ອິອອນ ສົ່ງເສີມການໃຊ້ບັດສະມາຊິກ ເພື່ອໃຫ້ລູກຄ້າປະຢັດລາຍຈ່າຍ

201

ໃນປີ 2020 ທີ່ຜ່ານມາ ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈໍາກັດ ໄດ້ມີການ ສົ່ງເສີມໃຫ້ລູກຄ້ານໍາໃຊ້ບັດສະມາຊິກອິອອນເພື່ອເປັນສ່ວນຫຼຸດໃນການຊົມໃຊ້ສິນຄ້າ ແລະ ບໍລິການອື່ນໆ ເຊິ່ງມີຜົນຕອບຮັບທີ່ດີ. ໃນປີ 2021 ນີ້ທາງອິອອນຍັງສືບຕໍ່ການສົ່ງເສີມການໃຊ້ ບັດສະມາຊິກເພື່ອໃຫ້ລູກຄ້າປະຢັດຄ່າໃຊ້ຈ່າຍຢ່າງຕໍ່ເນື່ອງ ແລະ ດ້ວຍຜົນກະທົບຂອງໂຄວິດ-19 ທາງອິອອນໄດ້ເບິ່ງເຫັນຜົນກະທົບທີ່ເກີດຂຶ້ນຈຶ່ງເຫັນວ່າ ການມີບັດສ່ວນຫຼຸດຈະສາມາດປະຢັດລາຍ ຈ່າຍບາງສ່ວນໄດ້.


ທ່ານນາງ ສຸພັດຕຣາ ຣັກຂຸມແກ້ວ ກໍາມະການບໍລິຫານ ສົ່ງເສີມທຸລະກິດ ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈໍາກັດ ກ່າວວ່າ: ທາງເຮົາແນເຫັນຄວາມສໍາຄັນຂອງລູກຄ້າທຸກໆທ່ານທີ່ ໃຊ້ບໍລິການນໍາພວກເຮົາ ເຊິ່ງເຮົາມີການສົ່ງເສີມໃຫ້ລູກຄ້າຫັນມານໍາໃຊ້ບັດໃຫ້ເປັນປະໂຫຍດ ພຽງແຕ່ ລູກຄ້າສະແດງບັດສະມາຊິກອິອອນໃຫ້ກັບທາງຮ້ານຄ້າພັນທະມິດ ໂດຍບໍ່ຕ້ອງອາຍທີ່ຈະໃຊ້ ກໍສາມາດ ເຮັດໃຫ້ລູກຄ້າປະຢັດຄ່າໃຊ້ຈ່າຍ ແລະ ມີເງິນເກັບໃນອະນາຄົດ, ບັດສະມາຊິກອິອອນເປັນຫຼາຍກວ່າບັດ ໃຊ້ຮັບເງື່ອນໄຂພິເສດເມື່ອຜ່ອນສິນຄ້າ ແຕ່ຍັງສາມາດນໍາໃຊ້ເພື່ອຮັບສ່ວນຫຼຸດໃນຫຼາຍໆບໍລິການເຊັ່ນ: ຮ້ານເສື້ອຜ້າ, ຮ້ານອາຫານ ຫຼື ຄາເຟ່, ຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານເສີມຄວາມງາມ ແລະ ອື່ນໆ.


ພ້ອມດຽວກັນນີ້ທິດທາງການດໍາເນີນທຸລະກິດອີອອນໃນປີ 2021 ຍັງມີແຜນການຂະຫຍາຍ ຮ້ານຄ້າທີ່ຮ່ວມລາຍການເພື່ອເຮັດໃຫ້ລູກຄ້າສາມາດໃຊ້ສ່ວນຫຼຸດສິນຄ້າ ແລະ ບໍລິການອື່ນໆ ເພື່ອຕອບ ສະຫນອງຄວາມຕ້ອງການຂອງລູກຄ້າ, ນອກຈາກນີ້ທາງອິອອນຍັງຂະຫຍາຍການບໍລິການຜ່ອນສິນຄ້າທີ່ຫຼາກຫຼາຍຂຶ້ນອີກເຊັ່ນ: ລົດໃຫຍ່, ລົດຈັກ, ຄໍາ, ໂທລະສັບ, ເຄື່ອງໃຊ້ໄຟຟ້າ, ເຟີນິເຈີ, ສິນຄ້າ ແບຣເນມ, ເຄື່ອງຈັກ, ອຸປະກອນກິລາ ແລະ ອື່ນໆ.


ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈໍາກັດ (Aeon Leasing Service (Lao) Company Limited ) ໄດ້ຮັບອະນຸຍາດຈົດທະບຽນໃນປະເທດລາວ ແລະ ເລີ່ມດໍາເນີນທຸລະກິດຕັ້ງ ແຕ່ວັນທີ 18 ຕຸລາ 2013 ລົງທຶນໂດຍ ບໍລິສັດ ອິອອນ ທະນະສິນຊັບ (ປະເທດໄທ) ຈໍາກັດ (ມະຫາຊົນ) ແລະ ກຸ່ມບໍລິສັດໃນເຄືອອິອອນ.


ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈໍາກັດ ດໍາເນີນທຸລະກິດ ໂດຍການໃຫ້ບໍລິການ ທາງການ ເງິນສິນເຊື່ອລາຍຍ່ອຍແກ່ລູກຄ້າ ປະຊາຊົນຜູ້ທີ່ຕ້ອງການໃຊ້ບໍລິການສິນເຊື່ອໃນການຜ່ອນສິນຄ້າ ຈາກ ກຸມຮ້ານຄ້າຕົວແທນຫຼາຍປະເພດເຊັ່ນ: ກຸ່ມສິນຄ້າ ເຄື່ອງໃຊ້ໄຟຟ້າ, ຄອມພິວເຕີ, ໂນ້ດບຸກ, ໂທລະສັບ ມືຖື, ເຄື່ອງໃຊ້ສໍານັກງານ, ເຟີນິເຈີ, ລົດຖີບ, ລົດຈັກ, ລົດໃຫຍ່ ແລະ ຄໍາ. ລວມເຖິງບໍລິການສິນເຊື່ອ ສິນຄ້າປະເພດໃໝ່ທີ່ຈະຂະຫຍາຍເພີ່ມໃນອະນາຄົດ ປະຈຸບັນພວກເຮົາມີຮ້ານຄ້າ ແລະ ຄູ່ຮ່ວມທາງທຸລະກິດຫຼາຍກວ່າ 300 ຮ້ານຄ້າ ແລະ ຈໍານວນລູກຄ້າແມ່ນນັບມື້ນັບເພີ່ມຂຶ້ນເລື້ອຍໆ.

ອີອອນລາວໃຫ້ບໍລິການສິນເຊື່ອ ໃນພື້ນທີ່ເຂດນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ພື້ນທີ່ເຂດປາກເຊ ແລະ ຍັງມີແຜນຂະຫຍາຍ ຢ່າງຕໍ່ເນື່ອງໃນອະນາຄົດອັນໃກ້ນີ້.