປີ້ງແບ້ ສະຫວັນ ມາລວຍ ຄຸມເກມໄດ້ທັງໝົດ ກ່ອນເອົາຊະນະໄປຂາດລອຍ 18-2 ເກັບ 3 ຄະແນນທໍາອິດ ພ້ອມຢຶດທີມນໍາກຸ່ມ B ເນື່ອງຈາກມີຜົນປະຕູໄດ້ເສຍດີກວ່າ ພ້ອມທັງເປັນທີມທີ່ຍິງປະຕູໄດ້ຫຼາຍທີ່ສຸດໃນອາທິດທໍາອິດຂອງການແຂ່ງຂັນລາຍການດັ່ງກ່າວອີກ.

ສະຫຼຸບຜົນການແຂ່ງຂັນອາທິດທໍາອິດຂອງຄູ່ອື່ນໆມີດັ່ງນີ້:
+ກຸ່ມ A ແຂ່ງຂັນໃນວັນເສົາ 13 ກຸມພາ 2021:
– ຄິງດອມ ຢູໄນເຕັດ ຊະນະ ເໜືອ – ໃຕ້ ເອັຟຊີ 6-0
– ນະຄອນຫຼວງ ຊະນະໂນອາ ຢູໄນເຕັດ 10-0
– ເອັສວີເອັສ ເອັຟຊີ ເສຍໃຫ້ ທະເວັນຕີຊິກ ຢູໄນເຕັດ 1-6

+ກຸ່ມ A ແຂ່ງຂັນວັນອາທິດ 14 ກຸມພາ 2021:
– ໄອສະປອດ ຊະນະ ອໍນິວ3-1
– ບໍລິສັດ ຈັນສີ ບໍລິການຂົນສົ່ງ ເສຍໃຫ້ ເຄພີທີ0-3
– ຮ້ານນ້ຳເຕົາຮູ້ຕຸ້ຍ – ຈ່ອຍ ເສຍໃຫ້ ຮ້ານ ເບ ປີ້ງແບ້ ສະຫວັນ ມາລວຍ 2-18

ຂອບໃຈຮູບຈາກ: LAO Futsal League