ເປີດການທ່ອງທ່ຽວທຳມະຊາດແບບອະນຸລັກປະຊາຊົນມີສ່ວນຮ່ວມ ເຂດອະນຸລັກປ່າໂຄກໂອ່ງ-ມັ່ງ

654

ວັນທີ 11 ກຸມພານີ້ ຢູ່ທີ່ເມືອງຊົນນະບູລີແຂວງສະຫວັນນະເຂດ ໄດ້ຈັດພິທີເປີດການທ່ອງທ່ຽວທຳມະຊາດແບບອະນຸລັກປະຊາຊົົນມີສ່ວນຮ່ວມ ເຂດອະນຸລັກປ່າໂຄກໂອ່ງ-ມັ່ງແຫ່ງຊາດບ້ານສະໜາມໄຊ ແລະ ບ້ານໜອງສອງຫ້ອງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໂດຍການເຂົ້າ ຮ່ວມຂອງ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງ ສະຫວັນນະເຂດ,ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ-ປ່າໄມ້, ມີຮອງຫົວໜ້າອົງການສະຫະປະຊາຊາດ ເພື່ອພັດທະນາປະຈຳ ສປປ ລາວ,ມີບັດດາ ທ່ານ ຫົວໜ້າຫ້ອງການກະຊວງ, ຫົວໜ້າ ຮອງຫົວໜ້າກົມ ຫົວໜ້າ-ຮອງຫົວໜ້າພະແນກ ຖວທ ແຂວງ , ທ່ານເຈົ້າເມືອງຊົນນະບູລີ ຫົວໜ້າພະແນກການກ່ຽວຂ້ອງພ້ອມດ້ວຍປະຊາຊົນທັງ 2 ບ້ານເຂົ້າຮ່ວມ.


ໃນພິທີ ທ່ານຮອງຫົວໜ້າພະແນກ ຖວທ ແຂວງໄດ້ລາຍງານການຈັດຕັ້ງປະຕິບັດໂຄງການຄຸ້ມຄອງທີ່ດີ ແລະ ປ່າໄມ້ແບບຍືນຍົງຢູ່ໃນລະບົບນິເວດປ່າໂຄກພາກໃຕ້ ສປປ ລາວ ເປັນໂຄງການທີ່ໄດ້ຮັບການສະໜັບສະໜູນ ແລະ ຮ່ວມມືໂດຍແມ່ນກະຊວງກະສິກຳ ແລະ ປ່າໄມ້ ໃນນາມຕ່າງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປ ລາວ ແລະ ກອງທຶນປົກປັກຮັກສາສິ່ງແວດລ້ອມໂລກໂຄງການດັ່ງກ່າວເລີ່ມຈັັດຕັ້ງປະຕິບັດ ມາແຕ່ປີ 2017 ໂດຍກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ເປັນກະຊວງຫລັກໃນການຈັດຕັ້ງປະຕິບັດເຊິ່ງໂຄງການປະກອບມີ 3 ອົງປະກອບ ແລະ 4 ຫນ້າວຽກຫລັກຄື ວຽກງານອະນຸລັກ ແລະ ຟື້ນຟູ,ວຽກງານຄຸ້ມຄອງ ແລະ ວາງແຜນນຳໃຊ້ທີ່ດິນ ວຽກງານທ່ອງທ່ຽວແບບອະນຸລັກ ແລະ ວຽກງານປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດອະນຸລັກປ່າໂຄກໂອ່ງ-ມັ່ງ.

ເຂດອະນຸລັກປ່າໂຄກໂອ່ງ-ມັ່ງ ມີເນື້ອທີ່ທັງໝົດ 93 ພັນເຮັກຕາ ແລະ ຕໍ່ມາໄດ້ຖືກຍົກລະດັບເປັນປ່າໂຄກໂອ່ງ-ມັ່ງ ແຫ່ງ ຊາດ 2020 ເຊິ່ງມີເນື້ອທີ່ທັງໝົດ 130.745 ກວມເອົາ 5 ຕົວເມືອງຄື: ຊົນນະບູລີ,ສອງຄອນ,ທ່າປາງທອງ,ພີນ ແລະ ເມືອງພະລານໄຊ ເປັນຖິ່ນຢູ່ອາໃສຂອງສັດທີ່ໃກ້ຈະສູນພັນໃນລະດັບໂລກທີ່ມີຊື່ວ່າໂອ່ງ-ມັ່ງປະມານ 170 ກວ່າໂຕ ນອກນັ້ນຍັງມີສັດ ແລະ ພືດພັນອື່ນໆ 647 ກວ່າຊະນິດ ເຊິ່ງເໝາະແກ່ການພັດທະນາທີ່ຕິດພັນກັບການອະນຸລັກ.

ມາຮອດປັດຈຸບັນການຈັດຕັ້ງປະຕິບັດວຽກງານການພັດທະນາການທ່ອງທ່ຽວສະເພາະເຂດອະນຸລັກປ່າໂຄກໂອ່ງ-ມັ່ງ ແຫ່ງຊາດໄດ້ມີຜົນສຳເລັດໄດ້ຫລາຍໆດ້ານພໍສົມຄວນ ແລະ ບໍລິການນັກທ່ອງທ່ຽວທີ່ມີຄວາມສົນໃຈທັງພາຍໃນ ແລະຕ່າງປະເທດບໍ່ວ່າຈະເປັນສິ່ງຮອງຮັບພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ເຊັ່ນ: ທີ່ພັກ 1 ຫລັງມີ 5 ຫ້ອງສາມາດຮັບແຂກໄດ້ 20 ຄົນຕໍ່ຄືນພ້ອມຫ້ອງນ້ຳ,ຫ້ອງອາຫານຮັບແຂກໄດ້ 30 ຄົນຕໍ່ຄັ້ງ, ຈຸດຕັ້ງແຄ້ມ 2 ຈຸດທີ່ສາມາດຮັບນັກທ່ອງທ່ຽວໄດ້ 30 ຄົນຕໍ່ຈຸດ , ຈຸດຫໍຄອຍຊົມວິວເບິ່ງໂອ່ງ-ມັ່ງ 1 ຈຸດ.

ພ້ອມນີ້ຍັງມີລົດຖີບ ກ້ອງຊ່ອງ ແລະ ເຄື່ອງມືສື່ສານຈຳນວນໜື່ງໄວ້ບໍລິການ ມີໜ່ວຍງານບໍລິການ ແລະ ກຸ່ມບໍລິການນັກທ່ອງທ່ຽວທັງໝົດ 3 ຈຸດຄື : ໜ່ວຍງານບໍລິການນັກທ່ອງທ່ຽວຢູ່ສູນອະນຸລັກປ່າໂຄກ ເຊິ່ງເປັນຈຸດບໍລິຫານ ແລະ ບໍລິການທ່ອງທ່ຽວຕາມລານຍການກຸ່ມບໍລິການນັກທ່ອງທ່ຽວບ້ານ ສະໜາມໄຊ ແລະ ບ້ານ ສອງຫ້ອງ ຈຳນວນ 6 ກຸ່ມໃນແຕ່ລະບ້ານ ,ເຊິ່ງກຸ່ມເລົ່ານີ້ ໄດ້ຮັບການຝືກອົບຮົມດ້ານການບໍລິການສະເພາະດ້ານ , ລາຍການທ່ອງທ່ຽວມີຂີ່ລົດເບີ່ງໂອ່ງ – ມັ່ງ ຕອນເຊົ້າ -ຕອນແລງ ແລະ ຕອນກາງຄືນ , ລາຍການທ່ອງທ່ຽວຢ່າງເບິ່ງໂອ່ງ – ມັ່ງ ຕອນເຊົ້າ-ຕອນແລງ ແລະ ຕອນກາງຄືນ , ລາຍການຂີ່ລົດຖີບເຄິ່ງວັນ ແລະ 1 ວັນ ,ລາຍການຍ່າງປ່າ ແລະ ຂີ່ລົດຖີບ 2 ວັນ 1 ຄືນ ບ້ານສະໜາມໄຊ ແລະ ບ້ານສອງຫ້ອງ ,ກິດຈະກຳກາງເຕັ້ນ ແລະ ກິດຈະກຳເບິ່ງໂອ່ງ-ມັ່ງ ດ້ວຍລົດຂອງນັກທ່ອງທ່ຽວເອງ.