ແນະນຳ 4 ວິທີເຮັດທຸລະກິດແບບບໍ່ຈຳເປັນຕ້ອງມີທຶນ

362

ມັນຊິເປັນໄປໄດ້ຫວາບໍ່ມີທຶນແລ້ວຈະເລີ່ມຕົ້ນທຸລະກິດໄດ້? ນີ້ເປັນຄຳຖາມທີ່ມີໃນຫົວທຸກຄົນ ແຕ່ຄວາມຈີງແລ້ວຍ່ອມເປັນໄປໄດ້ສຳລັບຍຸກດີຈີຕອນທີ່ທຸກຢ່າງເບິ່ງຜ່ານອອນລາຍ, ແມ່ນແລ້ວບໍມີເງິນເປັນກ້ອນກໍ່ເລີ່ມຕົ້ນທຸລະກິດໄດ້ຂໍພຽງໃຈເອົາພ້ອມສູ້ ແລະດຸໝັ່ນ, ມີຄວາມພະຍາຍາມ, ທຸ່ມເທ ແລະຊອກຫາໂອກາດຢູ່ສະເໝີ ມື້ນີ້ແອັດມິນຈະນຳສະເໝີ 4 ວິທີຂາຍເຄື່ອງແບບບໍ່ມີທຶນ ທ່ານກໍ່ເຮັດໄດ້ ດັ່ງລຸ່ມນີ້


1.ຮັບອໍເດີ: ການອໍເດີສິນຄ້າ ເປັນອີກໜຶ່ງອາຊີບທີ່ນິຍົມເຮັດກັນຫຼາຍ ເພາະນອກຈາກທ່ານແທບບໍ່ຕ້ອງໃຊ້ເງິນລົງທຶນໃນການສະຕ໊ອກສິນຄ້າແລ້ວ ຍັງເປັນບໍລິການທີ່ມີຄວາມຕ້ອງການເພີ່ມຫຼາຍຂຶ້ນເຊັ່ນກັນ ໂດຍສິນຄ້າທີ່ນິຍົມນຳມາສັ່ງອໍເດີ ໄດ້ແກ່: ສິນຄ້ານຳເຂົ້າຈາກຕ່າງປະເທດ, ສິນຄ້າໂຮງງານ, ສິນຄ້າຂາຍສົ່ງ ເຮັດໃຫ້ເກີດເປັນທຸລະກິດເຊັ່ນ: ຮັບຈອງ, ຮັບຫິ້ວສິນຄ້າ ເປັນຕົ້ນ ແລະ ຖ້າຫາກທ່ານມີຄວາມເຂົ້າໃຈໃນຄວາມຕ້ອງການຂອງລູກຄ້າຫຼາຍເທົ່າໃດ ຍິ່ງໄດ້ປຽບ ເພາະຮູ້ວ່າສິນຄ້າຊະນິດໃດກຳລັງເປັນທີ່ຕ້ອງການຂອງລູກຄ້າຫຼາຍທີ່ສຸດ ທ່ານກໍ່ສາມາດເປິດອໍເດີສິນຄ້ານັ້ນໄດ້ ຊຶ່ງຜູ້ຊື້ກໍ່ຈະຕ້ອງໂອນເງິນມາໃຫ້ທ່ານກ່ອນສັ່ງອໍເດີສິນຄ້ານັ້ນເອງ ເຫັນບໍ່ເຖິງແມ່ນຈະບໍ່ມີເງິນທຶນ ກໍ່ສາມາດຂາຍສິນຄ້າທີ່ກຳລັງເປັນທີ່ນິຍົມໄດ້ ສິ່ງສຳຄັນຄື ທ່ານຕ້ອງສ້າງຄວາມໜ້າເຊື່ອຖືໃຫ້ກັບບໍລິການຂອງທ່ານໃຫ້ໄດ້ເຊັ່ນ: ລູກຄ້າສັ່ງສິນຄ້າ ກໍ່ຄວນຈະໄດ້ສິນຄ້າຖືກຕ້ອງ ກົງເວລາຕາມການຕົກລົງ ຫຼື ຫາກມີກໍລະນີການສັ່ງອໍເດີຜິດ ກໍ່ຄວນຮັບຜິດຊອບ ແລະ ມີເຫດຜົນທີ່ດີໃຫ້ກັບລູກຄ້າ ແລະ ຕ້ອງໂອນເງິນຄືນໃຫ້ແກ່ລູກຄ້າໃນກໍລະນີນີບໍ່ສາມາດຫາສິນຄ້າຕາມຕົກລົງກັນໄວ້.


2. Dropship ຄືການນຳເອົາສິນຄ້າຂອງຄົນອື່ນມາຂາຍ: ວິທີນີ້ທ່ານສາມາດເປິດຮ້ານຂາຍສິນຄ້າອອນລາຍໄດ້ໂດຍບໍ່ຕ້ອງລົງທຶນສະຕ໊ອກເຄື່ອງ ເຮັດໜ້າທີ່ໃນການຂາຍພຽງຢ່າງດຽວ ກໍ່ສາມາດເລີ່ມຕົ້ນທຸລະກິດໄດ້, ທຸລະກິດ Drop shipping ຊຶ່ງເປັນລະບົບການຈັດຊື້ສິນຄ້າໂດຍມີຜູ້ຊື້, ຜູ້ຂາຍ ແລະ ມີໂຮງງານ ຫຼື ຜູ້ສະໜອງສິນຄ້າ ທີ່ຈະເປັນຕົວກາງຄ່ອຍສະໜັບສະໜູນກ່ຽວກັບສິນຄ້າຕ່າງໆເຊັ່ນ: ຮູບພາບ, ລາຍລະອຽດສິນຄ້າ ຊຶ່ງຜູ້ຂາຍມັກຈະໄດ້ລາຄາພິເສດທີ່ສາມາດນຳໄປຂາຍໄດ້ກຳໄລຕໍ່ທັນທີ ເມື່ອຜູ້ຂາຍ ຂາຍສິນຄ້າໄດ້ ກໍ່ຈະແຈ້ງອໍເດີໄປຍັງໂຮງງານ ຫຼື ຜູ້ທີ່ມີສະຕ໊ອກສິນຄ້າ ເພື່ອໃຫ້ເຮັດການຈັດສົ່ງສິນຄ້າໄປຫາຜູ້ຊື້ໂດຍກົງ.


3.ເປັນຕົວແທນຂາຍສິນຄ້າອອນລາຍ: ເປັນວິທີຄ້າຍກັບຄື Dropship ຄືເປັນຕົວກາງໃນການຂາຍສິນຄ້າ ໂດຍທີ່ບໍ່ຕ້ອງກັງວົນເລື່ອງເງິນໃນການລົງທຶນ ໜ້າທີ່ຂອງທ່ານຄື ການຮັບອໍເດີ ແລະ ລວບລວມອໍເດີ ແລະ ແຈ້ງໄປຍັງເຈົ້າຂອງສິນຄ້າທີ່ທ່ານເປັນຕົວແທນ ເພື່ອໃຫ້ຜູ້ສະຕ໊ອກເຄື່ອງເປັນຄົນຈັດສົ່ງເຄື່ອງໄປໃຫ້ລູກຄ້າໂດຍກົງ ປັດຈຸບັນຈະເຫັນທຸລະກິດຮູບແບບນີ້ໃນຫຼາຍໆຜະລິດຕະພັນທີ່ມີການຂາຍອອນລາຍເຊັ່ນ: ເສື້ອຜ້າແຟຊັ່ນ, ຜະລິດຕະພັນອາຫານເສີມ ຫຼື ເຄື່ອງສຳອາງ.


4. ເປັນຕົວແທນຂາຍ: ຫາກວ່າທ່ານມີພອນສະຫວັນ ທາງດ້ານການຂາຍແຕ່ບໍ່ມີທຶນເລີ່ມຕົ້ນທຸລະກິດ ການເລີ່ມຕົ້ນຈາກການເປັນນັກຂາຍກົງກັບທຸລະກິດຂາຍກົງ ກໍ່ເປັນອີກເສັ້ນທາງໜຶ່ງທີ່ໜ້າສົນໃຈ ສິ່ງສຳຄັນກໍ່ຄືທ່ານຄວນເລືອກເລີ່ມຕົ້ນການຂາຍກັບບໍລິສັດຂາຍກົງທີ່ມີຄວາມໜ້າເຊື່ອຖື ມີນະໂຍບາຍການຊ່ວຍເຫຼືອ ແລະ ຊຸກຍູ້ທ່ານໃຫ້ສາມາດເຕີບໂຕໄປໃນທຸລະກິດນີ້ໄດ້ຢ່າງໝັ່ນຄົງ.