ແນະນຳວິທີປູກຜັກຊີໄດ້ຢ່າງງ່າຍດາຍຈາກຊາວສວນ

339

ອົດສົ້ມຈຶ່ງໄດ້ກິນຫວານ ອົດທົນທານວຽກງານຈຶ່ງແລ້ວ ຄຳສຸພາສິດນີ້ແມ່ນໃຊ້ກັນມາແຕ່ດົນນານ ເໝາະສຳລັບທຸກຄົນທີ່ມີຄວາມດຸໝັ່ນຂະຫຍັນພຽນໃນການອອກເຫື່ອເທແຮງ, ເພີ່ມພູນຜະລິດຜົນ ເພື່ອໃຫ້ໄດ້ຮັບໝາກຮັບຜົນໃນການເຮັດສິ່ງຕ່າງໆບໍ່ເວັ້ນແຕ່ການປູກພືດກະສິກຳ ການຮຽນຮູ້ເຕັກນິກວິທີໃນການບົວລະບັດເບິ່ງແຍງ, ຮັກສາ ເຮັດຢ່າງເປັນລະບົບກໍຈະໄດ້ຮັບຜົນຜະລິດທີ່ດີ ຄືດັ່ງແມ່ຟອງສະໝຸດ ສີສຸພັນ ເປັນຊາວສວນບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ໄດ້ເຜີຍວິທີປູກ, ບົວລະບັດເບິ່ງແຍງຜັກຊີໃຫ້ໄດ້ຮັບຜົນດີ.

ແມ່ຟອງສະໝຸດ ສີສຸພັນ ກ່າວວ່າ: ວິທີໃນການປູກຜັກຊີກ່ອນອື່ນໝົດເຮົາຕ້ອງໄຖດິນໃຫ້ມີຄວາມລະອຽດອ່ອນດີ ແລ້ວຫຼັງຈາກນັ້ນເຮົາກໍແປງດິນໃຫ້ເປັນໜານທີ່ມີລັກສະນະໜານຍາວແລ້ວເຮົາກໍເອົາຂີ້ແກບພວນດິນໃຫ້ດີ ປະດິນໄວ້ປະມານເຊົ້າໜຶ່ງຖ້າເຮົາເຮັດຕອນເຊົ້າ ຕອນແລງເຮົາກໍສາມາດຫວ່ານແກ່ນເມັດພັນພືດໄດ້ເລີຍ, ຫຼັງຈາກນັ້ນເອົາຂີ້ແກບປົກອີກຄັ້ງແລ້ວຫົດນ້ຳ.

อาจเป็นรูปภาพของ กลางแจ้ง

ໃນການຫົດນ້ຳແມ່ນຫົດຕອນເຊົ້າ – ແລງ ເພື່ອໃຫ້ເມັດພັນພືດມີຄວາມຊຸ່ມຊື່ນ, ຫຼີກເວັ້ນການຫົດນ້ຳຍາມສວາຍ ເພາະຈະເຮັດໃຫ້ເມັດພັນພືດກະທົບກັບຄວາມຮ້ອນ. ຫຼັງຈາກເຮົາຫວ່ານແກ່ນເມັດຜັກຊີໄປໄດ້ໃນໄລຍະໜຶ່ງອາທິດແລ້ວ ເຮົາກໍຈະສັງເກດເບິ່ງວ່າຜັກຊີເຮົາຈະເລີ່ມເກີດ ແລະ ປົ່ງອອກມາ, ຜ່ານໄປສອງອາທິດ ເຮົາກໍສາມາດນຳເອົາຝຸ່ນຂີ້ງົວ ແລະ ຂີ້ຄວາຍໃສ່ໜານຜັກຊີ ຫຼື ນຳເອົາປຸ໋ຍຊີວະພາບຫວ່ານໃສ່ໜານຜັກ.

อาจเป็นรูปภาพของ ข้อความ

ແມ່ຟອງສະໝຸດ ສີສຸພັນ ຍັງກ່າວອີກວ່າ: ໃນການບົວລະບັດພືດ ຖ້າຕົ້ນຜັກຊີເຮົາໃຫຍ່ຂຶ້ນໃຫ້ຫວ່ານປຸ໋ຍຊີວະພາບ ແລະ ສີດປຸ໋ຍຊີວະພາບ ເພື່ອໃຫ້ຕົ້ນຜັກແຂງແຮງ, ໃນໄລຍະຍາມໜາວຜັກຊີສາມາດປູກໄດ້ງ່າຍ ໂດຍປາສະຈາກສັດຕູພືດທີ່ມາກັດຕົ້ນພືດ, ຖ້າເຮົາປູກຜັກຊີໃນຍາມຮ້ອນແມ່ນມີຄວາມຈຳເປັນຕ້ອງໄດ້ໃຊ້ເຄມີເພື່ອປ້ອງກັນແມງໄມ້ຕ່າງໆ, ຖ້າເຮົາບົວລະບັດພືດແບບນີ້ເປັນປະຈຳໂດຍຫວ່ານປຸ໋ຍຊີວະພາບສາມເທື່ອຜັກຈະຂຽວງາມດີ ໃນເດືອນໜຶ່ງເຮົາກໍສາມາດເກັບຜັກຊີໄປຂາຍເຂົ້າຕະຫຼາດໄດ້ແລ້ວ ງ່າຍໆແມ່ນບໍລະ! ຮູ້ແລ້ວຢ່າລືມນຳໄປໝູນໃຊ້ຕາມນີ້ເດີ ສຳລັບຜູ້ທີ່ກຳລັງຄົ້ນຫາເຕັກນິກປູກຜັກຢູ່.