ຜູ້ຮັບສະໝັກເປັນສະມາຊີກສະພາແຫ່ງ ຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະ ເໜີຕົວ ແລະ ໂຄສະນາຫາສຽງຢູ່ເມືອງໃໝ່

181

ວັນທີ 12 ກຸມພາ 2021 ຂະບວນການລົງຫາສຽງຂອງບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງຢູ່ 2 ຈຸດຂອງເມືອງໃໝ່ຄື: ເທດສະບານຂອງເມືອງໃໝ່ ແລະ ຈຸດກຸ່ມບ້ານສົບຮຸນ ເຊິ່ງນຳພາໂດຍ ທ່ານ ຈັນເປົາ ສຸລາວົງ ສະມາຊີກສະພາແຫ່ງຊາດຊຸດທີ 8 ທັງເປັນຄະນະອານຸກໍາມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍບັນດາທ່ານຜູ້ສະໝັກ ສສຊ ຈຳນວນທັງໝົດ 9 ທ່ານ, ຍິງ 3 ທ່ານ, ໂດຍການຕ້ອນຮັບຂອງທ່ານ ສົມຈີດ ສິດທິວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆໃໝ່ ພ້ອມດ້ວຍຄະນະການນຳຂັ້ນເມືອງ, ພະນັກງານ – ລັດຖະກອນ, ທະຫານ – ຕໍ່າຫຼວດ, ອຳນາດການປົກຄອງບ້ານ, ຕະຫຼອດຮອດປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງເຂົ້າຮ່ວມຮັບຟັງຢ່າງຫຼວງຫຼາຍ.


ທ່ານ ຈັນເປົາ ສຸລາວົງ ສະມາຊີກສະພາແຫ່ງຊາດຊຸດທີ 8 ທັງເປັນຄະນະອານຸກໍາມະການເລືອກຕັ້ງຂັ້ນແຂວງ ຜູ້ນຳພາຂະບວນການລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງຜູ້ຮັບສະໝັກເປັນສະມາຊີກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໄດ້ຂື້ນສະເໜີຈຸດປະສົງໃນການລົງໂຄສນາຫາສຽງຄັ້ງນີ້, ເພຶ່ອເປັນການສືບຕໍ່ປະຕິບັດພາລະບົດບາດສິດ ແລະ ໜ້າທິ່ຂອງສະພາແຫ່ງຊາດ ໃຫ້ມີລັກສະນະຕໍ່ເນື່ອງ ເພຶ່ອປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຂອງພັກຢູ່ໃນໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນເຂັ້ມແຂງຂຶ້ນເລື້ອຍໆ, ການລົງມາໂຄສະນາຫາສຽງຂອງຜູ້ແທນຮັບສະໝັກຮັບເລຶອກຕັ້ງເປັນ ສສຊ ຊຸດທີ IX ຄັ້ງນິ້ ແມ່ນເປັນເຫດການ-ການເມືອງ, ເຫດການປະຫວັດສາດທິ່ສຳຄັນທິ່ສຸດຂອງລະບອບປະຊາທິປະໄຕ ເພຶ່ອໃຫ້ປະຊາຊົນໄດ້ມີໂອກາດໃຊ້ສິດເລຶອກເອົາຜູ້ແທນຂອງຕົນໄປດຳລົງຕຳແໜ່ງຢູ່ໃນສະພາ ເປັນອົງການຕົວແທນແຫ່ງສິດແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ ເລຶອກເອົາຜູ້ທິ່ມີຄວາມຮູ້ຄວາມສາມາດມີມາດຖານເງຶ່ອນໄຂຄົບຖ້ວນຢ່າງແທ້ຈິງ.


ຈາກນັ້ນ, ບັນດາທ່ານຜູ້ສະໝັກ ສສຊ ຈຳນວນທັງໝົດ 9 ທ່ານ ນັບຕັ້ງແຕ່ນໍ້າເບີ 1 ຈົນເຖີງນໍ້າເບີ 9 ກໍໄດ້ສະເໜີປະຫວັດໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວ ແລະ ໜ້າທີ່ຄວາມຮັບຜິດຊອບ ໃນແຕ່ລະໄລຍະ ແລະ ຄວາມມຸ້ງຫວັງ, ແນວຄວາມຄິດຂອງຕົນເອງ ທີ່ຈະນຳພາສ້າງສາພັດທະນາແຂວງຜົ້ງສາລີ ໃນຕໍ່ໜ້າໃຫ້ມີຄວາມຈະເລີນ ຮຸ່ງເຮືອງສີວິໄລ. ທັງນີ້ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ນຳໄປພິຈາລະນາສຸມຈິດສຸມໃຈ ໃຊ້ສິດຂອງຕົນປ່ອນບັດ ຄັດເລືອກເອົາບຸກຄົນຜູ້ທີ່ມີມາດຖານ ແລະ ເງື່ອນໄຂກວ່າໝູ່ ແລະ ສາມາດເປັນຕົວແທນຂອງປະຊາຊົນບັນດາເຜົ່າ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ພ້ອມກັນນັ້ນຜູ້ຮັບສະໝັກເປັນສະມາຊີກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີຍັງໄດ້ໃຫ້ຄຳໜັ້ນສັນຍາວ່າຖ້າຫາກໄດ້ເລືອກເຂົ້າເປັນສະມາຊີກສະພາແຫ່ງຊາດທີ່ 9 ແມ່ນ ພ້ອມແລ້ວທີ່ຈະປະຕິບັດຕາມສິດ ແລະ ໜ້າທີ່ ພາລະບົນບາດຂອງຕົນເອງໃນຖານະເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ ແລະ ຈະນຳເອົາບັນດາບັນຫາຕ່າງໆຂອງປະຊາຊົນຢູ່ທ້ອງຖີ່ນສະເໜີຕໍ່ກອງປະຊຸມສະພາແຫ່ງຊາດແຕ່ລະສະໄໜ, ພ້ອມນັ້ນກໍ່ຍັງຈະໄດ້ສະເໜີ ແລະ ປັບປຸງແກ້ໄຂບັນດານິຕິກຳ, ກົດໝາຍຕ່າງໆ, ພິຈາລະນາຕົກລົງບັນຫາຕ່າງໆຂອງຊາດ, ຂອງທ້ອງຖີ່ນ.


ສຳລັບເມືອງໃໝ່ມີຈຸດປ່ອນບັດເລືອກຕັ້ງສະມາຊີກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນແຂວງຊຸດທີ 2 ລວມມີ 39 ຈຸດ, ຜູ້ມີສິດປ່ອນບັດທັງໝົດ 14.531 ຄົນ, ຍີງ 7.235 ຄົນ.


ການລົງສະເໜີຕົວ ແລະ ໂຄສະນາຫາສຽງຮັບສະໝັກເປັນສະມາຊີກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີແມ່ນຈະໄດ້ລົງຢູ່ 7 ເມືອງທົ່ວແຂວງດຳເນີນໄປຮອດວັນທີ 19 ກຸມພາ 2021 ຈື່ງຈະສຳເລັດ.

ພາບ – ຂ່າວ: ແສງຄຳ ສາລີວັນ